spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 14 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 14 ພະຈິກ 2021

Published on

ໃນມື້ວານນີ້ ວັນທີ 13 ພະຈິກ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5.686 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 985  ຄົນ  (ຕິດເຊື້ອພາຍໃນປະເທດ = 981 ຄົນ, ເດີນທາງຈາກຕ່າງປະເທດ 04 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 54.192  ຄົນ,  ເສຍຊີວິດສະສົມ 99 (ໃໝ່ 03), ປິນປົວຫາຍດີໃນມື້ວານນີ້ 730 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 10.356 ເຊິງໝາຍຄວາມວ່າ ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19  ກວມ 1,9 % ຂອງ ຈຳນວນຜູ້ຕິດເຊື້ອງທັງ ໝົດ ແລະຜູ້ປິ່ນປົວຫາຍດີແລ້ວ ແມ່ນ  1%

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 985 ຄົນ ມີດັ່ງນີ້:

ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 04 ຄົນ ຄື: ນະຄອນຫຼວງ 1 ຄົນ, ແຂວງຈໍາປາສັກ 1 ຄົນ ແລະ ສະຫວັນນະເຂດ 2 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕລະແຂວງແຕ່ມື້ເດີນທາງ ແຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້.

ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 981 ຄົນ ຄື:

  1. ນະຄອນຫຼວງ 489 ຄົນ: ມາຈາກ 145 ບ້ານ, ໃນ 7 ເມືອງ

ເມືອງຈັນທະບູລີ ມີ 18 ບ້ານ (55 ຄົນ)

ເມືອງສີໂຄດຕະບອງ ມີ 31 ບ້ານ (64 ຄົນ)

ເມືອງໄຊເສດຖາ ມີ 27 ບ້ານ (64 ຄົນ)

ເມືອງສີສັດຕະນາກມີ 15 ບ້ານ (40 ຄົນ)

ເມືອງ ນາຊາຍທອງ ມີ 09 ບ້ານ (13 ຄົນ)

ເມືອງໄຊທານີ ມີ 28 ບ້ານ (208 ຄົນ)

ເມືອງຫາດຊາຍຟອງ ມີ 17 ບ້ານ (36 ຄົນ)

ຕ່າງແຂວງ (01 ຄົນ)

ສືບຕໍ່ເອົາຂໍ້ມູນ 08 ຄົນ

  1. ຫຼວງພະບາງ ມີ 126 ຄົນ ໃນ 21 ບ້ານ ແລະ 3 ເມືອງ
  2. ຈຳປາສັກ ມີ 70 ຄົນ ໃນ 33 ບ້ານ ແລະ 8 ເມືອງ
  3. ໄຊຍະບູລີ ມີ 66 ຄົນ ໃນ 15 ບ້ານ ແລະ 1 ເມືອງ
  4. ອຸດົມໄຊ ມີ 57 ຄົນ ໃນ 17 ບ້ານ ແລະ 4 ເມືອງ
  5. ຫຼວງນ້ຳທາ ມີ 45 ຄົນ ໃນ 15 ບ້ານ ແລະ 3 ເມືອງ
  6. ວຽງຈັນ ມີ 45 ຄົນ ໃນ 18 ບ້ານ ແລະ 8 ເມືອງ
  7. ບໍ່ແກ້ວ ມີ 32 ຄົນ ໃນ 8 ບ້ານ ແລະ 1 ເມືອງ
  8. ຜົ້ງສາລີ ມີ 16 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  9. ບໍລິຄຳໄຊ ມີ 11 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  10. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  11. ສະຫວັນນະເຂດ ມີ 09 ຄົນ ໃນ 7 ບ້ານ ແລະ 2 ເມືອງ
  12. ຄຳມ່ວນ ມີ 03 ຄົນ ໃນ 8 ບ້ານ ແລະ 1 ເມືອງ
  13. ສາລະວັນ ມີ 02 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ສຳລັບ ຄົນເຈັບເສຍຊີວີດ 3 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ທີ 1. ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: HTA ກິນຢາປະຈຳ ປິ່ນປົວບັນຫາທາງຈິດໄດ້ຫລາຍປີ ຂາດຢາໄດ້10ປາຍມື້
  • ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson & Johnson
  • ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ
  • ຜົນກວດຢືນຢັນ 07 ພະຈິກ 2021
  • ເວລາ 10:20ໂມງ ຂອງວັນທີ່ 08 ພະຈິກ 2021: ຜູ້ກ່ຽວ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການສະຕິບໍ່ດີ, ປ່ວງໃບ່, ສື່ສານບໍ່ຮູ້ເລື່ອງ, ບໍ່ຫລັບບໍ່ນອນ ເປັນມາໄດ້ 4 ວັນ, ໄຂ້ ໄດ້ 2 ວັນ ກ່ອນເຂົ້າມາສູນປິ່ນປົວ, GCS: 3-4-4
  • ວັນທີ 08-13 ພະຈິກ 2021: ໄລຍະການປິ່ນປົວ ຊື່ງການຕອບສະໜອງຂອງຄົນເຈັບ ຕໍ່ການປິ່ນປົວບໍ່ດີ, ຄົນເຈັບມີອາການຊຸດໂຊມລົງເລື້ອຍຯ, ກິນດື່ມບໍ່ໄດ້ ປ້ອນອາຫານຜ່ານທໍ່ ແລະ ບໍ່ຮູ້ສະຕິ
  • ມາຮອດເວລາ 22:00 ໂມງ ຂອງວັນທີ 13 ພະຈິກ 2021: ຄົນເຈັບມີພາວະ shock, ຄວາມດັນ ເລືອດຕໍ່າ, ຫາຍໃຈຕຶ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່, ແຕ່ຄົນເຈັບບໍ່ມີການຕອບສະໜອງ
  • ມາຮອດເວລາ 22:40 ໂມງຂອງວັນທີ 13 ພະຈິກ 2021: ຄົນເຈັບເສຍຊີວິດ

ຜູ້ທີ 2. ເພດຍີງ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານວຽງຄຳ , ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ເບົາຫວານ+ໄຂ້ຫຼັງຊຸດໂຊມ ເປັນມາໄດ້ 2 ປີ ມີປະຫວັດຂາດເລືອດ ແລະ ເຄີຍໃສເລືອດ
  • ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
  • ຄອບຄົວມີສະມາຊິກ 6 ຄົນ
  • ວັນທີ່ 13 ພະຈິກ 2021: ເຂົ້າໂຮງໝໍ ຊູມຊົນປາກກະດິງ ດ້ວຍອາການອິດເມືອອ່ອນເພຍ ກີນບໍ່ໄດ້ ເວລາ13:47 ໂມງ ທີມແພດເອົາອາການຊິວິດ ແລ້ວນຳສົ່ງໂຮງໝໍແຂວງ
  • ເວລາ 14:30 ໂມງ ມາຮອດໂຮງໝໍແຂວງ TA 112/68 , RR 30, P 113 Spo 280% ທີມແພດ ເຫັນວ່າມາແຕ່ເຂດສ່ຽງ ເລີຍ ກວດRDT ຜົນອອກມາ ພົບເຊື້ອ COVI-19
  • ເວລາ 15:00 ໂມງ: ໄດ້ຍ້າຍໄປສູນປີ່ນປົວໂຄວິດຫຼັກ 6
  • ເວລາ 17:30 ໂມງ: ຜູ້ກ່ຽວໄດ້ເສຍຊິວິດ

ຜູ້ທີ 3. ເພດຍິງ, ອາຍຸ 50 ປີ, ອາຊີບ: ປະຊາຊົນ, ບ້ານສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄົນເຈັບມີບັນຫາສຸຂະພາບຈິດ
  • ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
  • ເວາລາ 21:00 ໂມງ ຂອງວັນທີ 13 ພະຈິກ 2021 ເຂົ້າມາໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ (ຢຸດຫາຍໃຈ) ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນພົບເຊື້ອ ແລະ ມື່ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...