spot_img
Homeຂ່າວຕ່າງປະເທດເຟສບຸກ ຈະປິດລະບົບສະແກນໃບໜ້າ 1 ຕື້ບັນຊີຈາກຜູ້ໃຊ້ງານທົ່ວໂລກ

ເຟສບຸກ ຈະປິດລະບົບສະແກນໃບໜ້າ 1 ຕື້ບັນຊີຈາກຜູ້ໃຊ້ງານທົ່ວໂລກ

Published on

ເຟສບຸກປະກາດ ຈະປິດລະບົບຈົດຈໍາໃບຫນ້າທີ່ໃຊ້ໃນສື່ສັງຄົມອອນລາຍພາຍໃນເດືອນທັນວາ ປີ 2021 ນີ້ ເຊິ່ງຈະສົ່ງຜົນກະທົບຕໍ່ຜູ້ໃຊ້ Facebook ຫຼາຍກວ່າ 1 ຕື້ຄົນ ທ່າມກາງຄວາມກັງວົນທາງສັງຄົມກ່ຽວກັບເຕັກໂນໂລຢີ. ຕາມ​ຂ່າວ Reuters

ຮອງປະທານຝ່າຍລະບົບປັນຍາປະດິດໃນເຟສບຸກ Jerome Pacenti ໄດ້ກ່າວໃນ blog post ໃນວັນທີ 2 ພະຈິກ ໂດຍມີເນື້ອໃນວ່າ ໃນຊ່ວງທີ່ໜ່ວຍງານກໍາກັບດູແລ ຍັງຢູ່ໃນຂະບວນການສ້າງກົດລະບຽບທີ່ຊັດເຈນກ່ຽວກັບການນໍາໃຊ້ງານ ແລະ ດ້ວຍສະຖານະການທີ່ບໍ່ແນ່ນອນໃນໄລຍະນີ້ ເຟສບຸກເຊື່ອວ່າ ການຈໍາກັດການນໍາໃຊ້ການຮັບຮູ້ໃບຫນ້າແມ່ນມາດຕະການທີ່ເໝາະສົມ.

ເຟສບຸກລະບຸວ່າ ມາດຕະການດັ່ງກ່າວ ມີຈຸດປະສົງເພື່ອປິດຮູບແບບການຮັບຮູ້ໃບຫນ້າສໍາລັບບັນຊີຜູ້ໃຊ້ຫຼາຍກວ່າ 1 ຕື້ບັນຊີ ເຊິ່ງກວມເອົາປະມານໜຶ່ງສ່ວນສາມຂອງຜູ້ໃຊ້ Facebook ແລະ ບໍລິສັດຄາດວ່າ ຈະສໍາເລັດການໂຍກຍ້າຍຂອງລະບົບໃນເດືອນທັນວາປີນີ້.

ຢ່າງໃດກໍຕາມ, ເຟສບຸກເມື່ອບໍ່ດົນມານີ້ ໄດ້ປະກາດປ່ຽນຊື່ໃໝ່ເປັນ Meta ໃນອາທິດທີ່ຜ່ານມາ ແລະ ຍັງບໍ່ໄດ້ປິດໂອກາດສໍາລັບການຮັບຮູ້ໃບຫນ້າຢ່າງຖາວອນ ໂດຍທາງບໍລິສັດຍັງເຫັນວ່າ ເປັນເຄື່ອງມືທີ່ມີປະສິດທິພາບສໍາລັບຜູ້ທີ່ຕ້ອງການຢັ້ງຢືນຕົວຕົນຂອງເຂົາເຈົ້າ ຫຼື ຜູ້ທີ່ຕ້ອງການປ້ອງກັນການສໍ້ໂກງ ແລະ ການປອມຕົວອອນລາຍ ບໍລິສັດຈະສືບຕໍ່ພັດທະນາເຕັກໂນໂລຊີນີ້ຕໍ່ໄປ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...