spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດ ວັນທີ 15 ພະຈິກ 2021

ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດ ວັນທີ 15 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 14 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,941 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 826 ຄົນ (ຕິດເຊື້ອພາຍໃນ ມີ 825 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 825 ຄົນ ຈາກ 17 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 292 ຄົນ: ມາຈາກ 105 ບ້ານ, ໃນ 8 ເມືອງ
• ​ເມືອງຈັນທະບູລີ ມີ 15 ບ້ານ (37 ຄົນ)
• ​ເມືອງສີໂຄດຕະບອງ ມີ 21 ບ້ານ (44 ຄົນ)
• ​ເມືອງໄຊເສດຖາ ມີ 24 ບ້ານ (57 ຄົນ)
• ​ເມືອງສີສັດຕະນາກມີ 10 ບ້ານ (17 ຄົນ)
• ​ເມືອງ ນາຊາຍທອງ ມີ 03 ບ້ານ (04 ຄົນ)
• ​ເມືອງໄຊທານີ ມີ 21 ບ້ານ (104 ຄົນ)
• ​ເມືອງຫາດຊາຍຟອງ ມີ 10 ບ້ານ (17 ຄົນ)
• ​ເມືອງ ສັງທອງ ມີ 01 ບ້ານ ( 01 ຄົນ)
• ​ຕ່າງແຂວງ (01 ຄົນ) ມາຈາກແຂວງ ວຽງຈັນ
• ​ຍັງສືບຕໍ່ເອົາຂໍ້ມູນ 11 ຄົນ
2. ຫຼວງພະບາງ ມີ 146 ຄົນ
3. ແຂວງວຽງຈັນ ມີ 140 ຄົນ
4. ຫຼວງນ້ຳທາ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ
6. ໄຊຍະບູລີ ມີ 30 ຄົນ ໃນ 12 ບ້ານ ແລະ 1 ເມືອງ
7. ຈຳປາສັກ ມີ 48 ຄົນ ໃນ 26 ບ້ານ ແລະ 6 ເມືອງ
8. ອຸດົມໄຊ ມີ 17 ຄົນ ໃນ 7 ບ້ານ ແລະ 1 ເມືອງ
9. ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
10. ບໍລິຄຳໄຊ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ
11. ຄຳມ່ວນ ມີ 9 ຄົນ ໃນ 5 ບ້ານ ແລະ 2 ເມືອງ
12. ສະຫວັນນະເຂດ ມີ 13 ຄົນ ໃນ 6 ບ້ານ ແລະ 2 ເມືອງ
13. ບໍ໋ແກ້ວ ມີ 58 ຄົນ ໃນ 13 ບ້ານ ແລະ 2 ເມືອງ
14. ສາລະວັນ ມີ 20 ຄົນ ໃນ 2 ບ້ານ ແລະ 1 ເມືອງ
15. ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
16. ຫົວພັນ ມີ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ
17. ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ຄົນ, ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

• ມາຮອດວັນທີ 15 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 55,018 ຄົນ, ເສຍຊີວິດສະສົມ 104 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 483 ຄົນ, ກໍາລັງປິ່ນປົວ 10,158 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 93 ປີ, ບ້ານນາອີນ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
-​ພະຍາດປະຈໍາຕົວ: ເປັນຫືດຊໍ້າເຮື້ອ ແລະ ຄວາມດັນເລືອດສູງ
-​ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
-​ຄອບຄົວມີສະມາຊິກ ມີ 09 ຄົນ ແມ່ນຕິດເຊື້ອທັງໝົດ
-​ວັນທີ 6 ພະຈິກ 2021: ກວດຊອກຫາໂຄວິດ-19 ຍ້ອນຫຼານຊາຍ ຢັ້ງຢືນຕິດເຊື້້ອ ພະຍາດໂຄວິດ-19 ແລ້ວ ເຂົ້າ
ສູນປີ່ນປົວສະໂມສອນດອກປີກໄກ່ຂອງແຂວງ.
-​ວັນທີ 11 ພະຈິກ 2021: ຜູ້ກ່ຽວ ໄດ້ຖືກຍ້າຍໄປສູນປີ່ນປົວຫຼັກ 6 ຍ້ອນອາການຫືດສູງ ແລະ ມີໄຂ້
-​ວັນທີ 14 ພະຈິກ 2021: ຄົນເຈັບມີອາການໜັກຂື້ນ, ກະວົນກະວາຍ, ຫາຍໃຈລຳບາກ, ສະຕິບໍ່ໄດ້, ມາຮອດ
ເວລາ 18:44 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 80 ປີ, ອາຊີບ: ປະຊາຊົນ, ບ້ານເວີນຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
-​ພະຍາດປະຈໍາຕົວ: ພະຍາດຫົວໃຈ ແລະ ໝາກໄຂ່ຫຼັງຊຸດໂຊມ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ຄົນໃນຄອບຄົວຕິດເຊື້ອ
-​ວັນທີ 30 ຕຸລາ 2021: ເຂົ້ານອນຢູ່ພະແນກຊືມເຊື້ອ ຂອງໂຮງໝໍເສດຖາທິລາດ ຍ້ອນກວດພົບເຊື້ອພະຍາດໂຄ
ວິດ-19
-​ໄລຍະເວລາທີ່ນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 30 ຕຸລາ ຫາ 14 ພະຈິກ 2021, ເປັນເວລາ 16 ວັນ
-​ມາຮອດເວລາ 11:07 ໂມງ ຂອງວັນທີ 14 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3: ເພດຍິງ, ອາຍຸ 83 ປີ, ບ້ານຫ້ວຍຊາຍເໜຶອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
-​ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ
-​ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
-​ວັນທີ 13 ພະຈິກ 2021: ເຂົ້ານອນໂຮງໝໍແຂວງ ດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ບໍ່ໄດ້ສະຕິ, ແພດ
ໄດ້ນຳສົ່ງເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ພ້ອມເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບ
ເຊື້ອ.
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 13-14 ພະຈິກ 2021, ເປັນເວລາ 1 ວັນ.
-​ມາຮອດເວລາ 7:30 ໂມງ ຂອງວັນທີ 14 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 23 ປີ, ຢູ່ສະຖານທີ່ຄຸມຂັງໂພນຕ້ອງ ແຕ່ເດືອນສິງຫາ 2021
-​ວັນທີ 14 ພະຈິກ 2021 ເວລາ 19:30​ ໂມງ ສະຖານທີ່ຄຸມຂັງໂພນຕ້ອງ ໄດ້ພາຜູ້ກ່ຽວໄປກວດຢູ່ໂຮງຫມໍ 109
ຍ້ອນມີອາການໄອ, ຫາຍໃຈຍາກ, ແໜ້ນໜ້າເອີກ ແລະ ຜົນກວດອອກມາພົບເຊື້ອໂຄວິດ-19
-​ໃນໄລຍະດຳເນີນການນຳສົ່ງຄົນເຈັບໄປຍັງສະຖານທີ່ປິ່ນປົວ, ເວລາ 20:15 ໂມງ ຜູ້ກ່ຽວກໍ່ໄດ້ເສຍຊີວິດລົງ

ຜູ້ທີ 5: ເພດຍິງ, ອາຍຸ 55 ປີ, ອາຊີບ: ປະຊາຊົນ, ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫລວງ.
-​ພະຍາດປະຈຳຕົວ: ເບົາຫວານ
-​ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ
-​ວັນທີ 13 ພະຈິກ 2021: ຜູ້ກ່ຽວມາກວດຢູ່ໂຮງໝໍມິດຕະພາບ ດ້ວຍອາການອິດເມື່ອຍ, ຫາຍໃຈຫອບ, ສະຕິ
ງ້ວງຊຶມ, ຖືຄີງໄຂ້, ຈຶ່ງໄດ້ເກັບຕົວຢ່າງກວດຊອກຫາໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ພ້ອມທັງ ເຂົ້ານອນ
ປີ່ນປົວຢູ່ໂຮງໝໍມິດຕະພາບ
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 13-14 ພະຈິກ 2021 ເປັນເວລາ 2​ ວັນ.
-​ຮອດເວລາ 18:00ໂມງ ຂອງວັນທີ 14 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...