spot_img
Homeຂ່າວທ້ອງຖິ່ນກັກຕົວໄດ້ແລ້ວ! ຜູ້ຕິດເຊື້ອໂຄວິດ-19 ລັກໜີອອກຈາກໂຮງໝໍພາກສະໜາມ

ກັກຕົວໄດ້ແລ້ວ! ຜູ້ຕິດເຊື້ອໂຄວິດ-19 ລັກໜີອອກຈາກໂຮງໝໍພາກສະໜາມ

Published on

ກັກຕົວໄດ້ແລ້ວ ຜູ້ຕິດເຊື້ອໂຄວິດ-19 ລັກໜີອອກຈາກໂຮງໝໍພາກສະໜາມດົງໂດກ.

ເຈົ້າໜ້າທີ່ ປກສ ນວ ສາມາດນຳກັກຕົວ ທ້າວ ສີໄຊທະວີ ບຸນວົງໄຊ ອາຍຸ 39 ປີ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ລັກໜີອອກຈາກໂຮງໝໍພາກສະໜາມ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 29 ພະຈິກ 2021 ທີ່ຜ່ານມາ.

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ໃນວັນທີ 29 ພະຈິກ 2021 ໄດ້ຮັບການລາຍງານຈາກຄະນະສະເພາະກິດ ໂຮງໝໍພາກສະໜາມດົງໂດກ ວ່າ: ທ້າວ ສີໄຊທະວີ ບຸນວົງໄຊ ທີ່ເຂົ້າມາປິ່ນປົວໃນວັນທີ 24 ພະຈິກ 2021, ໄດ້ລັກໜີອອກຈາກໂຮງໝໍພາກສະໜາມ, ຈາກນັ້ນ ເຈົ້າໜ້າທີ່ ປກສ ນວ ໄດ້ສົມທົບກັບກອງບັນຊາການ ປກສ 9 ເມືອງ ແລະ ອໍານາດການປົກຄອງບ້ານ ໃນນະຄອນຫຼວງວຽງຈັນ ຕິດຕາມຕົວຜູ້ກ່ຽວ, ມາຮອດວັນທີ 6 ທັນວາ 2021 ເວລາປະມານ 10:00 ໂມງ ຈິ່ງໄດ້ເຂົ້າກັກຕົວ ຢູ່ເຮືອນຂອງເອື້ອຍຜູ້ກ່ຽວ ບ້ານດົງປ່າແລບ ເມືອງຈັນທະບູລີ ນວ, ປັດຈຸບັນ ໄດ້ຄຸມຕົວໄວ້ຢູ່ຫ້ອງຕຳຫຼວດ ປກສ ນວ ເພື່ອດຳເນີນຄະດີຕາມຂັ້ນຕອນກົດໝາຍ.

ແຫຼ່ງຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...