Homeຂ່າວຕ່າງປະເທດWho ປະກາດໂຄວິດ-19 ສາຍພັນໃໝ່ໃນອາຟຣິກາໃຕ້ ໃຫ້ຊື່ວ່າ Omicron

Who ປະກາດໂຄວິດ-19 ສາຍພັນໃໝ່ໃນອາຟຣິກາໃຕ້ ໃຫ້ຊື່ວ່າ Omicron

Published on

ອົງການອານາໄມໂລກ (WHO) ປະກາດ! ໂຄວິດກາຍພັນຊະນິດໃໝ່ ທີ່ພົບຢູ່ປະເທດອາຟຣິກາໃຕ້ ເປັນສາຍພັນທີ່ ໜ້າເປັນຫ່ວງຫຼາຍ ແລະ ຕັ້ງຊື່ໃຫ້ວ່າ ໂອມີຄອນ (Omicron) ພ້ອມລາຍງານຕື່ມວ່າ: ເຊື້ອນີ້ມີການກາຍພັນໃນຫຼາຍຈຸດ ແລະ ຫຼັກຖານເບື້ອງຕົ້ນພົບວ່າມີຄວາມສ່ຽງ ທີ່ຈະຕິດຊໍ້າໄດ້.

ປະເທດອາຟຣິກາໃຕ້ ລາຍງານການພົບເຊື້ອນີ້ໃຫ້ອົງການອະນາໄມໂລກຮູ້ ເມື່ອ ວັນທີ 24 ພະຈິກ ທີ່ຜ່ານມາ ແລະ ມີການຢືນຢັນວ່າຖືກພົບໃນ ບອດສາວານາ, ເບວຍ້ຽມ, ຮອງກົງ ແລະ ອິດສະລາແອນ ສົ່ງຜົນໃຫ້ຫຼາຍປະເທດ ຫ້າມ ຫຼື ຈຳກັດ ການເດີນທາງລະຫວ່າງປະເທດດັ່ງກ່າວ ກັບປະເທດທາງຕອນໃຕ້ຂອງທະວີບແອຟຣິກາ (Africa).

ໂອມີຄອນ (Omicron) ຖືເປັນເຊື້ອໄວຣັສໂຄວິດ-19 ກາຍພັນຊະນິດທີ 5 ທີ່ອົງການອະນາໄມໂລກຈັດໃຫ້ຢູ່ໃນກຸ່ມສາຍພັນທີ່ໜ້າເປັນຫ່ວງ ຫຼັງຈາກສາຍພັນ ອາວຟາ, ບີຕາ, ແກັມມາ ແລະ ເດວຕາ.

ກ່ອນໜ້ານີ້, ອາຟຣິກາໃຕ້ ກວດພົບການແຜ່ກະຈາຍຂອງໄວຣັສ ກໍ່ໃຫ້ເກີດໂຄວິດ-19 ຊະນິດໃໝ່ ເຊິ່ງມີການກາຍພັນຢ່າງຮຸນແຮງໃນຢີນຫຼາຍຕຳແໜງ ເຮັດໃຫ້ເຊື້ອກາຍພັນຊະນິດນີ້ອາດແຜ່ເຊື້ອໄດ້ງ່າຍ ແລະ ເປັນອັນຕະລາຍຍິ່ງກວ່າຊາຍພັນອື່ນ ທີ່ທົ່ວໂລກເຄີຍພົບມາ.

ຂໍ້ມູນ: BBC News Thailand

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...