spot_img
Homeຂ່າວຕ່າງປະເທດບໍລິສັດຈີນເປີດຕົວວັກຊີນໂຄວິດ-19 ແບບສູດດົມພ້ອມລໍຖ້າອະນຸມັດຈາກຂັ້ນເທິງ

ບໍລິສັດຈີນເປີດຕົວວັກຊີນໂຄວິດ-19 ແບບສູດດົມພ້ອມລໍຖ້າອະນຸມັດຈາກຂັ້ນເທິງ

Published on

ບໍລິສັດແຄນຊີໂນ ໄບໂອໂລຈິກສ໌ ເຊິ່ງເປັນບໍລິສັດເຕັກໂນໂລຢີຊີວະພາບແຫ່ງໜຶ່ງຂອງຈີນ ໄດ້ເປີດຕົວວັກຊີນປ້ອງກັນພະຍາດໂຄວິດ-19 ແບບສູດດົມ ໂດຍໃຊ້ເວລາບໍ່ເຖິງນາທີກໍສຳເລັດ ຂະນະທີ່ປັດຈຸບັນວັກຊີນແບບສູດດົມຊະນິດດັ່ງກ່າວກຳລັງຢູ່ໃນຂັ້ນຕອນຂໍອະນຸມັດການໃຊ້ງານໃນກໍລະນີສຸກເສີນຈາກພາກສ່ວນທີ່ກ່ຽວຂ້ອງ.

ຫຍາງເຈິ້ນຕົງ, ພະນັກງານບໍລິສັດ ແຄນຊີໂນ ໄບໂອໂລຈິກສ໌ (CanSino Biologics) ກ່າວວ່າ ຂວດແກ້ວພລາສຕິກມີໄວ້ສຳລັບສູດດົມລະອອງລອຍຂອງຕົວຢາ ເຊິ່ງອອກມາຈາກເຄື່ອງພົ່ນ ພາຍຫຼັງກົດປຸ່ມ ແລະລໍຖ້າປະມານ 10 ວິນາທີ ຈາກນັ້ນກໍສູດລົມຫັນໃຈເຂົ້າເລິກໆພ້ອມກັ້ນລົມຫັນໃຈ 5 ວິນາທີ ເພື່ອສູດດົມເອົາລະອອງລອຍເຂົ້າໄປ ກໍຖືວ່າສຳເລັດ.

ຢ່າງໃດກໍຕາມ, ທາງບໍລິສັດແຄນຊີໂນ ໄບໂອໂລຈິກສ໌ ກໍໄດ້ເປີດເຜີຍວ່າ ທາງບໍລິສັດໄດ້ດຳເນີນການຍື່ນຂໍອະນຸມັດການນຳໃຊ້ງານກໍລະນີສຸກເສີນກັບໜ່ວຍງານທາງການທີ່ກ່ຽວຂ້ອງສຳລັບວັກຊີນປ້ອງກັນພະຍາດໂຄວິດ-19 ແບບສູດດົມຊະນິດດັ່ງກ່າວແລ້ວ.

ຂໍ້ມູນຈາກ: ເວັບໄຊ Sanook

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...