Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 6 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ເສຍຊີວິດໃໝ່ ປະຈໍາວັນທີ 6 ພະຈິກ 2021

Published on

ວັນທີ 5 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 7,233 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 960 ຄົນ (ຕິດເຊື້ອພາຍໃນ ມີ 955 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 955 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ 449 ຄົນ: ມາຈາກ 166 ບ້ານ, ໃນ 9 ເມືອງ

ເມືອງຈັນທະບູລີ ມີ 22 ບ້ານ (57 ຄົນ)

ເມືອງສີໂຄດຕະບອງ ມີ 36 ບ້ານ (68 ຄົນ)

ເມືອງໄຊເສດຖາ ມີ 28 ບ້ານ (71 ຄົນ)

ເມືອງສີສັດຕະນາກມີ 16 ບ້ານ (37 ຄົນ)

ເມືອງ ນາຊາຍທອງ ມີ 08 ບ້ານ (48 ຄົນ)

ເມືອງໄຊທານີ ມີ 32 ບ້ານ (122 ຄົນ)

ເມືອງຫາດຊາຍຟອງ ມີ 19 ບ້ານ (35 ຄົນ)

ເມືອງສັງທອງ ມີ 02 ບ້ານ (2 ຄົນ)

ເມືອງ ປາກງື່ມ ມີ 03 ບ້ານ (06 ຄົນ)

ສືບຕໍ່ເອົາຂໍ້ມູນ 03 ຄົນ

  1. ຫຼວງນ້ຳທາ ມີ 153 ຄົນ ໃນ ບ້ານ 30 ແລະ 4 ເມືອງ
  2. ຫຼວງພະບາງ, ມີ 123 ຄົນ ໃນ 25 ບ້ານ ແລະ 6 ເມືອງ
  3. ແຂວງວຽງຈັນ ມີ 46 ຄົນ ໃນ 23 ບ້ານ ແລະ 4 ເມືອງ
  4. ຈຳປາສັກ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ
  5. ອຸດົມໄຊ ມີ 37 ຄົນ ໃນ 17 ບ້ານ ແລະ 2 ເມືອງ
  6. ບໍ໋ແກ້ວ ມີ 28 ຄົນ ໃນ 11 ບ້ານ ແລະ 3 ເມືອງ
  7. ສະຫວັນນະເຂດ ມີ 20 ຄົນ ໃນ 7 ບ້ານ ແລະ 4 ເມືອງ
  8. ຄຳມ່ວນ ມີ 17 ຄົນ ໃນ ບ້ານ 12 ແລະ 2 ເມືອງ
  9. ໄຊຍະບູລີ ມີ 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ
  10. ເຊກອງ ມີ 13 ຄົນ ໃນ 8 ບ້ານ ແລະ 1 ເມືອງ
  11. ຜົ້ງສາລີ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  12. ບໍລິຄຳໄຊ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  13. ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
  14. ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງບໍ່ແກ້ວ 2 ​ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 6 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 45,980 ຄົນ, ເສຍຊີວິດສະສົມ 81 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 502 ຄົນ, ກໍາລັງປິ່ນປົວ 8,443 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 41 ປີ, ບ້ານດ່ານຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ

– ພະຍາດປະຈຳຕົວ: ຄວາມດັນເລືອດສູງ

– ຜ່ານມາຍັງບໍ່ທັນສັກວັກຊິນກັນໂຄວິດ-19

– ວັນທີ 02 ພະຈິກ 2021: ຜູ້ກ່ຽວມີອາການເຈັບຫົວ

– ຕອນເຊົ້າຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວລົ້ມຢູ່ຫ້ອງນໍ້າບໍ່ໄດ້ສະຕິ ແລະ ຄອບຄົວຈຶ່ງພາມາກວດຢູ່ໂຮງໝໍ 103 ພ້ອມທັງ ເກັບຕົວຢ່າງກວດຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ

– ວັນທີ 04 ພະຈິກ 2021 ເວລາ 18:30 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 70 ປີ, ບ້ານຫນອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ.

– ພະຍາດປະຈຳຕົວ:  ເບົາຫວານ, ໄຂ່ຫລັງຊຸດໂຊມ ແລະ ຄວາມດັນເລືອດສູງ

– ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ

– ຜູ້ກ່ຽວມີອາການ ຫາຍໃຈຝືດ, ຖືຄີງໄຂ້, ໄອ, ເຈັບຄໍ ແລະ ມີນ້ຳມູກຍ້ອຍ

– ວັນທີ 24 ຕຸລາ 2021: ມາກວດຢູ່ໂຮງໝໍມິດຕະພາບ ພ້ອມທັງ ເກັບຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ

– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ 13 ມື້ໍ ແຕ່ວັນທີ 24 ຕຸລາ 2021 – 05 ພະຈິກ 2021

– ວັນທີ 05 ພະຈິກ 2021 ເວລາ 08:50 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 79 ປີ, ອາຊີບ: ແມ່ເຮືອນ ບ້ານຫນອງແຕ່ງເຫນືອ, ເມືອງສີໂຄດຕະບອງ, ນະຄອນຫລວງ

– ພະຍາດປະຈຳໂຕ:  ເປັນພະຍາດປອດອັກເສບມາຫລາຍປີ

– ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ

– ວັນທີ 01 ພະຈິກ 2021: ໄດ້ເກັບຕົວຢ່າງມາກວດຊອກພະຍາດໂຄວິດ-19

– ວັນທີ 2 ພະຈິກ 2021: ຜົນກວດແມ່ນພົບເຊື້ອ ແລະ ເຂົ້ານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ

ຊື່ງຄົນເຈັບມີອາການໄອ, ເຈັບແຫນ້ນຫນ້າເອິກ, ອິດເມື່ອຍ ແລະ ຫາຍໃຈຝືດ

– ໄລຍະທີ່ນອນປິ່ນປົວປົວຢູ່ໂຮງໝໍ 4 ວັນ ແຕ່ວັນທີ 2 – 5 ພະຈິກ 2021

– ວັນທີ 5 ພະຈິກ 2021 ເວລາ 11:18 ໂມງ: ຜູ້້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 92 ປີ, ບ້ານ: ດົງປາແລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

– ພະຍາດປະຈໍາຕົວ: ເປັນອໍາມະພາດ

– ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ເປັນຫຼານຊາຍ ຢູ່ເຮືອນຫຼັງດຽວກັນ

– ວັນທີ 3 ພະຈິກ 2021: ຜູ້ກ່ຽວມີອາການໄຂ້ ແລະ ຫາຍໃຈຝຶດ, ທາງຄອບຄົວໄດ້ປະສານຫາທີມແພດ

ມາເກັບຕົວຢ່າງ ແລະ ພົບກວດແມ່ນພົບເຊື້ອ.

– ວັນທີ 4 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດຢູ່ບ້ານ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...