spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 20 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 20 ພະຈິກ 2021

Published on

ສະພາບພະຍາດໂຄວິດ-19  ຢູ່ ສປປ ລາວໃນແຕ່ລະມື້ຍັງມີການລາຍງານຕົວເລກເພີ້ມຂຶ້ນໃນແຕລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,782 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1,344  ຄົນ  (ຈຳນວນທີ່ໃຫ້ຜົນບວກທຽບໃສ່ຈຳນວນ ຕົວຢ່າງທີ່ກວດ ມີ 19.8 %) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວີດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 61,239  ຄົນ,  (ພາຍໃນ 47,134 ຄົນ, ຕ່າງປະເທດ 14,105 ຄົນ, ເສຍຊີວິດສະສົມ 126 ຄົນ (ໃໝ່ 07), ປິນປົວຫາຍດີໃນມື້ວານນີ້ 781 ຄົນ ຮອດມື້ນີ້​ຈຳນວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 10,911 ຄົນ (ນັ້ນກໍ່ໝາຍຄວາມວ່າ ໃນຈຳນວນຕິດເຊື້ອສະສົມ 61,239 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 50,202 ຄົນ).

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 1,344 ຄົນ ມີດັ່ງນີ້: ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 03 ຄົນ ຄື: ທັງໝົດແມ່ນມາຈາກແຂວງຈໍາປາສັກ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕລະແຂວງແຕ່ມື້ເດີນທາງ ແຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້

ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 1,341 ຄົນ ຄື:

  1. ນະຄອນຫຼວງ 636 ຄົນ: ມາຈາກ 178 ບ້ານ, ໃນ 9 ເມືອງ

ເມືອງຈັນທະບູລີ ມີ 18 ບ້ານ (49 ຄົນ ແລະ ສະຖານທີ່ຄຸມຂັງ 136 ຄົນ)

ເມືອງສີໂຄດຕະບອງ ມີ 35 ບ້ານ (102 ຄົນ)

ເມືອງໄຊເສດຖາ ມີ 34 ບ້ານ (108 ຄົນ)

ເມືອງສີສັດຕະນາກມີ 19 ບ້ານ (56 ຄົນ)

ເມືອງ ນາຊາຍທອງ ມີ 13 ບ້ານ (27 ຄົນ)

ເມືອງໄຊທານີ ມີ 35 ບ້ານ (99 ຄົນ)

ເມືອງຫາດຊາຍຟອງ ມີ 20 ບ້ານ (39 ຄົນ)

ເມືອງ ສັງທອງ ມີ 03 ບ້ານ (03 ຄົນ)

ເມືອງ ປາກງື່ມ ມີ 1 ບ້ານ (01 ຄົນ)

ຕ່າງແຂວງ ມີ 12 ຄົນ

ຍັງສືບຕໍ່ເອົາຂໍ້ມູນ 0  ຄົນ

  1. ຫຼວງພະບາງ ມີ 185 ຄົນ ໃນ 46 ບ້ານ ແລະ 9 ເມືອງ
  2. ຈຳປາສັກ ມີ 79 ຄົນ ໃນ 35 ບ້ານ ແລະ 4 ເມືອງ
  3. ໄຊຍະບູລີ ມີ 49 ຄົນ ໃນ 10 ບ້ານ ແລະ 1 ເມືອງ
  4. ອຸດົມໄຊ ມີ 22 ຄົນ
  5. ຫຼວງນ້ຳທາ ມີ 18 ຄົນ ໃນ 8 ບ້ານ ແລະ 1 ເມືອງ
  6. ວຽງຈັນ ມີ 101 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  7. ບໍ່ແກ້ວ ມີ 40 ຄົນ ໃນ 7 ບ້ານ ແລະ 2 ເມືອງ
  8. ຜົ້ງສາລີ ມີ 81 ຄົນ ໃນ 10 ບ້ານ ແລະ 4 ເມືອງ
  9. ບໍລິຄຳໄຊ ມີ 21 ຄົນ ໃນ 15 ບ້ານ ແລະ 5 ເມືອງ
  10. ເຊກອງ ມີ 19 ຄົນ ໃນ 8 ບ້ານ ແລະ 2 ເມືອງ
  11. ສະຫວັນນະເຂດ ມີ 32 ຄົນ ໃນ 18 ບ້ານ ແລະ 2 ເມືອງ
  12. ຄຳມ່ວນ ມີ 24 ຄົນ ໃນ 14 ບ້ານ ແລະ 3 ເມືອງ
  13. ສາລະວັນ ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  14. ຫົວພັນ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ
  15. ຊຽງຂວາງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  16. ອັດຕະປື ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  17. ໄຊສົມບູນ ມີ 7 ຄົນ

ສຳລັບ ຄົນເຈັບເສຍຊີວີດ 7 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 41 ປີ, ບ້ານສ້າງເຫວີຍ, ເມືອງສີສັດຕະນາກ, ນະຄອນຫລວງ

  • ສັກວັກຊີນໂຄວິດ-19 ຄົບ
  • ວັນທີ 11 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການ
  • ອິດເມື່ອຍ, ສະຕີບໍ່ດີ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 6-18 ພະຈິກ 2021, ເປັນເວລາ 13 ມື້
  • ມາຮອດເວລາ 15:20 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ

  • ວັນທີ 04 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ຄໍແຂງ ແລະ ສະຕີບໍ່ດີ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 4-18 ພະຈິກ 2021, ເປັນເວລາ 15 ມື້
  • ມາຮອດເວລາ 1:00 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3: ເພດຍິງ, ອາຍຸ 55 ປີ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ວັນທີ 12 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ອິດເມື່ອຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-17 ພະຈິກ 2021, ເປັນເວລາ 06 ມື້
  • ມາຮອດເວລາ 21:00 ນາທີ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4:​ ເພດຍິງ, ອາຍຸ 58 ປີ, ບ້ານປ່າຝາງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ໝາກໄຂ່ຫຼັງຊຸດໂຊມ ແລະ ພະຍາດອັກເສບຕັບບີ
  • ບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 16 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ, ຫາຍໃຈຝຶດ, ຂາບວມທັງສອງຂ້າງ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 16-19 ພະຈິກ 2021, ເປັນເວລາ 04 ມື້
  • ມາຮອດເວລາ 19:00 ນາທີ ຂອງວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5: ເພດຊາຍ, ອາຍຸ 22 ປີ, ອາຊີບ: ປະຊາຊົນ, ບ້ານໂພນງາມ (ຄຸ້ມໂພນຂາມ), ເມືອງທຸລະຄົມ, ແຂວງວຽງຈັນ

  • ບໍ່ມີພະຍາດປະຈໍາໂຕ.
  • ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19​
  • ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງໄດ້ 2 ເດືອນ ໃນໄລຍະດັ່ງກ່າວ ປົກກະຕິແຂງແຮງດີ
  • ວັນທີ 19 ພະຈິກ 2021: ມີອາການອິດເມື່ອຍ, ອ່ອນເພຍ, ຫັນໃຈຝືດ, ແໜ້ນໜ້າເອິກ ຈຶ່ງຖືກນໍາສົ່ງມາໂຮງໝໍ ໃນໄລຍະເດີນທາງ ຜູ້ກ່ຽວໄດ້ເສຍ ຊີວິດ ກ່ອນມາຮອດໂຮງໝໍ. ເມື່ອມາຮອດໂຮງໝໍ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ແລະ ຜົນກວດພົບເຊື້ອ

ຜູ້ທີ 6: ເພດຊາຍ, ອາຍຸ 62 ປີ, ອາຊີບ ພະນັກງານ, ບ້ານຫນອງບຶກ, ເມືອງສີໂຄດຕະບອງ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 13 ພະຈິກ 2021: ເກັບຕົວຢ່າງມາກວດຊອກຫາພະຍາດໂຄດວິດ-19 ຢູ່ໂຮງໝໍມິດຕະພາບ
  • ວັນທີ 14 ພະຈິກ 2021: ຜົນກວດພົບເຊື້ອ ແຕ່ຍັງບໍ່ທັນໄປໂຮງໝໍ ແລະ ຜູ້ກ່ຽວຢູ່ບ້ານ
  • ວັນທີ 17 ພະຈິກ 2021: ມາໂຮງໝໍມິດຕະພາບ ດ້ວຍອາການ ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້
  • ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 17-19 ພະຈິກ 2021, ເປັນ ເວລາ 03 ວັນ
  • ຮອດເວລາ 23:15 ຂອງວັນທີ19 ພະຈິກ 2021: ຄົນເຈັບໄດ້ ເສຍຊີວິດ

ຜູ້ທີ 7: ເພດຊາຍ, ອາຍຸ 74 ປີ, ບ້ານໜອງແຕງ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດ ແລະ ອັກເສບຕັບຊີ
  • ສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 10 ພະຈິກ 2021: ຜູ້ກ່ຽວ ໄດ້ມາກວດ ຢູ່ໂຮງໝໍ 103 ຍ້ອນມີອາການໄຂ້, ໄອ ແລະ ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 10-19 ພະຈິກ 2021, ເປັນເວລາ 10 ວັນ
  • ມາຮອດເວລາ 22:00ໂມງຂອງວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...