spot_img
Homeຂ່າວຕ່າງປະເທດຈີນເລີ່ມທົດລອງຢາປິ່ນປົວໂຄວິດ-19 ໃນຄົນແລ້ວ

ຈີນເລີ່ມທົດລອງຢາປິ່ນປົວໂຄວິດ-19 ໃນຄົນແລ້ວ

Published on

ເວັບໄຊ້ ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນພຸດທີ 24 ພະຈິກ 2021 ທີ່ຜ່ານມາ ສະຖາບັນການຄົ້ນຄວ້າຂອງປະເທດຈີນໄດ້ເປີດເຜີຍວ່າມີຢາຊະນິດທໍາອິດທີ່ໃຊ້ຊື່ວ່າ VV116 ເປັນຍານິວຄລີໂອໄຊຕ້ານໄວຣັສໂຄວິດ-19 ຊະນິດຮັບປະທານ ເຊິ່ງມີຜົນທົດລອງເປັນທີ່ພື່ງພໍໃຈໃນການທົດລອງກັບສັດ ແລະ ຍັງອອກລິດຢັ້ບຢັ້ງຕໍ່ເຊື້ອໄວຣັສສາຍພັນດັ້ງເດີມ ແລະ ຊະນິດກາຍພັນ.

ຢາ VV116 ໄດ້ຮັບການອະນຸມັດການທົດລອງທາງຄລີນິກໃນອຸຊເບກິສະຖານເປັນບ່ອນທໍາອິດ ສ່ວນຢາອີກໂຕໜຶ່ງທີ່ມີຊື່ວ່າ FB2001 ເປັນສານປະກອບໃໝ່ທີ່ອອກແບບ ແລະ ສັງເຄາະໂປຣຕີນຈາກເຊື້ອໄວຣັສໂຄໂຣນາ ເຊິ່ງເປັນໂປຣຕີນຫຼັກທີ່ມີບົດບາດສໍາຄັນໃນຂະບວນການເພີ່ມຈໍານວນຂອງເຊື້ອໄວຣັສ.

ຄະນະນັກວິໄຈດໍາເນີນການທົດລອງໄລຍະທີ 1 ໃນສະຫະລັດອາເມລິກາໃນເດືອນມີນາທີ່ຜ່ານມາຫຼັງຈາກຜົນການວິໄຈກ່ອນການສຶກສາທາງຄລີນິກໄດ້ຮັບການເຜີຍແຜ່ໃນວາລະສານວິທະຍາສາດ ໃນເດືອນມິຖຸນາ 2020. ທັງນີ້ຢາ FB2001 ເປັນຜົນງານການພັດທະນາຮ່ວມກັນຂອງສະຖາບັນມາທໍເຣຍ ເມດິກາ ແຫ່ງຊຽງໄຮ້, ມະຫາວິທະຍາໄລຊຽງໄຮ້ເທັກ ແລະ ສະຖາບັນໄວຣັສວິທະຍາອູ່ຮັ່ນ ສັງກັດສະຖາບັນວິທະຍາສາດຈີນ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...