spot_img
Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 9 ທັນວາ 2021

ລາຍງານຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 9 ທັນວາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 08 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4,925 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,212 ຄົນ (ຕິດເຊື້ອພາຍໃນ ມີ 1,196ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,196 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 610 ຄົນ ໃນ 180 ບ້ານ ແລະ 9 ເມືອງ
2. ອຸດົມໄຊ ມີ 101 ຄົນ
3. ຊຽງຂວາງ ມີ 99 ຄົນ
4. ຫຼວງພະບາງ ມີ 87 ຄົນ
5. ບໍ່ແກ້ວ ມີ 63 ຄົນ
6. ບໍລິຄຳໄຊ ມີ 39 ຄົນ
7. ແຂວງວຽງຈັນ ມີ 35 ຄົນ
8. ສະຫວັນນະເຂດ ມີ 34 ຄົນ
9. ຈຳປາສັກ ມີ 29 ຄົນ
10. ໄຊສົມບູນ ມີ 27 ຄົນ
11. ໄຊຍະບູລີ ມີ 22 ຄົນ
12. ຫົວພັນ ມີ 18 ຄົນ
13. ຄຳມ່ວນ ມີ 15 ຄົນ
14. ສາລະວັນ ມີ 9 ຄົນ
15. ອັດຕະປື ມີ 4 ຄົນ
16. ເຊກອງ ມີ 3 ຄົນ
17. ຜົ້ງສາລີ ມີ 1 ຄົນ
18. ຫຼວງນໍ້າທາ ມີ 0 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 16 ຄົນ, ຈາກນະຄອນຫຼວງວຽງຈັນ 15 ຄົນ ແລະ ແຂວງບໍລິຄຳໄຊ 01 ຄົນ, ທຸກຄົນໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.

ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83,294 ຄົນ, ເສຍຊີວິດສະສົມ 224 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 751 ຄົນ, ກໍາລັງປິ່ນປົວ 12,151 ຄົນ.

❖ ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 55 ປີ, ບ້ານ ຫ້ວຍຊາຍໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
-​ພະຍາດປະຈຳຕົວ: ເບົາຫວານ
-​ບໍ່ໄດ້ສັກຢາກັນພະຍາດໂຄວິດ 19.
-​ວັນທີ 3 ທັນວາ 2021: ກວດພົບເຊື້ອ covid-19.
-​ເບື້ອງຕົ້ນໄດ້ນອນຕິດຕາມປິ່ນປົວຢູ່ບ້ານ ຮອດວັນທີ່ 07 ທັນວາ 2021 ເວລາ 4ໂມງເຊົ້າ ໄດ້ເຂົ້າມານອນໂຮງໝໍຍ້ອນມີອາການໄອ, ຫັນໃຈຝືດແຮງ, ນອນພຽງບໍ່ໄດ້ ແລະ ໄດ້ຮັບເຂົ້ານອນຫ້ອງມໍລະສຸມ
-​ໄລຍະທີ່ນອນປີ່ນປົວຢູ່ໂຮງຫມໍ ວັນທີ່ 07-08 ທັນວາ 2021, ເປັນເວລາ 2 ມື້
-​ມາຮອດເວລາ 10:30 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
2).​ເພດຍິງ ອາຍຸ 67 ປີ, ຢູ່ບ້ານ ດົງ, ເມືອງ ທຸລະຄົມ ແຂວງ ວຽງຈັນ (ນັບເປັນຄົນເຈັບນະຄອນຫລວງ)
-​ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ເບົາຫວານ ແລະ ເກົາ
-​ໄດ້ສັກຢາກັນພະຍາດໂຄວິດ 19 ຄົບສອງເຂັມ
-​ເຂົ້າມາໂຮງໝໍມະໂຫສົດ ເວລາ 12:47 ນາທີ ຂອງວັນທີ 06 ທັນວາ 2021 ແລະ ໄດ້ນໍາສົ່ງມາໂຮງໝໍເຊດຖາທິຣາດວັນທີ 07 ທັນວາ 2021 ເວລາ 14:45 ນາທີ ດວ້ຍອາການໜັກ ແລະ ມາຮອດເວລາ 19:20 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີິວິດ.

3). ເພດຍິງ, ອາຍຸ 51 ປີ, ບ້ານຊຽງຍຶນ, ເມືອງຈັນທະບູລີ, ນະຄອນຫລວງ
-​ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ ມາໄດ້ 5 ປີ ກິນຢາປະຈໍາ
-​ໄດ້ສັກຢາກັນພະຍາດໂຄວິດ-19ຄົບ
-​ເວລາ 18:00 ໂມງຂອງວັນທີ 25 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ແໜ້ນໜ້າເອີກ ໄດ້ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
-​ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 25 ພະຈິກ 2021-08 ທັນວາ 2021, ລວມເປັນ 14 ວັນ
-​ມາຮອດເວລາ 05:10 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

4). ເພດຊາຍ, ອາຍຸ 46 ປີ, ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫລວງ
-​ພະຍາດປະຈຳໂຕ: ພະຍາດຫົວໃຈ ແຕ່ບໍ່ໄດ້ກວດສຸຂະພາບເປັນປະຈໍາ
-​ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
-​ເວລາ 12:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ
-​ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 27 ພະຈິກ 2021-08 ທັນວາ 2021, ລວມເປັນ 12 ວັນ
-​ມາຮອດເວລາ 11:00 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.
5) ເພດຊາຍ, ອາຍຸ 86 ປີ, ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.
-​ພະຍາດປະຈຳໂຕ: ຄວາມດັນເລືອດສູງແລະ ຄົນເຈັບເປັນອຳມະພາດມາກ່ອນ
-​ບໍ່ໄດ້ສັກຢາກັນພະຍາດໂຄວິດ-19
-​ຜົນກວດຢັ້ງຢືນ: ວັນທີ 30 ພະຈິກ 2021
– ເວລາ 19:30 ຂອງວັນທີ 01 ທັນວາ 2021 ມາດ້ວຍອາການງ່ວງຊຶມ, ຖ່າຍເປັນເລືອດສີແດງສົດ, ຫາຍໃຈມີການຈ່ອງດຶງ (ກ່ອນໜ້ານີ້ ໄອມາໄດ້ 7 ວັນ, ໄຂ້, ເມື່ອຍ ແລະ ກິນດື່ມໄດ້ໜ້ອຍ)
-​ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ: ວັນທີ 30 ພະຈິກ 2021-08 ທັນວາ 2021, ລວມເປັນ 10 ວັນ
-​ຮອດເວລາ 13:00 ໂມງ ຂອງວັນທີ່ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...