Homeຂ່າວຕ່າງປະເທດເກົາຫຼີໃຕ້ວາງແຜນກຽມສ້າງ “ເມືອງລອຍນໍ້າ” ແຫ່ງທໍາອິດຂອງໂລກ

ເກົາຫຼີໃຕ້ວາງແຜນກຽມສ້າງ “ເມືອງລອຍນໍ້າ” ແຫ່ງທໍາອິດຂອງໂລກ

Published on

OCEANIX ໄດ້ຮັບການສະໜັບສະໜຸນຈາກໂຄງການ ຕັ້ງຖິ່ນຖານມະນຸດເແຫ່ງສະຫະປະຊາຊາດ (UN-Habitat) ໃຫ້ສ້າງເມືອງລອຍນໍ້າແຫ່ງທໍາອິດຂອງໂລກ. ເມືອງລອຍນໍ້າແບບທັນສະໄໝນີ້ຈະຖືກສ້າງຂຶ້ນທີ່ເມືອງປູຊານ ປະເທດເກົາຫຼີໃຕ້ ໂດຍຈະມີພື້ນທີ່ທັງໝົດປະມານ 469 ໄຮ່ ແລະ ສາມາດຮອງຮັບຜູ້ຢູ່ອາໄສໄດ້ປະມານ 10,000 ຄົນ ໂດຍຜັງເມືອງຈະປະກອບດ້ວຍເກາະທີ່ເປັນຮູບຫົກຫຼ່ຽມ ແລະ ແຕ່ລະເກາະຈະກິນພື້ນທີ່ປະມານ 12.5 ໄຮ່ ແລະ ມີຊຸມຊົນອາໄສຢູ່ປະມານ 300 ຄົນຕໍ່ໜຶ່ງເກາະ.

ຜູ້ຮ່ວມກໍ່ຕັ້ງ OCEANIX ໄດ້ໃຫ້ສໍາພາດວ່າ: “ເມືອງປູຊານເປັນສະຖານທີ່ທີ່ເໝາະສົມທີ່ສຸດທີ່ຈະສ້າງເມືອງຕົ້ນແບບ ເຊິ່ງຫວັງວ່າໃນອະນາຄົດພວກເຮົາຈະສາມາດນໍາຄວາມຄິດນີ້ໄປໃຊ້ໄດ້ກັບເມືອງທີ່ຢູ່ແຄມຝັ່ງ ເນື່ອງຈາກທົ່ວໂລກຕອນນີ້ກໍາລັງປະເຊີນຢູ່ກັບບັນຫາການເພີ່ມຂຶ້ນຂອງລະດັບນໍ້າທະເລ”

ເມືອງລອຍນໍ້າແຫ່ງນີ້ຖືກອອກແບບໃຫ້ປ່ຽນແປງໄປຕາມສະພາບຂອງສິ່ງແວດລ້ອມ ພວກມັນສາມາດພັດທະນາເປັນຊຸມຊົນທີ່ໃຫຍ່ຂຶ້ນໄດ້ເມື່ອເວລາຜ່ານໄປ. ນອກຈາກນີ້, ຍັງມີເທັກໂນໂລຊີທີ່ທັນສະໄໝທີ່ມະນຸດສາມາດຜະລິດພະລັງງານໄຟໄຟ້າ, ນໍ້າຈືດ ລວມໄປເຖິງອາຫານ ແລະ ລ້ຽງສັດໄດ້ອີກດ້ວຍ ເຊິ່ງຄາດວ່າຈະໃຊ້ເວລາໃນການກໍ່ສ້າງທັງໝົດ 3 ປີ ໂຄງການດັ່ງກ່າວປຽບເໝືອນການເລີ່ມຕົ້ນເທົ່ານັ້ນ ເພາະທາງ OCEANIX ໄດ້ເຂົ້າໄປເຈລະຈາກັບລັດຖະບານ 10 ປະເທດແລ້ວໃນທົ່ວໂລກ ເພື່ອສະເໜີວິທີແຫ້ໄຂບັນຫານໍ້າທະເລທີ່ເພີ່ມສູງຂຶ້ນ ສໍາລັບງົບປະມານໃນການກໍ່ສ້າງເມືອງລອຍນໍ້ານີ້ຄາດວ່າຈະຢູ່ທີ່ປະມານ 200 ລ້ານຫຼຽນ.

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...