spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດບັນທຸກເບຼກແຕກ ໄຫລລົງເຫວທາງເລກທີ 11 ມີຜູ້ບາດເຈັບ 3 ຄົນ!

ລົດບັນທຸກເບຼກແຕກ ໄຫລລົງເຫວທາງເລກທີ 11 ມີຜູ້ບາດເຈັບ 3 ຄົນ!

Published on

xanakham accident

 

ເຈົ້າໜ້າທີ່ຈະລາຈອນເມືອງຊະນະຄາມ ແຂວງວຽງຈັນ ໃຫ້ຮູ້ວ່າ: ເວລາປະ ມານ 14:00 ໂມງ ຂອງວັນທີ 27

ຕຸລາຜ່ານມານີ້, ໄດ້ເກີດອຸປະຕິເຫດລົດບັນທຸກ 6 ລໍ້ໝາຍເລກທະບຽນ ບຂ 0732 ກຳແພງນະຄອນ ຂັບ

ໂດຍທ້າວ ວົງ ອາຍຸ 32 ປີ ແລະ ມີໝູ່ນັ່ງມານຳສອງຄົນ, ເຊິ່ງໄດ້ບັນທຸກເຫລັກມາແຕ່ນະຄອນຫລວງວຽງ

ຈັນ ເພື່ອມຸ້ງໜ້າໄປເມືອງປາກລາຍ ແຂວງໄຊຍະບູລີ, ພໍຮອດຈຸດເກີດເຫດໃນເສັ້ນທາງເລກ 11 ບ້ານໂຄກ

ເຂົ້າດໍ ເມືອງຊະນະຄາມ ເຊິ່ງເປັນເສັ້ນທາງຄ້ອຍສູງຊັນຍາວ ຜູ້ຂັບລົດຈຶ່ງໄດ້ຄ່ອຍໆໃຫ້ລົດໄຫລລົງຄ້ອຍຊ້າໆ,

ແຕ່ລົດບັນທຸກໜັກຈຶ່ງເຮັດໃຫ້ເບລກແຕກ ແລະ ເສຍການຄວບຄຸມ ຈຶ່ງໄຫລຕົກລົງເຫວເລິກປະມານ 40

ແມັດ, ຫລັງຈາກນັ້ນມີຜູ້ບາດເຈັບ 2 ຄົນໄດ້ປີນຂຶ້ນພູ ເພື່ອມາຂໍຄວາມຊ່ວຍເຫລືອນຳປະຊາຊົນຜູ້ທ່ຽວທາງ

ແລະ ແຈ້ງຕໍ່ເຈົ້າໜ້າທີ່ເພື່ອມາຊ່ວຍເຫລືອຜູ້ບາດເຈັບອີກຄົນໜຶ່ງທີ່ຕິດຢູ່ໃນລົດ, ເຊິ່ງແມ່ນໜ່ວຍກູ້ ໄພ

ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງປະເທດລາວໄປຊ່ວຍເຫລືອ ແລະ ຈົນຮອດເວລາ 3 ໂມງຂອງມື້ຕໍ່ມາ

ຈຶ່ງສາມາດນຳຜູ້ບາດເຈັບທີ່ຕິດໃນລົດຂຶ້ນມາໄດ້ ແລະ ນຳສົ່ງໂຮງໝໍຢ່າງຮີບດ່ວນ.

 

ເຈົ້າໜ້າທີ່ບອກວ່າ: ອຸປະຕິເຫດຄັ້ງນີ້ ອາດເກີດຈາກການບັນທຸກໜັກເກີນຄວາມສາມາດຂອງລົດຮັບໄດ້

ບວກກັບສະພາບຂອງລົດບໍ່ຮັບປະກັນດ້ານເຕັກນິກ ຈຶ່ງເຮັດໃຫ້ລະບົບເບຼກລົດແຕກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເດັກຊາຍຄົນທຳອິດ ທີ່ສາມາດຫາຍຂາດຈາກໂຣກມະເຮັງສະໝອງໄລຍະສຸດທ້າຍ ໂດຍໃຊ້ໄລຍະເວລາປິ່ນປົວກວ່າ 8 ປີ

ລາຍງານຈາກສຳນັກຂ່າວປະເທດຝຣັ່ງ ໃຫ້ຮູ້ວ່າ ມີເດັກຊາຍຊື່ວ່າ ລູຄັສ ເຈເມວຈິໂນວາ ໄດ້ເຂົ້າໄປກວດຮ່າງກາຍທີ່ໂຮງໝໍແຫ່ງໜຶ່ງໃນປະເທດຝຣັ່ງ ຜົນປະກົດວ່າ ເປັນໂຣກກິໂອມາ (ມະເຮັງໃນສະໝອງ) ເຊິ່ງເລີ່ມກວດພົບໂຣກນີ້ຕັ້ງແຕ່ມີອາຍຸ 6 ປີ, ເຊິ່ງທ່ານໝໍໄດ້ວິເຄາະວ່າ 90%...

ບໍ່ແມ່ນແຂ້ວແມງ ສັງເກດດີໆກ່ອນ ກະແສສັກລາຍໃສ່ແຂ້ວກຳລັງເປັນທີ່ນິຍົມຢ່າງແຜ່ຫຼາຍໃນກຸ່ມໄວລຸ້ນຈີນ ມີໃຜຢາກລອງເຮັດບໍ່?

ໃນວັນທີ 23/09/2025, ລາຍງານຈາກສຳນັກຂ່າວໃນປະເທດຈີນ ໃຫ້ຮູ້ວ່າ ກະແສການສັກແຂ້ວ ຫຼື ກາານຕົກແຕ່ງເຄືອບແຂ້ວດ້ວຍລວດລາຍຕ່າງໆທີ່ມີຄວາມງາມ ກຳລັງເປັນກະແສນິຍົມໃນກຸ່ມໄວລຸ້ນຂອງຈີນ ຖືວ່າເປັນການສະແດງຕົວຕົນຜ່ານຮອຍສັກຢູ່ແຂ້ວ ເປັນອີກວິທີທີ່ທັນສະໄໝ ແລະ ແຕກຕ່າງຈາກຮອຍສັກເທິງຜົວໜັງ. ການແກະສະຫຼັກແຂ້ວ ຫຼື ສັກແຂ້ວ...

ສສກ ຊີ້ແຈງຄວາມເປັນມາ ແລະ ຄວາມເປັນຈິງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ

ກະຊວງສຶກສາທິການ ແລະ ກິລາ ຂໍຊີ້ແຈງອະທິບາຍ ກ່ຽວກັບຄວາມເປັນມາ ແລະ ສະພາບຄວາມເປັນຈິງ ຂອງໂຄງການອາຫານທ່ຽງໃນໂຮງຮຽນ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ສປປ ລາວ ໃນໄລຍະຜ່ານມາ 20...

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...