spot_img
Homeຂ່າວພາຍ​ໃນປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 5 ທັນວາ 2021

ປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 5 ທັນວາ 2021

Published on

ວັນທີ 04 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6,423 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1,364 ຄົນ (ຕິດເຊື້ອອພາຍໃນ ມີ 1,359 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).  ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 1,359 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 658 ຄົນ ໃນ 194 ບ້ານ ແລະ 9 ເມືອງ

ເມືອງຈັນທະບູລີ ມີ 25 ບ້ານ (73 ຄົນ)

ເມືອງສີໂຄດຕະບອງ ມີ 35 ບ້ານ (163 ຄົນ)

ເມືອງໄຊເສດຖາ ມີ 34 ບ້ານ (88 ຄົນ)

ເມືອງສີສັດຕະນາກ ມີ 16 ບ້ານ (53 ຄົນ)

ເມືອງ ນາຊາຍທອງ ມີ 36 ບ້ານ (103 ຄົນ)

ເມືອງໄຊທານີ ມີ 30 ບ້ານ (126 ຄົນ)

ເມືອງຫາດຊາຍຟອງ ມີ 16 ບ້ານ (30 ຄົນ)

ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ)

ເມືອງ ສັງທອງ ມີ 01 ບ້ານ (01 ຄົນ)

ຕ່າງແຂວງ ມີ 09 ຄົນ

ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ

  1. ຫຼວງນໍ້າທາ ມີ 176 ຄົນ ໃນ 46 ບ້ານ ແລະ 4 ເມືອງ
  2. ຈຳປາສັກ ມີ 79 ຄົນ ໃນ 37 ບ້ານ ແລະ 7 ເມືອງ
  3. ບໍ່ແກ້ວ ມີ 77 ຄົນ ໃນ 26 ບ້ານ ແລະ 5 ເມືອງ
  4. ຫຼວງພະບາງ ມີ 72 ຄົນ ໃນ 36 ບ້ານ ແລະ 6 ເມືອງ
  5. ອຸດົມໄຊ ມີ 53 ຄົນ ໃນ 22 ບ້ານ ແລະ 4 ເມືອງ
  6. ຫົວພັນ ມີ 44 ຄົນ ໃນ 11 ບ້ານ ແລະ 3 ເມືອງ
  7. ໄຊສົມບູນ ມີ 38 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  8. ສະຫວັນນະເຂດ ມີ 34 ຄົນ ໃນ 31 ບ້ານ ແລະ 5 ເມືອງ
  9. ໄຊຍະບູລີ ມີ 29 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  10. ຊຽງຂວາງ ມີ 20 ຄົນ ໃນ 8 ບ້ານ ແລະ 2 ເມືອງ
  11. ສາລະວັນ ມີ 18 ຄົນ ໃນ 7 ບ້ານ ແລະ 4 ເມືອງ
  12. ແຂວງວຽງຈັນ ມີ 15 ຄົນ ໃນ 12 ບ້ານ ແລະ 8 ເມືອງ
  13. ຄຳມ່ວນ ມີ 13 ຄົນ ໃນ 9 ບ້ານ ແລະ 3 ເມືອງ
  14. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  15. ອັດຕະປື ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  16. ຜົ້ງສາລີ ມີ 8 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  17. ບໍລິຄຳໄຊ ມີ 6 ຄົນ ໃນ 3 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 05 ຄົນ ຈາກແຂວງຈຳປາສັກ 4 ຄົນ ແລະ ສະຫວັນນະເຂດ 1 ຄົນ. ມາຮອດວັນທີ05 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 79,833 ຄົນ, ເສຍຊີວິດສະສົມ 207 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 551 ຄົນ, ກໍາລັງປິ່ນປົວ 11,842 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຊາຍ, ອາຍຸ 67 ປີ, ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

  • ພະຍາດຜ່ານມາ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນຄົບ
  • ວັນທີ 01 ທັນວາ 2021: ເຂົ້າມາໂຮງໝໍມິດຕະພາບ ອາການເບື້ອງຕົ້ນ: ໄຂ້, ໄອ,ຫາຍໃຈຝືດ, ແໜ້ນເອິກ
  • ຮອດເວລາ 08:00 ໂມງ ຂອງວັນທີ 04 ທັນວາ 2021: ຄົນເຈັບເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ບ້ານສະພານທອງ, ເມືອງ ສີນາກ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
  • ຜູ້ກ່ຽວມີອາການໄຂ້, ເມື່ອຍ ແລະ ຫາຍໃຈຝືດ
  • ວັນທີ 26 ພະຈິກ 2021: ຄົນເຈັບໄດ້ໄປກວກຢູ່ໂຮງມໍມະໂຫສົດ ເກັບຕົວຢ່າງ ແລະ ຜົນກວດເປັນບວກ ແແລະ ໄດ້ສົ່ງເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
  • ຮອດເວລາ 12:00 ໂມງຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຊາຍ, ອາຍຸ 87 ປີ, ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ເວລາ 18:00 ໂມງ ຂອງວັນທີ 04 ທັນວາ 2021: ໄດ້ມາກວດຢູ່ພະແນກສຸກເສີນຂອງໂຮງໝໍມິດຕະພາບ ຍ້ອນບໍ່ຮູ້ສະຕິ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ, ຈົນມາຮອດເວລາ 19:30 ນາທີ ຄົນເຈັບ ໄດ້ເສຍຊີວິດ (ເສຍຊີວິດກ່ອນມາຮອດໂຮງໝໍ)

ຜູ້ທີ 4). ເພດຊາຍ ອາຍຸ 88 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ 25 ພະຈິກ 2021 ມາໂຮງໝໍ ດ້ວຍອາການ ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້
  • ຮອດເວລາ 00ໂມງ:30 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5). ເພດຊາຍ ອາຍຸ 52 ປີ, ບ້ານ ພູຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
  • ວັນທີ 02 ທັນວາ 2021 ມາໂຮງໝໍດ້ວຍອາການ ອິດເມື່ອຍ, ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້
  • ມາຮອດຮອດເວລາ 00:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 88 ປີ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ 22 ພະຈິກ 2021: ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຍາກ ແລະ ແໜ້ນໜ້າເອີກ
  • ມາຮອດຮອດເວລາ 07:45 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...