spot_img
Homeຂ່າວພາຍ​ໃນນາຍົກຄາດຄະເນໝົດປີ 2021 ຈີດີພີ (GDP) ຈະຂະຫຍາຍຕົວໃນລະດັບ 3%

ນາຍົກຄາດຄະເນໝົດປີ 2021 ຈີດີພີ (GDP) ຈະຂະຫຍາຍຕົວໃນລະດັບ 3%

Published on

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ເຊິ່ງຈັດຂຶ້ນໃນວັນທີ 1 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ ວ່າ ຄາດຄະເນໝົດປີ 2021 ຈີດີພີຂອງລາວຈະຂະຫຍາຍຕົວໃນລະດັບ 3% ຂະນະທີ່ມະຕິສະພາກຳນົດແມ່ນ 4% ຂຶ້ນໄປ.

ທ່ານ ພັນຄໍາ ວິພາວັນ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ແຜນການ ປະຈໍາປີ 2022. ເຊິ່ງໃນໄລຍະ 7 ເດືອນຜ່ານມາ, ລັດຖະບານໄດ້ພະຍາຍາມບຸກບືນ, ສູ້ຊົນຢ່າງຕັ້ງໜ້າ ແລະເຮັດສຸດຄວາມສາມາດໃນການແກ້ໄຂບັນຫາ ໂດຍໄດ້ໃຊ້ມາດຕະການເບື້ອງຕົ້ນຈຳນວນໜຶ່ງເປັນຕົ້ນ ໄດ້ພະຍາຍາມສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ, ສູ້ຊົນຊຳລະສະສາງໜີ້ສິນທັງພາຍໃນ ແລະຕ່າງປະເທດ, ພ້ອມທັງໄດ້ລະດົມການປະກອບສ່ວນຂອງຜູ້ປະກອບການພາຍໃນ ເຂົ້າຮ່ວມໃນການຊຳລະສະສາງໜີ້ສິນ ຕໍ່ຕ່າງປະເທດ ສຳເລັດຕາມແຜນການ, ສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຕົກຢູ່ໃນສະພາບວິກິດ. ພ້ອມກັນນີ້, ກໍໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນຕົວກ້າວຕໍ່ໄປ ຄາດວ່າໝົດປີ 2021 ຈີດີພີຈະຂະຫຍາຍຕົວໃນລະດັບ 3 ເປີເຊັນ.

ສຳລັບດ້ານລາຍຮັບງົບປະມານ ໃນ 10 ເດືອນຜ່ານມາປະຕິບັດໄດ້ທັງໝົດ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ເຊິ່ງເຫັນວ່າຍັງມີຄວາມທ້າທາຍຫຼາຍສົມຄວນ ເມື່ອທຽບໃສ່ໄລຍະເວລາທີ່ຍັງເຫຼືອ, ແຕ່ລັດຖະບານຈະພະຍາຍາມ ຊຸກຍູ້ການຈັດເກັບລາຍຮັບ ແລະຂຸດຄົ້ນແຫຼ່ງລາຍຮັບໃໝ່ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະອື່ນໆ ບົນພື້ນຖານນັ້ນ ຈະສາມາດຄາດຄະເນສະເລ່ຍລາຍຮັບ ຈະປະຕິບັດໄດ້ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ. ສຳລັບດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 19.012 ຕື້ກີບ, ເທົ່າກັບ 60% ຂອງແຜນການປີ, ລາຍຈ່າຍສ່ວນໃຫຍ່ ແມ່ນການເບີກຈ່າຍເງິນເດືອນ ແລະເງິນນະໂຍບາຍຕ່າງໆ ພ້ອມກັນນີ້, ຍັງໄດ້ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.

ທ່ານ ພັນຄໍາ ວິພາວັນ ຍັງໃຫ້ຮູ້ຕື່ມວ່າ: ລັດຖະບານຍັງໄດ້ຈັດຕັ້ງປະຕິບັດແຜນງານທີ່ສຳຄັນຈຳນວນໜຶ່ງໃນການສົ່ງເສີມການຜະລິດ, ການແກ້ໄຂໄພວ່າງງານ, ການພັດທະນາຂົງເຂດວັດທະນະທຳ-ສັງຄົມ ລວມທັງປະຕິບັດນະໂຍບາຍໃນການເອົາແຮງງານລາວ ທີ່ກັບຄືນປະເທດຍ້ອນການລະບາດຂອງພະຍາດໂຄວິດ-19, ສຳລັບວຽກງານການປ້ອງກັນພະຍາດໂຄວິດ-19 ລັດຖະບານຈະສູ້ຊົນຈັດຫາວັກຊີນ ຄາດວ່າ ໃນທ້າຍປີ 2021 ນີ້ ຈະບັນລຸການສັກວັກຊິນໄດ້ຄົບໂດສບໍ່ຕ່ຳກວ່າ 70%.

ຂໍ້ມູນ ແລະພາບປະກອບຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...