spot_img
Homeຂ່າວພາຍ​ໃນໂຈນຫຼາຍສິບຄົນກໍ່ເຫດປຸ້ນຮ້ານແບນເນມໃນຊານຟຣານຊິສໂກ

ໂຈນຫຼາຍສິບຄົນກໍ່ເຫດປຸ້ນຮ້ານແບນເນມໃນຊານຟຣານຊິສໂກ

Published on

ສື່ທ້ອງຖິ່ນລາຍງານໃນວັນທີ 20 ພະຈິກຜ່ານມາ ມີກຸ່ມຄົນປະມານ 80 ຄົນ ພ້ອມຖືທ່ອນເຫຼັກໃນມື ລວມທັງອາວຸດອື່ນໆ ບຸກເຂົ້າຮ້ານແບນເນມ Nordstrom, ໃນຊານຟຣານຊິສໂກ.

ກຸ່ມຄົນດັ່ງກ່າວໄດ້ປຸ້ນສະດົມເອົາສິນຄ້າຫຼູພາຍໃນຮ້ານ ກ່ອນຈະເອົາຕົວຫຼົບໜີໄປພ້ອມກັບລົດປະມານ 25 ຄັນ ທີ່ຈອດຂວາງເສັ້ນທາງຢູ່ນອກຮ້ານ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໄດ້ຮວບຮວມກຳລັງຕິດຕາມຕົວ ແຕ່ສາມາດຈັບກຸມຜູ້ກໍ່ເຫດໄດ້ພຽງ 3 ຄົນ ເຊິ່ງການປຸ້ນຄັ້ງນີ້ເກີດຂຶ້ນທ່າມກາງສາຍຕາຂອງຜູ້ຄົນຈຳນວນຫຼາຍ ແຕ່ບັນດາຜູ້ກໍ່ເຫດຊໍ້າພັດບໍ່ຮູ້ສຶກຢ້ານກົວ ທັງທ້າທາຍຕໍ່ກົດໝາຍບ້ານເມືອງ. ຢ່າງໃດກໍຕາມ, ໂຊກດີບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກເຫດການຄັ້ງນີ້.

ກ່ອນເກີດເຫດປຸ້ນຮ້ານແບນເນມ Nordstrom ຜ່ານໄປພຽງ 1 ວັນ ກໍຍັງມີຮ້ານຄ້າຫຼູຫຼາຍແຫ່ງ ໃນເຂດຢູນຽນສະແຄວຣ໌ ຂອງຊານຟຣານຊິສໂກ ເຊິ່ງເປັນຈຸດຊັອບປິ້ງຍອດນິຍົມ ກໍຖືກກຸ່ມຄົນບໍ່ດີພາກັບທຸບແວ່ນແກ້ວ ພ້ອມລັກເອົາສິນຄ້າ ກ່ອນຈະເອົາຕົບຫຼົບໜີໄປ.

ຂໍ້ມູນຈາກ: ເວັບໄຊ Post Today

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...