Homeຂ່າວພາຍ​ໃນເປີດນຳໃຊ້ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຢ່າງເປັນທາງການ!

ເປີດນຳໃຊ້ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຢ່າງເປັນທາງການ!

Published on

ເປີດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ພາຍຫຼັງກໍ່ສ້າງກຳເລັດ ກໍໄດ້ມີພີທີເປີດນຳໃຊ້ຢ່າງເປັນທາງການແລ້ວ, ພ້ອມກັບການປ່ອຍຂະບວນລົດຂົນສົ່ງສີນຄ້າໄປຍັງ 3 ປະເທດ ໃນຮອບປະຖົມມະເລີກ ວັນນີ້.

ພິທີເປີດນຳໃຊ້ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ ທີ່ຜ່ານມາ, ໂດຍເຂົ້າຮ່ວມຕັດແຖບຜ້າ ແລະ ດືງຄັນໂຍກເປີດງານຂອງທ່ານ ພັນຄຳ ວິພາວັນ ນາຍົກລະຖະມົນຕີ ແຫ່ງ ສປປລາວ, ພ້ອມນັ້ນ ຍັງມີບັນ ດາທູດ ທຸຕານຸທູດ, ລັດຖະມົນຕີ, ຄະນະບໍລິຫານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ແຂກເຂົ້າຮ່ວມ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈໍາກັດ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ວ່າ: ໂຄງການນີ້ ເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ດ້ານການຂົນສົ່ງການຄ້າ ຂອງພາກພື້ນ ແລະ ສາກົນ ໃຫ້ປະກົດຜົນເປັນຈິງ ໂດຍແມ່ນການລວມເອົາສອງອົງປະກອບສຳຄັນ ຄື: ທ່າບົກ ແລະ ດ່ານສາກົນ ລວມເຂົ້າກັນໃນຈຸດທີ່ຕັ້ງດຽວ ເພື່ອເຮັດໃຫ້ໂຄງການນີ້ ປຽບເໝືອນທ່າເຮືອທີ່ຕັ້ງຢູ່ເທິງບົກ ທີ່ຈະອຳນວຍຄວາມສະດວກສູງສຸດ ແກ່ການເຮັດກິດຈະກຳ, ທຸລະກຳໃນການຜ່ານແດນສິນຄ້າ ແລະ ສິນຄ້າຜ່ານແດນ, ໂດຍການເຫັນດີຂອງລັດຖະ ບານ ໃຫ້ເຊັນສຳປະທານໃນເດືອນກໍລະກົດ ແລະ ເລີ່ມມີການກໍ່ສ້າງເດືອນທັນວາ 2020 ຮອດປັດຈຸບັນ ແມ່ນໃຊ້ເວລາພຽງ 11 ເດືອນ, ເຊິ່ງຂອບເຂດສຳປະທານເບື້ອງຕົ້ນ 382 ເຮັກຕາ ໂດຍແບ່ງອອກເປັນ 2 ໂຄງປະກອບຄື: ການກໍ່ສ້າງທ່າບົກ ແລະ ສ້າງເຂດໂລຈີສຕິກຄົບວົງຈອນ, ທັງສອງໂຄງການຄາດຈະລົງທຶນທັງໝົດ 727 ລ້ານໂດລາສະຫະລັດ, ໃນນັ້ນ ໂຄງການທ່າບົກລົງທຶນເບື້ອງຕົ້ນ 180 ລ້ານໂດລາ ແລະ ເຂດໂລຈີສຕິກ ລົງທຶນ 547 ລ້ານໂດລາ ເຊິ່ງທັງໝົດນີ້ແມ່ນການລົງທຶນຂອງເອກະຊົນລາວ 100% ແລະ ຄາດຄະເນຈະສຳເລັດທັງສອງໂຄງການໃນອີກ 2 ປີຂ້າງໜ້າ, ຖ້າຫາກສຳເລັດ 100% ຈະສາມາດສ້າງໝາກຜົນອັນສຳຄັນຕໍ່ເສດຖະກິດ-ສັງຄົມ ກໍຄື ປະຊາຊົນລາວ, ເຮັດໃຫ້ ສປປລາວ ມີໂຄງລ່າງພື້ນຖານຂະໜາດໃຫຍ່ທີ່ໄດ້ມາດຕະຖານ ສາມາດເປັນຈຸດໃຈກາງການເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງ ແລະ ການຄ້າຂອງພາກພື້ນ ແລະ ສາກົນ, ເປັນແຫຼ່ງລາຍຮັບໃໝ່ທີ່ຍືນຍົງໃຫ້ລັດຖະບານ, ຮັບ ປະກັນຄວາມໂປ່ງໃສໃນການເກັບລາຍຮັບເຂົ້ງງົບປະມານ, ຫຼຸດຜ່ອນຕົ້ນທຶນການຂົ່ນສົ່ງ ແກ່ການຄ້າຢ່າງໜ້ອຍ 50% ແລະ ສ້າງວຽກເຮັດງານທຳຜ່ານກິດຈະກຳໂລຈີສຕິກ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ການກໍ່ສ້າງ ແລະ ການໃຫ້ບໍລິການ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ເປັນຜົນສຳເລັດໃນການສ້າງລະບົບໂຄງລ່າງພື້ນຖານ ແລະ ລະບົບການບໍລິການທີ່ໂລ່ງລ່ຽນ, ວ່ອງໄວ, ປອດໄພ ແລະ ມີປະສິດທິພາບ, ດ່ານແຫ່ງນີ້ເປັນຂີດໝາຍສຳຄັນໃນການຫຼຸດຕົ້ນທຶນ ໂລຊິດສະຕິກ, ເພີ່ມຄວາມສາມາດແຂ່ງຂັນ ແລະ ສັກກະຍະພາບທາງດ້ານການຄ້າ, ການຂົນສົ່ງ, ພ້ອມທັງ ດຶງດູດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດເຂົ້າມາທໍາການຜະລິດ, ດຳເນີນການຄ້າ ກໍ່ຄື: ການບໍລິການຂົນສົ່ງໂລຊິດສະຕິກ ປະກອບສ່ວນສຳຄັນໃນການຂັບເຄື່ອນເສດຖະກິດຂອງລາວໃຫ້ຈະເລີນເຕີບໂຕໄວຂຶ້ນ.

ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍສຳຄັນຫຼາຍຂຶ້ນ, ພາຍໃນງານຍັງໄດ້ມີການປ່ອຍຂະບວນລົດຂົນສົ່ງສິນ ຄ້າໄປຍັງ 3 ປະເທດ ຄື: ສສ ຫວຽດນາມ, ກຳປູເຈຍ ແລະ ປະເທດໄທ ເປັນຮອບປະຖົມມະເລິກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...