Homeຂ່າວຕ່າງປະເທດຮ້ານຂາຍບໍລິການໃນໂອຕຣິດແຖມບໍລິການສາວງາມບໍ່ເສຍຄ່າ ຫາກຊາຍໃດເຂົ້າໄປສັກວັກຊີນ

ຮ້ານຂາຍບໍລິການໃນໂອຕຣິດແຖມບໍລິການສາວງາມບໍ່ເສຍຄ່າ ຫາກຊາຍໃດເຂົ້າໄປສັກວັກຊີນ

Published on

ສະຖານທີ່ບໍລິການໂສເພນີແຫ່ງໜຶ່ງໃນປະເທດໂອຕຣິດ ຄິດໄອເດຍໃໝ່ເອົາໃຈຄົນມັກມ່ວນແຕ່ບໍ່ຢາກສັກວັກຊີນ ດ້ວຍການຈັດຫາສາວງາມໃຫ້ໂດຍບໍ່ເສຍຄ່າ ຫາກຊາຍໃດຕັດສິນໃຈເຂົ້າໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນຊ່ອງດັ່ງກ່າວ.

ທ່ານ ຄຣິສໂຕເຟີ ເລຍລາເຊີ, ຫົວໜ້າໃຫຍ່ສະຖານບໍລິການ Fun Palast ໃນກຸງວຽນນາ, ໂອຕຣິດ ກ່າວວ່າ: ໄອເດຍດັ່ງກ່າວມີຂຶ້ນພາຍຫຼັງລັດຖະບານໂອຕຣິດອອກຄຳສັ່ງເມື່ອບໍ່ດົນຜ່ານມາ ເຊິ່ງຫ້າມບໍ່ໃຫ້ບຸກຄົນໃດກໍຕາມທີ່ຍັງບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ ເຂົ້າໃຊ້ບໍລິການໃນຮ້ານອາຫານ ແລະພື້ນທີ່ໃນຮົ່ມຕ່າງໆ ເນື່ອງຈາກຈຳນວນຜູ້ຕິດເຊື້ອພາຍໃນປະເທດເລີ່ມດີດຕົວສູງຂຶ້ນໃນອາທິດຜ່ານມາ ຂະນະທີ່ມາດຕະການດັ່ງກ່າວ ເຮັດໃຫ້ຍອດຜູ້ມາໃຊ້ບໍລິການໃນຊ່ອງດັ່ງກ່າວຫຼຸດລົງເຖິງ 50%.

ສ່ວນໜຶ່ງໃນຄວາມພະຍາຍາມເພື່ອເຮັດໃຫ້ລູກຄ້າກັບມາໃຊ້ບໍລິການ, ທາງ Fun Palast ຈິ່ງເປີດສັກວັກຊີນປ້ອງກັນໂຄວິດພາຍໃນຊ່ອງ ທຸກໆວັນຈັນ ໂດຍເລີ່ມແຕ່ 4:00 ໂມງແລງ ເຖິງ 10:00 ໂມງແລງ ເຊິ່ງຈະດຳເນີນການຈົນຮອດທ້າຍເດືອນນີ້, ສຳລັບຜູ້ຊາຍທີ່ເຂົ້າໄປສັກວັກຊີນທຸກຄົນ ແມ່ນຈະໄດ້ຮັບຜົນຕອບແທນດ້ວຍການໃຊ້ບໍລິການໂດຍບໍ່ເສຍຄ່າເປັນເວລາ 30 ນາທີໃນຄລັບ VIP ກັບຍິງສາວທີ່ພວກເຂົາເລືອກເອງ.

ຢ່າງໃດກໍຕາມ, ໂຮງໂສເພນີ Fun Palast ຍັງມີເປີດບໍລິການສັກວັກຊີນໃຫ້ກັບເດັກຊາຍທີ່ມີອາຍຸຕໍ່າກວ່າ 14 ປີ ຫາກເດັກຄົນດັ່ງກ່າວເດີນທາງມາພ້ອມກັບຜູ້ໃຫຍ່ ຂະນະທີ່ແມ່ຍິງກໍສາມາດເຂົ້າໄປສັກວັກຊີນໄດ້ເຊັ່ນກັນ.

ຂໍ້ມູນຈາກ: MGR Online

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...