spot_img
Homeຂ່າວພາຍ​ໃນປະຊາຊົນໃນຊົນນະບົດຍັງລັ່ງເລເລື່ອງສັກວັກຊີນປ້ອງກັນໂຄວິດໃນລາວ

ປະຊາຊົນໃນຊົນນະບົດຍັງລັ່ງເລເລື່ອງສັກວັກຊີນປ້ອງກັນໂຄວິດໃນລາວ

Published on

ປະຊາຊົນຫຼາຍຄົນທີ່ອາໄສຢູ່ເຂດຊົນນະບົດທົ່ວປະເທດຍັງລັ່ງເລເລື່ອງຄວາມປອດໄພຂອງວັກຊີນ ປ້ອງພະຍາດໂຄວິດ-19, ຂະນະທີ່ເຈົ້າໜ້າທີ່ພະຍາຍາມທຸກວິທີທາງໃນການໂຄສະນາປະຊາສຳພັນ ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ປະຊາຊົນທົ່ວປະເທດ ເພື່ອຮັບປະກັນໃຫ້ປະຊາຊົນໃນເຂດຊົນນະບົດສາມາດເຂົ້າເຖິງວັກຊີນໄດ້.

ທ່ານ ດຣ ຈັນໃສ ປັດທຳມະວົງ, ຮອງຫົວໜ້າໂຄງການໃຫ້ວັກຊີນກັນພະຍາດແຫ່ງຊາດ ກ່າວຕໍ່ທີມງານລາວໂພສ ໃນວັນທີ 13 ທັນວາ 2021 ວ່າ: ປັດຈຸບັນຍັງມີຫຼາຍແຂວງໃນທົ່ວປະເທດທີ່ມີອັດຕາການສັກວັກຊີນທີ່ຕໍ່າ ເຊິ່ງມີສ່ວນມາຈາກຄວາມລັ່ງເລໃນຄວາມປອດໄພຂອງວັກຊີນກັນພະຍາດໂຄວິດ-19, ພວກເຂົາຍັງມີຄວາມເຂົ້າໃຈຜິດກ່ຽວກັບຜົນຂ້າງຄຽງຂອງວັກຊີນ, ການໄດ້ຍິນຂ່າວລື ຂໍ້ມູນທີ່ບໍ່ມີຄວາມຈິງ ແລະ ຄວາມຄິດທີ່ວ່າບ່ອນທີ່ຕົນເອງຢູ່ບໍ່ມີຄວາມສ່ຽງ ຫຼືວ່າຕົນເອງບໍ່ໄດ້ໄປໃສ ບໍ່ຈຳເປັນຕ້ອງສັກ. ເຊິ່ງກຸ່ມໃນເຂດຫ່າງໄກສອກຫຼີກ, ຜູ້ສຸງອາຍຸຍັງເຂົ້າບໍ່ເຖິງວັກຊີນ, ປະຊາຊົນບາງຄອບຄົວບໍ່ຢູ່ເຮືອນເນື່ອງຈາກລະດູເກັບກ່ຽວ, ວັກຊີນບໍ່ສາມາດເອົາໄປໄວ້ຫຼາຍໆໄດ້ ເນື່ອງຈາກບາງສຸກສາລາຍັງບໍ່ມີອຸປະກອນຮອງຮັບວັກຊີນເທື່ອ ສະນັ້ນເມືອງຈິ່ງໄດ້ລົງໄປເຄື່ອນໄຫວບ້ານທີ່ເຂົ້າເຖິງຍາກ.

ທ່ານກ່າວຕື່ມວ່າ: ປະຈຸບັນການຂົນສົ່ງວັກຊີນໂຄວິດ-19 ພາຍໃນປະເທດຍັງຂົນສົ່ງທາງບົກກໍຄືທາງລົດ ເນື່ອງຈາກວ່າທາງຍົນໃນໄລຍະການລະບາດໂຄວິດ-19 ຖ້ຽວບິນຍັງບໍ່ຄົງທີ່ ຈິ່ງໃຊ້ທາງລົດດີກວ່າ. ສຳລັບລົດໄຟໃນການຂົນສົ່ງນີ້ຍັງບໍ່ທັນມີເທື່ອ ຖ້າຫາກຈະເລີ່ມຂົນສົ່ງທາງລົດໄຟ, ຜູ້ຮັບປາຍທາງກໍຕ້ອງກະກຽມຄວາມພ້ອມໃນການມາຕ້ອນຮັບ, ສຳລັບພາຫະນະທີ່ໃຊ້ແມ່ນລົດໃຫຍ່ ແລ້ວເດີນທາງແຈກຢາຍໄປຊຸມຊົນຕໍ່ ບາງເຂດຫົນທາງກໍບໍ່ສະດວກ ລົດໃຫຍ່ທີ່ໃຊ້ຂົນສົ່ງວັກຊີນຍັງບໍ່ມີໃນບາງເຂດ ຫຼື ບາງເທື່ອຫົນທາງນັ້ນໃຊ້ແຕ່ລົດນ້ອຍ ເຊັ່ນ ລົດຈັກ, ລົດຕ໋ອກໆ… ເພື່ອເຂົ້າເຖິງຢ່າງດຽວ.

ການໂຄສະນາ ຍັງຕ້ອງໄດ້ໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງເບິ່ງຄືນຊ່ວຍກັນເພື່ອໃຫ້ໄດ້ປະສິດທິຜົນ, ຕອນນີ້ສ່ວນໃຫຍ່ເພິ່ນຈະແຈ້ງການລົງໄປຫາບ້ານເພື່ອນຳຂໍ້ມູນຂ່າວສານເປີດໃສ່ໂທລະໂຄ່ງບ້ານ, ລວມທັງວິທະຍຸ ສ່ວນຊ່ອງທາງອອນລາຍຍັງຫ່າງໄກ ເພາະບາງເຂດກໍຍັງບໍ່ສາມາດເຂົ້າເຖິງຮູບແບບດັ່ງກ່າວ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...