spot_img
Homeຂ່າວຕ່າງປະເທດພົນລະເມືອງລາວທີ່ອາໄສຢູ່ປະເທດໄທເກືອບ 4 ພັນຄົນໄດ້ຮັບວັກຊີນປ້ອງກັນໂຄວິດ-19

ພົນລະເມືອງລາວທີ່ອາໄສຢູ່ປະເທດໄທເກືອບ 4 ພັນຄົນໄດ້ຮັບວັກຊີນປ້ອງກັນໂຄວິດ-19

Published on

ພົນລະເມືອງລາວທີ່ອາໄສຢູ່ປະເທດໄທຈຳນວນ 3.849 ຄົນ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ເຂັມທຳອິດ ໃນຊ່ວງວັນທີ 26-28 ຕຸລາ ຜ່ານມາ ຖືເປັນຕົວເລກທີ່ສູງກວ່າຈຳນວນຄົນລົງທະບຽນອອນລາຍເຊິ່ງໃນເບື້ອງຕົ້ນມີປະມານ 3.500 ຄົນ.

ທ່ານ ນະວະພອນ ຕັນໄພບູນກຸນ ຫົວໜ້າກຸ່ມງານວິຊາການ ແລະ ແຜນການຂອງກອງການຢາ ສໍານັກງານອະນາໄມ ໄດ້ກ່າວວ່າ: ພົນລະເມືອງລາວທີ່ອາໄສຢູ່ກຸງເທບ, ປະເທດໄທ ທີ່ໄດ້ຮັບການສັກວັກຊິນເຂັມທຳອິດແມ່ນຊະນິດຊີໂນແວັກ ແລະເຂັມສອງຈະເປັນແອັດສະຕາເຊນີກາ ໂດຍຈະເລີ່ມສັກໃນວັນທີ 16-18 ພະຈິກນີ້, ເຊິ່ງຂໍ້ດີຂອງສູດຂວ່າຍນີ້ ຈະຊ່ວຍໃຫ້ປະຊາຊົນໄດ້ຮັບເຂັມທີສອງໄວຂຶ້ນ ຫຼັງຈາກມີໄລຍະຫ່າງຈາກເຂັມ 1 ພຽງແຕ່ 3 ອາທິດ ແລະຈະເຮັດໃຫ້ຜູ້ຮັບວັກຊິນໄດ້ມີການສ້າງພູມຄຸ້ມກັນໄດ້ໄວຂຶ້ນ, ພ້ອມຢໍ້າວ່າ ທີມແພດແມ່ນໄດ້ເກັບຮັກສາວັກຊິນໃຫ້ຢູ່ໃນອຸນນະພຸມທີ່ມີມາດຕະຖານສູງ ແລະເປັນວັກຊິນທີ່ມີຄຸນນະພາບດີ.

ໂຄງການການສັກວັກຊິນດັ່ງກ່າວ ເປັນການຮ່ວມມື ລະຫວ່າງ ສະຖານທູດລາວ ປະຈໍາຣາຊະອານາຈັກໄທ, ສໍານັກງານກຸງເທບມະຫານະຄອນ ແລະໂຄງການຈິດອາສາປິ່ນປົວໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ, ໂດຍໄດ້ເປີດໂອກາດໃຫ້ພົນລະເມືອງກໍາປູເຈຍ ແລະມຽມມາ ທີ່ອາໄສໃນກຸງເທບ ສາມາດສັກວັກຊິນໄດ້ເຊັ່ນກັນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...