spot_img
Homeຂ່າວພາຍ​ໃນໄຟໄໝ້ເຮືອນ 2 ຫຼັງຢູ່ບ້ານດອນໜູນ ເສຍຫາຍ 1.8 ຕື້ກວ່າກີບ

ໄຟໄໝ້ເຮືອນ 2 ຫຼັງຢູ່ບ້ານດອນໜູນ ເສຍຫາຍ 1.8 ຕື້ກວ່າກີບ

Published on

ເກີດເຫດໄຟໄໝ້ເຮືອນປະຊາຊົນ 2 ຫຼັງຢູ່ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2021 ຜ່ານມາ ສ້າງຄວາມເສຍຫາຍເຖິງ 1.8 ຕື້ກວ່າກີບ ຂະນະທີ່ເຈົ້າໜ້າທີ່ດັບເພີງຈຳນວນ 16 ຄົນ ພ້ອມລົດດັບເພີ່ງ 2 ຄັນ ໃຊ້ເວລາ 1 ຊົ່ວໂມງຈິ່ງສາມາດຄວບຄຸມໄຟໄດ້.

ຜ່ານການເກັບກຳຂອງມູນຂອງເຈົ້າຫນ້າທີ່, ໄຟໄໝ້ໄດ້ເລີ່ມທີ່ເຮືອນສອງຊັ້ນ (ລຸ່ມກໍ່, ເທິງໄມ້), ມຸງດ້ວຍກະເບື້ອງ ເປັນເຮືອນຂອງ ນາງ ສີລິພອນ, ອາຍຸ 54 ປີ ປະຊາຊົນບ້ານດອນໜູນ, ຈາກນັ້ນ ໄຟໄດ້ໄໝ້ລາມໄປຫາເຮືອນ ຂອງ ທ້າວ ຄຳນ້ອຍ ອາຍຸ 74 ປີ, ທີ່ຢູ່ຕິດກັນ, ເປັນເຮືອນກໍ່ສອງຊັ້ນຄືກັນ, ເຊິ່ງໄຟໄດ້ລຸກໄໝ້ຢ່າງໄວວາ ເຮັດໄດ້ເຮືອນທັງສອງຫຼັງເສຍຫາຍໝົດ.

ຈາກການປະເມີນມູນຄ່າຄວາມເສຍຫາຍໃນເບື້ອງຕົ້ນ ສູງເຖິງ 1.8 ຕື້ກວ່າກີບ, ສຳລັບສາເຫດຂອງໄຟໄໝ້ ຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າຫນ້າທີ່.

ຂໍ້ມູນຈາກ: ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...