Homeຂ່າວຕ່າງປະເທດເຈົ້າ ໂນໂຣດົມ ຣານາຣີດ ໄດ້ເຖິງແກ່ມໍລະນະກໍາ ທີ່ປະເທດຝຣັ່ງ

ເຈົ້າ ໂນໂຣດົມ ຣານາຣີດ ໄດ້ເຖິງແກ່ມໍລະນະກໍາ ທີ່ປະເທດຝຣັ່ງ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ເຈົ້າ ໂນໂຣດົມ ຣານາຣີດ ອາດີດນາຍົກລັດຖະມົນຕີຂອງກໍາປູເຈຍ ໄດ້ເຖິງແກ່ມໍລະນະກຳແລ້ວ ໃນອາຍຸ 77 ປີ ທີ່ປະເທດຝຣັ່ງ ເມື່ອວັນທີ 28 ພະຈິກ 2021 ແລະ ຈະມີການສົ່ງສົບກັບມາປະກອບພິທີທາງສາສະໜາທີ່ປະເທດກໍາປຸເຈຍ.

ເຈົ້າ ໂນໂຣດົມ ຣານາຣີດເກີດໃນວັນທີ 2 ມັງກອນ 1944 ທີ່ນະຄອນຫຼວງພະນົມເປັນ. ພະອົງ​ເປັນ​ລູກ​ຊາຍ​ຄົນ​ທີ​ສອງ​ຂອງ​ກະສັດ ໂນ​ໂຣດົມ ສີ​ຫາ​ນຸ ແລະ​ເປັນ​ນາຍົກລັດຖະມົນຕີ​ຄົນ​ທຳ​ອິດ​ໃນ​ອາ​ຍຸ​ການ​ທຳ​ອິດ​ລະຫວ່າງ​ປີ 1993 ຫາ 1997. ຕໍ່​ມາ​ທ່ານ​ໄດ້​ກັບ​ຄືນ​ມາ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກ່ອນ​ທີ່​ຈະ​ຖືກ​​ໄລ່​ອອກ​ຈາກ​ພັກ FUNCINPEC ກ່ອນ​ທີ່​ທ່ານ​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...