Homeຂ່າວພາຍ​ໃນລາຍງານປະຫວັດຜູ້ເສຍຊີວິດໃໝ່ ວັນທີ 10 ທັນວາ 2021

ລາຍງານປະຫວັດຜູ້ເສຍຊີວິດໃໝ່ ວັນທີ 10 ທັນວາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 09 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6,734 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,645 ຄົນ (ຕິດເຊື້ອພາຍໃນ ມີ 1,644ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,644 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 924 ຄົນ ໃນ 180 ບ້ານ ແລະ 9 ເມືອງ
2. ຫຼວງນໍ້າທາ ມີ 141 ຄົນ
3. ອຸດົມໄຊ ມີ 108 ຄົນ
4. ບໍ່ແກ້ວ ມີ 84 ຄົນ
5. ຊຽງຂວາງ ມີ 70 ຄົນ
6. ຫຼວງພະບາງ ມີ 64 ຄົນ
7. ແຂວງວຽງຈັນ ມີ 48 ຄົນ
8. ຫົວພັນ ມີ 43 ຄົນ
9. ໄຊສົມບູນ ມີ 40 ຄົນ
10. ບໍລິຄຳໄຊ ມີ 39 ຄົນ
11. ຈຳປາສັກ ມີ 31 ຄົນ
12. ໄຊຍະບູລີ ມີ 21 ຄົນ
13. ສະຫວັນນະເຂດ ມີ 19 ຄົນ
14. ຄຳມ່ວນ ມີ 14 ຄົນ
15. ຜົ້ງສາລີ ມີ 14 ຄົນ
16. ເຊກອງ ມີ 11 ຄົນ
17. ສາລະວັນ ມີ 5 ຄົນ
18. ອັດຕະປື ມີ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ, ຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.

ມາຮອດວັນທີ 09 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 86,148 ຄົນ, ເສຍຊີວິດສະສົມ 231 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 653 ຄົນ, ກໍາລັງປິ່ນປົວ 11,906 ຄົນ.

❖ ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 56 ປີ, ບ້ານຢູ່ປະຈຸບັນບ້ານກິ່ວກະຈຳ, ເມືອງ ຊຽງເງິນ ແຂວງ ຫຼວງພະບາງ
-​ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ
-​ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
-​ເຂົ້າໂຮງໝໍ ວັນທີ່ 06 ທັນວາ 2021, ຄົນເຈັບອິດເມື່ອຍ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ສະພາບຄົນເຈັບອິດເມື່ອຍອ່ອນເພຍຫຼາຍພາຍຫຼັງຟອກໄຂ່ຫຼັງ ແລະ ໄດ້ເຂົ້ານອນຕິດຕາມຢູ່ຫ້ອງມໍລະສຸມ
-​ມາຮອດເວລາ 23:20 ນາທີຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
2). ເພດຍິງ, ອາຍຸ 35 ປີ ອາຊີບ: ປະຊາຊົນ, ບ້ານຢູ່: ສັງຄະໂລກ ເມືອງ ຫຼວງພະບາງ ແຂວງຫຼວງພະບາງ
-​ພະຍາດປະຈຳໂຕ: ບໍ່ເຄີຍກວດສຸຂະພາບ
-​ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ
-​ຄົນເຈັບມີອາການອິດເມື່ອຍຮາກຫຼາຍກ່ວາ 3 ວັນ ຈົນຮອດເວລາ 11:20 ນາທີ ຂອງວັນທີ່ 07 ທັນວາ 2021 ຄົນເຈັບງ່ວງຊຶມ ໄດ້ສົ່ງເຂົ້າມາໂຮງໝໍກວດພົບເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້ານອນໂຮງໝໍ ແລະ ສະພາບຄົນເຈັບບໍ່ໄດ້ສະຕິ ອາການ ບໍ່ດີ
-​ມາຮອດເວລາ 5:15ໂມງ ຂອງວັນດຽວກັນ ຄົນເຈັບ ໄດ້ເສຍຊີວິດ
3). ເພດຊາຍ, ອາຍຸ 85 ປີ, ບ້ານ ຫ້ວຍຊາຍໃຕ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
-​ພະຍາດປະຈຳຕົວ: ເປັນອຳມະພາດ ນອນຕິດຕຽງ 4 ປີ + ເບົາຫວານ
-​ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
-​ວັນທີ 06 ທັນວາ 2021: ຄົນເຈັບເຂົ້າມານອນໂຮງໝໍຍ້ອນວ່າ ໄຂ້ ໄອ ຫັນໃຈຝືດ ເປັນຢູ່ບ້ານໄດ້ 3 ມື້ ແລະ ຜົນກວດພົບເຊື້ອ covid-19.
-​ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 06-09 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 04 ວັນ
-​ຮອດເວລາ 10:50 ນາທີ ຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
4). ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານ ນໍ້າຫໍ້ໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
-​ພະຍາດປະຈຳຕົວ: ພະຍາດປອດ.
-​ບໍ່ໄດ້ສັກຢາກັນພະຍາດໂຄວິດ-19.
-​ວັນທີ 29 ພະຈິກ 2021: ຄົນເຈັບເຂົ້າມາກວດຢູ່ໂຮງໝໍຍ້ອນອາການອິດເມື່ອຍ, ໄຂ້, ໄອ, ຫັນໃຈຝືດ ແລະ ຜົນກວດພົບເຊື້ອ covid-19.
-​ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 29 ພະຈິກ 2021 – 07 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມເປັນເວລາ 09 ວັນ
– ມາຮອດເວລາ 24:30 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
5). ເພດຊາຍ, ອາຍຸ 22 ປີ, ນັກໂທດຢູ່ຄຸມຂັງເມືອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
-​ພະຍາດປະຈຳຕົວ: ແຂງແຮງດີ + ມີປະຫວັດເສບຢາເສບຕິດ
-​ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
-​ວັນທີ 08 ທັນວາ 2021: ຄົນເຈັບໄດ້ເຂົ້າມາໂຮງໝໍຍ້ອນອາການເມື່ອຍ, ໄອ, ຫັນໃຈຍາກ, ກະວົນກະວາຍ ແລະ ຜົນກວດພົບເຊື້ອ
-​ໄລຍະເວລາເຂົ້າມານອນປິ່ນປົວຢູ່ໂຮງໝໍ ວັນທີ່ 08-09 ທັນວາ 2021 ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 02 ມື້
-​ມາຮອດເວລາ 20:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
6). ເພດຊາຍ, ອາຍຸ 65 ປີ, ບ້ານຮອ່ງສຸພາບ, ເມືອງໄຊເສດຖາ, ນະຄອນຫລວງ
-​ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຂັ້ນສຸດທ້າຍ
-​ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 ຄົບ
-​ຄົນໃນຄອບຄົວຕິດເຊື້ອ
-​ເວລາ 13:30 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຫອບ, ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
-​ມາຮອດເວລາ 18:30 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
7). ເພດຍິງ, ອາຍຸ 87 ປີ, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງ
-​ພະຍາດປະຈຳຕົວ: ຄວາມດັນເລືອດສູງ
-​ບໍ່ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19
-​ຄົນໃນຄອບຄົວຕິດເຊື້ອ
-​ວັນທີ 08 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
-​ວັນທີ 09 ທັນວາ 2021: ຍ້າຍຄົນເຈັບມາປີ່ນປົວຢູ່ຕຶກໂຄວິດ-19: ຄົນເຈັບມີອາການບໍ່ຮູ້ສະຕິ, ຫາຍໃຈຫອບແລະມາຮອດເວລາ 19:50 ນາທີ ຂອງມື້ດຽວກັນ ຄົນເຈັບ ໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...