spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 21 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 21 ພະຈິກ 2021

Published on

ຕົວເລກລາຍງານ ສະພາບການຕິດເຊື້ອພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງມີທ່າອຽງ ເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 5,259 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 921 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 62,160 ຄົນ (ພາຍໃນ 48,058 ຄົນ, ຕ່າງປະເທດ 14,102 ຄົນ, ເສຍຊີວິດສະສົມ 132 ຄົນ (ໃຫມ່ 06), ປິ່ນປົວຫາຍດີໃນມື້ວານນີ້ 683 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 10,964 ຄົນ (ນັ້ນກໍ່ຫມາຍຄວາມວ່າ ໃນຈໍານວນຕິດເຊື້ອສະສົມ 62,160 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 51,064 ຄົນ)

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 921 ຄົນ ມີດັ່ງນີ້ ໐ ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດ ມີຈໍານວນ 10 ຄົນຄື: ມາຈາກນະຄອນຫຼວງວຽງຈັນ 2 ຄົນ, ສະຫວັນນະເຂດ 5 ຄົນ ແລະ ຫົວພັນ 3ຄົນ ນັ້ນແມ່ນ ໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕລະ ແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້ ໐ ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 911 ຄົນ ຄື:

  1. ນະຄອນຫຼວງ 359 ຄົນ: ມາຈາກ 161 ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 14 ບ້ານ (34 ຄົນ)

ເມືອງສີໂຄດຕະບອງ ມີ 31 ບ້ານ (67 ຄົນ)

ເມືອງໄຊເສດຖາ ມີ 31 ບ້ານ (69 ຄົນ)

ເມືອງສີສັດຕະນາກມີ 17 ບ້ານ (44 ຄົນ)

ເມືອງ ນາຊາຍທອງ ມີ 11 ບ້ານ (34 ຄົນ)

ເມືອງໄຊທານີ ມີ 31 ບ້ານ (64 ຄົນ)

ເມືອງຫາດຊາຍຟອງ ມີ 24 ບ້ານ (37 ຄົນ)

ເມືອງ ສັງທອງ ມີ 06 ບ້ານ (07 ຄົນ)

ຕ່າງແຂວງ ມີ 05 ຄົນ

  1. ຫຼວງພະບາງ ມີ 123 ຄົນ ໃນ 38 ບ້ານ ແລະ 9 ເມືອງ
  2. ຈໍາປາສັກ ມີ 81 ຄົນ ໃນ 39 ບ້ານ ແລະ 10 ເມືອງ
  3. ໄຊຍະບູລີ ມີ 49 ຄົນ ໃນ 13 ບ້ານ ແລະ 1 ເມືອງ
  4. ອຸດົມໄຊ ມີ 26 ຄົນ ໃນ 9 ບ້ານ ແລະ 3 ເມືອງ
  5. ຫຼວງນ້ໍາທາ ມີ 19 ຄົນ ໃນ 8 ບ້ານ ແລະ 1 ເມືອງ
  6. ວຽງຈັນ ມີ 31 ຄົນ ໃນ 20 ບ້ານ ແລະ 6 ເມືອງ
  7. ບໍ່ແກ້ວ ມີ 52 ຄົນ ໃນ 8 ບ້ານ ແລະ 3 ເມືອງ
  8. ຜົ້ງສາລີ ມີ 86 ຄົນ ໃນ 15 ບ້ານ ແລະ 4 ເມືອງ
  9. ບໍລິຄໍາໄຊ ມີ 11 ຄົນ ໃນ 8 ບ້ານ ແລະ 2 ເມືອງ
  10. ເຊກອງ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  11. ສະຫວັນນະເຂດ ມີ 29 ຄົນ ໃນ 15 ບ້ານ ແລະ 3 ເມືອງ
  12. ຄໍາມ່ວນ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  13. ສາລະວັນ ມີ 23 ຄົນ ໃນ 7 ບ້ານ ແລະ 2 ເມືອງ
  14. ຫົວພັນ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  15. ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  16. ອັດຕະປື ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ສໍາລັບ ຄົນເຈັບເສຍຊີວິດ 4 ຄົນ, ລາຍລະອຽດ ດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 88 ປີ, ບ້ານວັດທາດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 17 ພະຈິກ 2021: ໄດ້ເຂົ້າມາກວດຢູ່ໂຮງຫມໍແຂວງ ຍ້ອນບໍ່ຮູ້ສະຕິ ພ້ອມທັງ ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ວັນທີ 20 ພະຈິກ 2021: ຄົນເຈັບມີອາການຊຸດລົງກະທັນຫັນ.
  • ມາຮອດເວລາ 17:30 ໂມງ ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍຸ 88 ປີ, ສັນຊາດ: ຫວຽດນາມ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 11 ພະຈິກ 2021: ມີໄຂ້ ແລະ ເຈັບຄໍ ຈຶ່ງເກັບຕົວຢ່າງມາກວດຊອດຫາ ພະຍາດໂຄວິດ-19, ຜົນກວດແມ່ນພົບເຊື້ອ ນັບແຕ່ວັນທີ 11-16 ພະຈິກ 2021: ຄົນເຈັບປິ່ນປົວຢູ່ບ້ານ ວັນທີ 16 ພະຈິກ 2021: ໄດ້ມາປິ່ນປົວຢູ່ສູນລ້ານຊ້າງ
  • ວັນທີ 19 ພະຈິກ 2021: ໄດ້ຍ້າຍຄົນເຈັບຈາກສູນລ້ານຊ້າງ ມາໂຮງຫມໍເສດ ຖາທິລາດ ຍ້ອນຄົນເຈັບອິດເມື່ອຍ, ຫາຍໃຈຍາກ ແລະ ອົກຊີໃນເລືອດຕ່ໍາ
  • ມາຮອດເວລາ 20:30 ໂມງ ຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 71 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານ ສີສຸມຸງຄຸນ , ເມືອງປາກຊັນ, ແຂວງບໍລິຄໍາໄຊ

  • ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 20 ພະຈິກ 2021: ເຂົ້າໂຮງຫມໍ ຍ້ອນອາການ ໄອ ແລະ ຫາຍໃຈຍາກ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດແມ່ນພົບເຊື້ອ ແລະ ໄດ້ ນໍາສົ່ງເຂົ້າໄປປິ່ນປົວ ສູນຫຼັກ 6 ຂອງແຂວງ ເວລາ 6 :42 ໂມງ ຜູ້ກ່ຽວລຸກມານັ່ງລົມກັບລູກລາວ ແລະ ໄດ້ນອນລົງເອງ ແລະ ເກີດພາວະຊັອກກະທັນຫັນ ຈຶ່ງໄດ້ເສຍຊີວິດໃນຕໍ່ມາ

ຜູ້ທີ 4: ເພດຊາຍ ອາຍຸ 39 ປີ, ອາຊີບ: ປະຊາຊົນ, ບ້ານ ນໍ້າອ່າງ (ຄຸ້ມໂພນໄຮ), ເມືອງທຸລະຄົມ, ແຂວງວຽງຈັນ.

  • ບໍ່ມີປະຫວັດພະຍາດປະຈໍາຕົວ
  • ຜ່ານມາຮັບການສັກວັກຊິນກັນໂຄວິດ-19 ໄດ້ 1 ເຂັ້ມ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ ຖືກກັກໂຕແຕ່ວັນທີ 28 ສິງຫາ
  • ວັນທີ 19 ພະຈິກ 2021 ເວລາ 13:00 ໂມງ: ຜູ້ກ່ຽວອິດເມື່ອຍ, ອ່ອນເພຍ, ໄອ, ເຈັບຄໍ, ຫັນໃຈຝືດ ແລະ ແຫນ້ນຫນ້າເອີກ. ເວລາ 15:00 ໂມງ ຖືຄີງໄຂ້, ຫັນໃຈຝືດ, ແຫນ້ນຫນ້າເອີກ, ນອນພຽງບໍ່ໄດ້, ຈຶ່ງຖືກໄດ້ນໍາສົ່ງມາໂຮງຫມໍ ເມືອງທຸລະຄົມ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດເປັນບວກ ໃນໄລຍະຕໍ່ມາ ຜູ້ກ່ຽວມີອາການດີຂື້ນ ຈຶ່ງໄດ້ຂໍນໍາເອົາຄົນເຈັບກັບຄືນໄປສະ ຖານທີ່ຄຸມຂັງ ເຊິ່ງມີແພດປະຈໍປິ່ນປົວ.
  • ວັນທີ 20 ພະຈິກ 2021 ເວລາ 7:30 ນາທີ ຜູ້ກ່ຽວເສຍຊີວິດ.

ຜູ້ທີ 5: ເພດຊາຍ ອາຍຸ 62 ປີ, ບ້ານຢູ່ປະຈຸບັນ: ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ.
  • ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ-19
  • ວັນທີ 12 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການໄຂ້, ໄອ, ເມື່ອຍ ແລະ ຫາຍໃຈຍາກ ພ້ອມທັງ ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ19 ຜົນກວດ ແມ່ນພົບເຊື້ອ
  • ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 12-20 ພະຈິກ 2021, ເປັນເວລາ 09 ມື້
  • ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6: ເພດຍິງ, ອາຍຸ 51 ປີ, ບ້ານຢູ່ປະຈຸບັນ: ບ້ານສົມສະຫັວນ, ເມືອງໄຊທານນີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດຕັບ.
  • ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 13 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການເຈັບທ້ອງ , ທ້ອງເບັງ, ຕົນໂຕເຫລຶອງ ຈຶ່ງໄດ້ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19, ຜົນກວດແມ່ນພົບເຊື້ອ ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 13-20 ພະຈິກ 2001, ເປັນເວລາ 08 ມື້
  • ມາຮອດເວລາ 12:00 ໂມງຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...