Homeຂ່າວຕ່າງປະເທດສປຊ ເຜີຍສະຖານະການດ້ານມະນຸດສະທຳໃນມຽນມາຍັງໜ້າເປັນຫ່ວງ

ສປຊ ເຜີຍສະຖານະການດ້ານມະນຸດສະທຳໃນມຽນມາຍັງໜ້າເປັນຫ່ວງ

Published on

ອົງການສະຫະປະຊາຊາດ (ສປຊ) ໄດ້ເວົ້າເຖິງສະຖານະການດ້ານມະນຸດສະທຳໃນປະເທດມຽນມາປັດຈຸບັນກຳລັງຕົກຕໍ່າລົງ ໂດຍມີປະຊາກອນ 3 ລ້ານກວ່າຄົນໄດ້ຮັບຄວາມເດືອດຮ້ອນ ແລະຕ້ອງການຄວາມຊ່ວຍເຫຼືອອັນຮີບດ່ວນ ເນື່ອງຈາກຂໍ້ຂັດແຍ່ງທີ່ເພີ່ມທະວີຂຶ້ນ ຂະນະທີ່ເສດຖະກິດຊໍ້າພັດຍິ່ງຝືດເຄືອງ.

ອີງຕາມການລາຍງານຂອງ Channel News Asia, ທ່ານ ມາຕິນ ກຣິຟຟິດສ໌, ຫົວໜ້າໜ່ວຍງານຊ່ວຍເຫຼືອຂອງ ສປຊ ກ່າວວ່າ: ສປຊ ໄດ້ຮຽກຮ້ອງໃຫ້ກອງທັບມຽນມາເຄົາລົບເຈດຈຳນົງຂອງປະຊາຊົນພາຍໃນປະເທດ ພ້ອມນຳພາປະເທດຊາດກັບເຂົ້າສູ່ເສັ້ນທາງແຫ່ງການປ່ຽນແປງໃໝ່ນາມວ່າ ປະຊາທິປະໄຕ.

“ສະຖານະການທາງພາກຕາເວັນຕົກຂອງມຽນມາກຳລັງຕົກຢູ່ໃນສະພາບທີ່ໜ້າເປັນຫ່ວງ ເນື່ອງຈາກການຕໍ່ສູ້ກັນທີ່ຮຸນແຮງຂຶ້ນລະຫວ່າງກອງທັບມຽນມາ ກັບກອງກຳລັງປ້ອງກັນຊິນແລນ ໃນລັດຊິນ ລວມທັງພາກພື້ນມາເກວ ແລະສະກາຍ” ທ່ານ ກຣິຟຟິດສ໌ ກ່າວ.

ປະຊາຊົນ 37.000 ກວ່າຄົນ ລວມທັງແມ່ຍິງ ແລະເດັກນ້ອຍຈຳຕ້ອງຍ້າຍຖິ່ນຖານເພື່ອຫາທີ່ຢູ່ໃໝ່ ແລະບ້ານເຮືອນຈຳນວນ 160 ກວ່າຫຼັງ ລວມທັງໂບດ ແລະ ຫ້ອງການຂອງອົງການເພື່ອມະນຸດສະທຳ ກໍຖືກໄຟເຜົາເປັນເຖົ່າຖ່ານ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...