spot_img
Homeຂ່າວພາຍ​ໃນລາຍງານຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 28 ພະຈິກ 2021

ລາຍງານຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 28 ພະຈິກ 2021

Published on

ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1,195 ຄົນ ( ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 % ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 71,518 ຄົນ, ( ພາຍໃນ57,390 ຄົນ, ຕ່າງປະເທດ 14,128 ຄົນ, ເສຍຊີວິດສະສົມ 159 ຄົນ (ໃຫມ່ 05), ປິ່ນປົວຫາຍດີໃນມື້ວານນີ້ 713 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 11,513 ຄົນ ານວນຕິດເຊື້ອສະສົມ 71,518 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 59,846 ຄົນ) (ນັ້ນກໍ່ຫມາຍຄວາມວ່າ ໃນຈໍຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 1,195 ຄົນ ມີດັ່ງນີ້

ສໍາລັບການຕິດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນ ຄື: ທັງຫມົດແມ່ນມາຈາກແຂວງສະຫວັນນະເຂດ ແມ່ນໄດ້ປະຕິບັດຕາມມາດຕະການກ່ຽວກັບຜູ້ເດີນທາງເຂົ້າປະເທດ ຢ່າງເຂັ້ມງວດ ແລະ ຄົບຖ້ວນ

ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 1,192 ຄົນ ຄື:

  1. ນະຄອນຫຼວງ 528 ຄົນ: ມາຈາກ 189 ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 18 ບ້ານ (58 ຄົນ)

ເມືອງສີໂຄດຕະບອງ ມີ 36 ບ້ານ (93 ຄົນ)

ເມືອງໄຊເສດຖາ ມີ 37 ບ້ານ (91 ຄົນ)

ເມືອງສີສັດຕະນາກມີ 20 ບ້ານ (58 ຄົນ)

ເມືອງ ນາຊາຍທອງ ມີ 20 ບ້ານ (32 ຄົນ)

ເມືອງໄຊທານີ ມີ 36 ບ້ານ (145 ຄົນ)

ເມືອງຫາດຊາຍຟອງ ມີ 20 ບ້ານ (29 ຄົນ)

ເມືອງ ສັງທອງ ມີ 1 ບ້ານ (01 ຄົນ)

ຕ່າງແຂວງ ມີ 04 ຄົນ

ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ

  1. ຫຼວງພະບາງ ມີ 121 ຄົນ ໃນ 37 ບ້ານ ແລະ 7 ເມືອງ
  2. ຈໍາປາສັກ ມີ 45 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  3. ໄຊຍະບູລີ ມີ 21 ຄົນ ໃນ 18 ບ້ານ ແລະ 2 ເມືອງ
  4. ອຸດົມໄຊ ມີ 43 ຄົນ ໃນ 19 ບ້ານ ແລະ 2 ເມືອງ
  5. ຫຼວງນ້ໍາທາ ມີ 21 ຄົນ ໃນ 11 ບ້ານ ແລະ 2 ເມືອງ
  6. ວຽງຈັນ ມີ 82 ຄົນ ໃນ 40 ບ້ານ ແລະ 7 ເມືອງ
  7. ບໍ່ແກ້ວ ມີ 93 ຄົນ ໃນ 3 ເມືອງ
  8. ຜົ້ງສາລີ ມີ 11 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  9. ບໍລິຄໍາໄຊ ມີ 29 ຄົນ ໃນ 13 ບ້ານ ແລະ 4 ເມືອງ
  10. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 3 ເມືອງ
  11. ສະຫວັນນະເຂດ ມີ 67 ຄົນ ໃນ 36 ບ້ານ ແລະ 10 ເມືອງ
  12. ຄໍາມ່ວນ ມີ 32 ຄົນ
  13. ສາລະວັນ ມີ 23 ຄົນ ໃນ 11 ບ້ານ ແລະ 4 ເມືອງ
  14. ຫົວພັນ ມີ 43 ຄົນ ໃນ 5 ບ້ານ ແລະ 4 ເມືອງ
  15. ຊຽງຂວາງ ມີ 15 ຄົນ ໃນ 14 ບ້ານ ແລະ 3 ເມືອງ
  16. ອັດຕະປື ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  17. ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ສໍາລັບ ຄົນເຈັບເສຍຊີວິດ 5 ຄົນ, ລາຍລະອຽດ ດັ່ງນີ້:

  1. ເພດຊາຍ, ອາຍຸ 68 ປີ, ບ້ານຫ້ວຍສະເຫງົາ, ເມືອງວັງວຽງ, ແຂວງວຽງຈັນ
  • ພະຍາດປະຈໍາຕົວ: ເປັນ Laryngeal cancer ໄດ້ 8 ເດືອນ
  • ໄດ້ສັກຢາວັກຊີນ ຄົບ
  • ວັນທີ 25 ພະຈິກ 2021: ເຂົ້າໄປນອນປິ່ນປົວຢູ່ໂຮງຫມໍ 108 ດ້ວຍອາການໄອ ແລະ ຫາຍໃຈຝືດ ພ້ອມທັງເກັບ ຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນ ບວກ. ຫຼັງຈາກນັ້ນໂຮງຫມໍ 108 ໄດ້ນໍາສົ່ງຄົນເຈັບເຂົ້າສູນປິ່ນປົວ ໂຄວິດ-19 ວັງວຽງ
  • ວັນທີ 26/11/2021 ເວລາ 12:00ນາທີ
  • ມາຮອດເວລາ 08:00 ໂມງຂອງວັນທີ 27 ພະຈິກ 2021: ຄົນ ເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການເຊີດຊູແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ
  1. ເພດຍິງ, ອາຍຸ 81 ປີ, ບ້ານນ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ
  • ພະຍາດປະຈໍາຕົວ: ເປັນ ແຜກະເພາະຊໍາເຮື້ອ, ປະດົງ ແລະຄວາມດັນ ເລືອດສູງ
  • ບໍ່ໄດ້ສັກຢາວັກຊີນ
  • ຄົນເຈັບມີອາການໄອ, ເມື່ອຍ, ຈືດມ້ານ ມາໄດ້ 3 ອາທິດ ຈຶ່ງໄດ ເຂົ້າໄປກວດ ແລະ ນອນປິ່ນປົວຢູ່ໂຮງຫມໍແຂວງວຽງຈັນ
  • ວັນທີ 15 ພະຈິກ 2021 ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດ ໂຄວິດ-19 ແລະ ໃຫ້ຜົນບວກ
  • ວັນທີ 17 ພະຈິກ 2021: ຄອບຄົວຂໍເອົາມາບ້ານ ຕິດຕາມຢູ່ ເຮືອນ (ບ້ານຖ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ) ພາຍໃຕ້ ເງື່ອນໄຂ ແລະ ບົດບັນທຶກຕາມມາດຕະການສະເພາະກິດ ລະຫວ່າງຫນ່ວຍສະເພາະກິດແຂວງວຽງຈັນ ແລະ ຄອບຄົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ທີ່ເປັນເອກະພາບກັນໃນວັນທີ 16 ພະຈິກ
  • ແຕ່ວັນທີ 17-26 ພະຈິກ 2021: ຄົນເຈັບກັກໂຕຢູ່ເຮືອນ ແລະຕິດຕາມອາການໃນແຕ່ລະມື້ (ເມື່ອຍ, ວິນຫົວ,ຈືດມ້ານ, ກິນດື່ມ ໄດ້ນ້ອຍ ແລະ ນອນກັບຕຽງ-ຍ່າງບໍ່ໄດ້) ມາຮອດວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ຢູ່ເຮືອນ
  1. ເພດຊາຍ, ອາຍຸ 30 ປີ, ບ້ານຢູ່ປະຈຸບັນ: ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫັວນນະເຂດ
  • ພະຍາດປະຈໍາຕົວ: ເປັນປະດົງ, ໄຂ່ຫລັງຊຸດໂຊມ
  • ໄດ້ສັກຢາວັກຊິນ ຄົບ
  • ເວລາ 11:00 ໂມງ ຂອງວັນທີ 26 ພະຈິກ 2021: ຄົນເຈັບໄດ້ເຂົ້າ ມາກວດວດຢູ່ໂຮງຫມໍແຂວງສະຫັວນນະເຂດ ຍ້ອນມີອາການ ອິດເມື່ອຍ, ຫຼາຍໃຈຝຶດ ແລະ ແຫນ້ນຫນ້າເອິກ, ມາຮອດໂຮງຫມໍພາກສະຫນາມຫຼັກ 9 ເວລາ 17:00 ໂມງ: ສະຕິງ້ວງຊຶມ, ກະວົນກະວາຍ, ຫາຍໃຈໄວ ແລະ ຈືດມ້ານ ເວລາ 08:00 ໂມງ ຂອງວັນທີ 27 ພະຈິກ 2021: ຄົນເຈັບ
  • ອາການບໍ່ດີຂື້ນ, ບໍ່ຕອບສະຫນອງຕໍ່ການຊັກຖາມ, ແຂນຂາອອ່ນ ແຮງ. ເວລາ 13:00 ໂມງ: ຄົນເຈັບ ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ ໄດ້ເຊີດຊ ເຮັດ CPR, ຄົນເຈັບບໍ່ຕອບສະຫນອງຕໍ່ຢາ ແລະ ເສຍ ຊີວິດໃນເວລາ 13:30 ນາທີ ຂອງວັນທີ 27 ພະຈິກ
  1. ເພດຍິງ, ອາຍຸ 74 ປີ, ບ້ານໂພນແກ້ວ, ເມືອງສີໂຄດຕະບອງ,ນະຄອນຫລວງ
  • ໄດ້ສັກຢາວັກຊີນຄົບ ໄລຍະ 06 ມື້ຜ່ານມາ ໄດ້ໄປຢາມລູກທີ່ມີອາການໄຂ້ ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ ໃນຕອນເຊົ້າ ແລະ ກັບບ້ານຕອນແລງ ຜູ້ກ່ຽວ ມີອາການ ໄຂ້ ແລະ ໄອເລັກນ້ອຍ
  • ເວລາ 07:00 ໂມງເຊົ້າ ຂອງວັນທີ 06 ພະຈິກ 2021: ໄປກວດ ຢູ່ໂຮງຫມໍ 103 ແລະ ກຽມເຄື່ອງໄປນອນ ຍ້ອນວ່າມີອາການ ຫາຍໃຈຝືດ ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄ ວິດ-19 ກວດດ້ວຍ Ag RDT ໃຫ້ຜົນບວກ ແລະ ແພດໄດ້ແນະ ນໍາໃຫ້ຕິດຕາມ ອາການຢູ່ບ້ານ ແລະ ໃຫ້ຢາຈໍານວນນື່ງມາກິນ ມາຮອດຕອນເຊົ້າ ຂອງວັນທີ 27 ພະຈິກ 2021: ຜູ້ກ່ຽວ ມີ ອາການຫນັກຂື້ນ ແລະ ໄດ້ປະສານງານລົດ ເພື່ອຮັບເຂົ້າປິ່ນປົວ. ເມື່ອລົດໄປຮອດ, ຜູ້ກ່ຽວໄດ້ເສຍຊີວິດ ຢູ່ບ້ານ ໃນເວລາ 8:00 ໂມງເຊົ້າ ຂອງມື້ດຽວກັນ
  1. ເພດຍິງ, ອາຍຸ 27 ປີ, ອາຊີບ: ຄ້າຂາຍ, ບ້ານຫນອງວຽງ, ເມືອງໄຊທານີ, ນະຄອນຫລວງ – ຖືພາ 05 ເດືອນ
  • ບໍ່ໄດ້ຮັບການສັກຢາວັກຊີນ
  • ວັນທີ 17 ພະຈິກ 2021: ໄດ້ໄປກວດຢູ່ໂຮງຫມໍມະໂຫສົດ ແລະ ນອນ 01 ຄົນ ເວລາ 16:58 ນາທີ ຂອງວັນທີ 18 ພະຈິກ 2021: ສົ່ງຄົນເຈັບ ມາໂຮງຫມໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝຶດ, ຜົນ ກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ທີ່ 18-27 ພະຈິກ 2021, ເປັນເວລາ 10 ວັນ ມາຮອດເວລາ 6:00 ໂມງຂອງວັນທີ 27 ພະຈິກ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...