spot_img
Homeຂ່າວຕ່າງປະເທດເບລາຣຸສປິດທໍ່ນໍ້າມັນທີ່ສົ່ງໃຫ້ອີຢູ ແຈ້ງ! ຕ້ອງສ້ອມແປງ

ເບລາຣຸສປິດທໍ່ນໍ້າມັນທີ່ສົ່ງໃຫ້ອີຢູ ແຈ້ງ! ຕ້ອງສ້ອມແປງ

Published on

ເບລາຣຸສປິດທໍ່ສົ່ງນໍ້າມັນທີ່ສົ່ງອອກໃຫ້ສະຫະພາບເອີຣົບຊົ່ວຄາວ ທ່າມກາງຄວາມຂັດແຍ່ງເລື່ອງຜູ້ອົບພະຍົບ ໂດຍອ້າງວ່າຈຳເປັນຕ້ອງການການສ້ອມແປງສ່ວນທີ່ເປ່ເພ ພ້ອມຢືນຢັນຈະໃຫ້ແລ້ວພາຍໃນ 3 ວັນ.

ແຫຼ່ງຂ່າວ RT ຂອງຣັດເຊຍລາຍງານວ່າ: ທາງການປະເທດ ເບລາຣຸສ ໄດ້ປະກາດໃນວັນທີ 17 ພະຈິກຜ່ານມາ ວ່າ ຈຳເປັນຕ້ອງມີການສ້ອມແປງທໍ່ສົ່ງນໍ້າມັນບາງຈຸດ ເຊິ່ງເປັນທໍ່ສົ່ງທີ່ລຳລຽງນໍ້າມັນຈາກຣັດເຊຍຜ່ານເບລາຣຸສ ກ່ອນຈະສົ່ງຕໍ່ຫຼາຍປະເທດໃນເອີຣົບ ໂດຍບໍ່ມີການວາງແຜນໄວ້ລ່ວງໜ້າ ແຕ່ກໍຢືນຢັນວ່າຈະສ້ອມແປງໃຫ້ສຳເລັດພາຍໃນ 3 ວັນ.

ການກະທຳດັ່ງກ່າວຂອງເບລາຣຸສ ອາດເຮັດໃຫ້ການສົ່ງນໍ້າມັນໄປເອີຣົບເກີດຕິດຂັດໃນໄລຍະເວລາອັນສັ້ນ ເຊິ່ງນັກວິເຄາະເຊື່ອວ່າ ການສ້ອມແປງທໍ່ສົ່ງນໍ້າມັນຄັ້ງນີ້ອາດຈະບໍ່ກະທົບຕໍ່ປະລິມານການສົ່ງອອກລາຍເດືອນ ຖ້າເບລາຣຸສສຳເລັດການສ້ອມແປງພາຍໃນສາມວັນຕາມທີ່ກ່າວໄວ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...