spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 22 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 22 ພະຈິກ 2021

Published on

ວັນທີ 21 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 4,793 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 995 ຄົນ ຈາກ 16ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງ

ເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານ

ເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ

ເມືອງໄຊເສດຖາ 91​ ຄົນ ຈາກ 33 ບ້ານ

ເມືອງສີສັດຕະນາກ 46 ຄົນ ຈາກ 15​ ບ້ານ

ເມືອງນາຊາຍທອງ 23​ ຄົນ ຈາກ 8 ບ້ານ

ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ

ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ

ເມືອງສັງທອງ 1 ຄົນ ຈາກ 1 ບ້ານ

ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ

  1. ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ
  2. ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ
  3. ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ
  4. ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ
  5. ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ
  6. ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ
  7. ໄຊຍະບູລີ ມີ 35 ຄົນ
  8. ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງ
  9. ສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ
  10. ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ
  11. ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ
  12. ອັດຕະປື 10 ຄົນ
  13. ຫຼວງນ້ຳທາ ມີ 10 ຄົນ, 2 ຄົນມາຈາກ ໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ
  14. ຫົວພັນ ມີ 11 ຄົນ ຈາກ 2 ເມືອງ
  15. ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກ ສະຫວັນນະເຂດ 1 ຄົນ, ສາລະວັນ 1 ຄົນ ແລະ ແຂວງຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63,159 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463ຄົນ, ກໍາລັງປິ່ນປົວ 11,490 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:

  • ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ
    ໃນວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ. ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນຂອງໂຮງໝໍມິດຕະພາບ ດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ ບໍ່ມີນ້ຳຍ່ຽວໄດ້ 03 ມື້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າທັງແຂນ ແລະ ຂາ ມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ) ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
  • ພະຍາດປະຈໍາຕົວ: ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີ ທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດ ຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ
  • ສັກຢາວັກຊີນ J&J ຄົບ
  • ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍ ແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
  • ມາຮອດເວລາ 22:15 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
  • ມະຕິພະຍາດ: Critical covid19 (Severe pneumonia, Sepsis, AKI, ARDS)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...