spot_img
Homeຂ່າວພາຍ​ໃນຊ່ວຍກັນຕາມຫາຄົນຮ້າຍ ຕຳແລ້ວໜີ !!

ຊ່ວຍກັນຕາມຫາຄົນຮ້າຍ ຕຳແລ້ວໜີ !!

Published on

ภาพหน้าจอ 2014-10-31 22.13.09

ຕາມລ່າຫາຄົນກະທຳຜິດ: ຕຳແລ້ວໜີ 29/10/2014

ນີ້ ແມ່ນເຫດການ ທີ່ລົດວິໂກສີດຳ ລຸ້ນສູງ ຂີ່ມາແລ້ວເສຍຫຼັກ ຕຳເອົາລົດເກງທີ່ຈອດຢູ່ໜ້າບ້ານ ຢູ່ເຂດ ວົງວຽນ ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເຮັດໃຫ້ລົດທີ່ຖືກຕຳເປເພເສຍຫາຍ.ເຫດເກີດເວລາ ປະມານ 01:15:58 ນາທີ ເມືອງລົດວິໂກສີດຳ ແລ່ນມາດ້ວຍຄວາມໄວເສຍຫຼັກ ແລ້ວໄປຕຳເອົາລົດເກງ ຄັນດັ່ງກ່າວ. ຈາກນ້ັນ ກໍ່ຖອຍລົດໜີໄປ. ຕໍ່ນັ້ນມາ ເວລາປະມານ 01:43:44 ກໍ່ມີລົດເກງສີຂາວ ອີກຄັນຂີ່ມາ ແລ້ວມີຍິງຄົນໜຶ່ງຄາດ ວ່າຈະເປັນໝູ່ຂອງລົດວິໂກສີດຳ ໄດ້ລົງມາເກັບເອົາປ້າຍລົດ ວິໂກ ຄັນດັ່ງກ່າວທີ່ຕົກຢູ່ບ່ອນເກີດເຫດ.

ແຈ້ງໃຫ້ຜູ້ກະທຳຜິດ ໃຫ້ໂທຫາຜູ້ເສຍຫາຍດ່ວນ ກ່ອນທີ່ຈະຖືກຈັບໄດ້ ແລ້ວມີໂທດໜັກ. ພ້ອມກັບໝູ່ທີ່ມາເກັບປ້າຍ ທີ່ປົກປິດຄວາມຜິດ ໃຫ້ໝູ່ ກໍ່ຈະຖືກໂທດໄປພ້ອມ. ເພາະຜູ້ເສຍຫາຍກຳລັງດຳເນີນກວດສອບກ້ອງວັງຈອນປິດ ໃນຈຸດອື່ນໆ ເຊິ່ງຄາດວ່າຈະເຫັນປ້າຍລົດຂອງທ່ານ ໃນໄວໆນີ໊.

ທ່ານໃດທີ່ອາດເຫັນເຫດການ ຫຼື ຮ້ານໃດ ທີ່ເຫັນລົດດັ່ງກ່າວໄປແປງລົດ ກໍ່ໃຫ້ແຈ້ງໃຫ້ດ້ວຍ.

ເບີໂທຜູ້ເສຍຫາຍ:020 28283132

ຂອບໃຈຂ່າວຈາກ: ໂທລະໂຄ່ງ

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...