spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 4 ທັນວາ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 4 ທັນວາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ວັນທີ 03 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,481 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 969 ຄົນ (ຕິດເຊື້ອພາຍໃນ ມີ 968 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 968 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 450 ຄົນ ໃນ 168 ບ້ານ ແລະ 9 ເມືອງ

ເມືອງຈັນທະບູລີ ມີ 20 ບ້ານ (42 ຄົນ)

ເມືອງສີໂຄດຕະບອງ ມີ 24 ບ້ານ (45 ຄົນ)

ເມືອງໄຊເສດຖາ ມີ 30 ບ້ານ (72 ຄົນ)

ເມືອງສີສັດຕະນາກ ມີ 17 ບ້ານ (84 ຄົນ)

ເມືອງ ນາຊາຍທອງ ມີ 18 ບ້ານ (36 ຄົນ)

ເມືອງໄຊທານີ ມີ 40 ບ້ານ (104 ຄົນ)

ເມືອງຫາດຊາຍຟອງ ມີ 17 ບ້ານ (42 ຄົນ)

ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ)

ເມືອງ ສັງທອງ ມີ 01 ບ້ານ (01 ຄົນ)

ຕ່າງແຂວງ ມີ 04 ຄົນ

ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ

  1. ແຂວງວຽງຈັນ ມີ 108 ຄົນ
  2. ຫຼວງພະບາງ ມີ 72 ຄົນ ໃນ 39 ບ້ານ ແລະ 4 ເມືອງ
  3. ໄຊຍະບູລີ ມີ 56 ຄົນ ໃນ 10 ບ້ານ ແລະ 3 ເມືອງ
  4. ບໍ່ແກ້ວ ມີ 48 ຄົນ ໃນ 22 ບ້ານ ແລະ 4 ເມືອງ
  5. ອຸດົມໄຊ ມີ 40 ຄົນ ໃນ 15 ບ້ານ ແລະ 3 ເມືອງ
  6. ຜົ້ງສາລີ ມີ 39 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  7. ສະຫວັນນະເຂດ ມີ 30 ຄົນ ໃນ 18 ບ້ານ ແລະ 5 ເມືອງ
  8. ຈຳປາສັກ ມີ 28 ຄົນ ໃນ 16 ບ້ານ ແລະ 5 ເມືອງ
  • ໄຊສົມບູນ ມີ 21 ຄົນ
  • ຫົວພັນ ມີ 18 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  • ຊຽງຂວາງ ມີ 18 ຄົນ ໃນ 9 ບ້ານ ແລະ 5 ເມືອງ
  • ບໍລິຄຳໄຊ ມີ 15 ຄົນ ໃນ 12 ບ້ານ ແລະ 5 ເມືອງ
  • ຄຳມ່ວນ ມີ 12 ຄົນ ໃນ 8 ບ້ານ ແລະ 4 ເມືອງ
  • ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  • ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  • ອັດຕະປື ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 01 ຄົນ ຈາກແຂວງຫົວພັນ

ມາຮອດວັນທີ 04 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 78,469 ຄົນ, ເສຍຊີວິດສະສົມ 201 ຄົນ (ໃໝ່ 10), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 954 ຄົນ, ກໍາລັງປິ່ນປົວ 11,932 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 10 ຄົນ ມີດັ່ງນີ້:

ຜູ້ທີ 1. ເພດຍິງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເໜືອ, ແຂວງຫົວພັນ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈຜິ່ວ
  • ບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 01 ທັນວາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 8:41 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2. ເພດຍິງ, ອາຍຸ 92  ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ

  • ພະຍາດປະຈຳຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ວັນທີ 30 ພະຈິກ 2021: ຜູ້ກ່ຽວ ໄດ້ໄປກວດເກັບຕົວຢ່າງຢູ່ໂຮງໝໍແຂວງ ເນື່ອງຈາກຄອບຄົວຕິດໂຄວິດຫຼາຍຄົນແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 19:30 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3. ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ພະຍາດເລືອດ
  • ໄດ້ສັກວັກຊີນປ້ອງກັນໂຄວິດຄົບ
  • ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.
  • ມາຮອດເວລາ 16:40 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4. ເພດຍິງ, ອາຍຸ  74  ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ໄຂມັນໃນເລືອດສູງ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ.
  • ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດ.
  • ມາຮອດເວລາ 11:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5. ເພດຍີງ, ອາຍຸ  60  ປີ, ບ້ານ ປາກຈັນ, ເມືອງ ໝື່ນ, ແຂວງ ວຽງຈັນ

  • ພະຍາດປະຈຳຕົວ: ພະຍາດເລືອດ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ວັນທີ 1 ທັນວ 21: ຜົນກວດພົບເຊື້ອໂຄວິດ-19 ແລະ ນຳສົ່ງມາສູນປີ່ນປົວໂຄວິດ.
  • ມາຮອດເວລາ 13:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອັກເສບປອດຊໍ້າເຮື້ອ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19
  • ວັນທີ 29 ພະຈິກ 2021: ຜົນກວດເປັນບວກ ໄດ້ເຂົ້ານອນປີ່ນປົວຢູ່ສູນ
  • ມາຮອດເວລາ 20:00 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 7. ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  • ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ
  • ມາຮອດເວລາ 17:30 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 8. ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລິ, ນະຄອນຫລວງ

  • ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງໝໍມະໂຫສົດ ດ້ວຍອາການບໍ່ຮູ້ສະຕິ, ກໍາມະຈອນເອົາບໍ່ໄດ້ ແລະ ອົກຊີໃນເລືອດບໍ່ຂື້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ
  • ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດ ກ່ອນມາຮອດໂຮງໝໍ

ຜູ້ທີ 9. ເພດຍິງ, ອາຍຸ 77 ປີ, ບ້ານ ດົງໂດກ, ເມືອງໄຊທານີ, ນະຄອນຫລວງ.

  • ພະຍາດປະຈຳຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
  • ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັມແນະນຳເທື່ອ
  • ວັນທີ 02 ທັນວາ 2021: ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ຮອດເວລາ 04:30 ນາທີຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 10. ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ

  • ພະຍາດປະຈຳຕົວ: ປະດົງຂໍ່
  • ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  • ສະມາຊິກຄົນໃນຄອບຄົວ ມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງໝົດ
  • ວັນທີ 30 ພະຈິກ 2021: ຜົນກວດເປັນບວກ
  • ຮອດເວລາ 03:00 ໂມງເຊົ້າຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...