spot_img
Homeຂ່າວພາຍ​ໃນອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ ເໜືອຂີດຈຳກັດ

ອີຊູຊຸສົ່ງທ້າຍປີ ເປີດໂຕກະບະລຸ້ນໃໝ່ “NEW! ISUZU D-MAX” ຜູ້ນຳແຫ່ງໂລກກະບະ ເໜືອຂີດຈຳກັດ

Published on

ອີຊູຊຸເດີນໜ້າຕອກຢໍ້າພາບລັກ “ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ” ເຜີຍໂຊມ “ໃໝ່! ອີຊູຊຸດີແມັກ” ລົດກະບະລຸ້ນໃໝ່ ເຂັ້ມຂື້ນ ດຸຂື້ນ ພາຍໃຕ້ແນວຄິດ “MY NEW ID..MY NEW ISUZU     D-MAX”

ຂັບເຄື່ອນຄວາມສົມບູນແບບຂອງຜູ້ນຳທີ່ມາພ້ອມຕົວຕົນທີ່ໂດດເດັ່ນດ້ວຍສີເທົາໂອເພັກໃໝ່! (Islay Gray Opaque) ເທຣນສີໃໝ່ຂອງວົງການຍານຍົນໂລກ ໃຫ້ລູກຄ້າຄົນລາວທຸກທ່ານໄດ້ສຳຜັດກ່ອນໃຜ ທີ່ໂຊລູມອີຊູຊຸທຸກສາຂາ

ກູ່ມຕຣີເພຊ໌ ໂດຍ ທ່ານ. ຮຽວຕະ ອີມາອີ ປະທານ ບໍລິສັດ ຕຣີເພຊ໌ອີຊູຊຸເຊວຊ໌ລາວ ຈຳກັດຜູ້ດຽວ ກ່າວວ່າ ຫຼັງຈາກອີຊູຊຸໄດ້ເປີດໂຕກະບະລຸ້ນໃໝ່! “All-New Isuzu D-Max… Infinite Potential” ເມື່ອຊ່ວງຕົ້ນເດືອນກັນຍາປີທີ່ຜ່ານມາ ຊື່ງໄດ້ຮັບກະແສຕອບຮັບຢ່າງດີຍິ່ງສາມາດກວດຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະເວລາພຽງແຕ່ 10 ວັນ ລ້າສຸດອີຊູຊຸຂໍແນະນຳລົດກະບະລຸ້ນລ້າສຸດ “ໃໝ່!       ອີຊູຊຸດີແມັກ ຜູ້ນຳແຫ່ງໂລກກະບະ…ເໜືອຂີດຈຳກັດ” ທີ່ມີການປັບໂຊມໃໝ່ໃຫ້ ເຂັ້ມຂື້ນ ດຸຂື້ນ ພາຍໃຕ້ແນວຄິດ “MY NEW ID..MY NEW ISUZU D-MAX” ກັບຕົວຕົນທີ່ເປັນທ່ານ ດ້ວຍການເລືອກລົດຄູ່ໃຈເພື່ອສະທ້ອນຕົວຕົນຂອງຄວາມເປັນຜູ້ນຳທີ່ເໜືອຂີດຈຳກັດ ສູ່ມາດຕະຖານໃໝ່ຂອງລົດກະບະລະດັບ TOP CLASS ມາພ້ອມສີເທົາໂອເພັກໃໝ່! (Islay Gray Opaque) ເທຣນສີໃໝ່ຂອງວົງການຍານຍົນໂລກ ທີ່ມີຄຸນສົມບັດພິເສດໃຫ້ມຸມມອງສີຫຼາກຫຼາຍມິຕິໄລ່ລະດັບຈາກເທົາປະກາຍມຸກຈົນເທົາເຂັ້ມ ແຕກຕ່າງຕາມມຸມຕົກກະທົບຂອງແສງ ໜ້າຄົ້ນຫາ ທ້າທາຍ ທຸກສາຍຕາ”

“ໃໝ່! ອີຊູຊຸດີແມັກ” ໄດຮັບການປັບແຕ່ງໃຫ້ມີເອກະລັກໂດດເດັ່ນເຕີ່ມເຕັມຄວາມເຂັ້ມດຸສະໄຕລ໌ສະປ໊ອດຊົງພະລັງໃນທຸກມິຕິຂອງລົດດ້ວຍ ໃໝ່! ກະຈັງໜ້າແບບ Double Dimensions ດີໄຊນ໌ແບບ   ທູໂທນ ສີເທົາດຳ ແລະ Black Chrome ພ້ອມໄຟທ້າຍ ດີໄຊນ໌ໂທນສີເຂັ້ມ ໃໝ່! Front Bumper Guard ສີທູໂທນ ພ້ອມຊຸດແຕ່ງສີເທົາດຳຮອບຄັນທີ່ກະຈົກມອງຂ້າງ ຄານຫຼັງຄາ ມືຈັບປະຕູ ຂັນໄດ໋ຂ້າງ Fender Lip, Robust Extender ເພິ່ມຄວາມດຸດັນ ລໍ້ອັນລອຍຂະໜາດ 18 ນິ້ວ ດີໄຊນ໌ໃໝ່! ແບບ Robust Radius ສີ Matte Black ທີ່ມາພ້ອມຫ້ອງໂດຍສານທີ່ກວ້າງຂວາງ ສະດວກສະບາຍ ແລະຈັດວາງ            ສິ່ງອຳນວຍສະດວກສະບາຍຕາມຫຼັກ Usability Design ເນັ້ນການໃຊ້ງານທີ່ຫຼາກຫຼາຍພ້ອມລະບົບຄວາມບັນເທິງສົມບູນແບບຂອງ ISUZU Ultimate Entertainment ພ້ອມເຕັກໂນໂລຊີ COOLMAX ຊ່ວຍລົດການສະສົມຄວາມຮ້ອນ ເບາະນັ່ງຄູ່ໜ້າເຕັກໂນໂລຊີ AVEC (Anti Vibration Elastic Comfort) ລົດແຮງສັ່ນສະເທືອນ ລົດຄວາມເມື່ອຍລ້າ ສະດວກສະບາຍໝັ້ນໃຈດ້ວຍເຕັກໂນໂລຊີ ACTIVE SAFETY

ລະບົບຄວາມປອດໄພປ້ອງກັນກ່ອນເກີດອຸປະຕິເຫດ ແລະ ເຕັກໂນໂລຊີ PASSIVE SAFETY ລະບົບຄວາມປອດໄພປົກປ້ອງຂະນະເກີດອຸປະຕິເຫດຢ່າງຄົບຊຸດ

ສຳລັບລູກຄ້າທີ່ສົນໃຈທົດລອງຂັບ  ສາມາດລົງທະບຽນລ່ວງໜ້າເພື່ອທົດລອງຂັບລົດ ໄດ້ທີ່ https://isuzulaos.com/test-drive/ ແລະມາສຳຜັດລົດອີຊູຊຸດ້ວຍໂຕທ່ານເອງໄດ້ທີ່ສູນຂາຍອີຊູຊຸທຸກສາຂາພ້ອມຮັບຂໍ້ສະເໜີສຸດພິເສດ!!!

ຝ່າຍປະຊາສຳພັນບໍລິສັດ ຕຣີເພຊອີຊູຊຸເຊວຊ໌ລາວ ຈຳກັດຜູ້ດຽວ ໂທ. 021 417 387 ແຟັກ: 021 417 386

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...