spot_img
Homeຂ່າວຕ່າງປະເທດພາຍຸທໍນາໂດພັດຖະຫຼົ່ມພາກກາງແລະໃຕ້ຂອງສະຫະລັດ ມີຜູ້ເສຍຊີວິດ 80 ກວ່າຄົນ

ພາຍຸທໍນາໂດພັດຖະຫຼົ່ມພາກກາງແລະໃຕ້ຂອງສະຫະລັດ ມີຜູ້ເສຍຊີວິດ 80 ກວ່າຄົນ

Published on

ເວັບໄຊ CNN ລາຍງານ ພະຍຸທໍນາໂດພັດຖະຫຼົ່ມເຂດພາກກາງ ແລະໃຕ້ຂອງສະຫະລັດ ໃນຕອນທ່ຽງຄືນຂອງວັນທີ 10 ທັນວາ ເຮັດໃຫ້ອາຄານບ້ານເຮືອນຫຼາຍຫຼັງຖືກພັດທຳລາຍ ໃນນັ້ນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ.

ອາຄານບ້ານເຮືອນ, ໂຮງຈັກໂຮງງານຫຼາຍແຫ່ງຖືກທຳລາຍ ເປັນຕົ້ນແມ່ນໂຮງງານຜະລິດທຽນໄຂໃນລັດເຄຕັກກີ້, ສາງເກັບສິນຄ້າອາເມຊອນ ໃນລັດອິນລີນອຍທາງພາກຕາເວັນຕົກ, ແລະບ້ານພັກຄົນຊະລາໃນອາຄັນຊໍ ແລະອື່ນໆ ເຊິ່ງໄດ້ຂ້າຊີວິດຜູ້ຄົນໃນແຕ່ລະຊຸມຊົນ ແລະປ່ອຍໃຫ້ຜູ້ປະເຊີນກັບເຫດການຕ້ອງດີ້ນຮົນຊ່ວຍເຫຼືອກັນເອງ.

ມີລາຍງານພາຍຸທໍນາໂດປະມານ 30 ກວ່າລູກ ທີ່ພັດຖະຫຼົ່ມໃນ 6 ລັດຂອງສະຫະລັດອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 80 ກວ່າຄົນ ແລະສູນຫາຍອີກຫຼາຍຮ້ອຍຄົນ ຂະນະທີປັດຈຸບັນ ທາງເຈົ້າໜ້າທີ່ກຳລັງດຳເນີນການຄົ້ນຫາຜູ້ສູນຫາຍໃນພື້ນທີ່ເກີດເຫດ ສຳລັບຜົນເສຍຫາຍແມ່ນຍັງບໍ່ສາມາດປະເີນຄ່າໄດ້.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...