spot_img
Homeຂ່າວພາຍ​ໃນທະນາຄານໂລກຕີລາຄາ ການດຳເນີນທຸລະກິດຢູ່ລາວ ມີຄວາມສະດວກດີຂຶ້ນ

ທະນາຄານໂລກຕີລາຄາ ການດຳເນີນທຸລະກິດຢູ່ລາວ ມີຄວາມສະດວກດີຂຶ້ນ

Published on

ADB

 

ໃນ​ວັນ​ທີ 29 ຕຸລາ 2014 ທະນາຄານ​ໂລກ ປະຈຳ​ລາວ ໄດ້ເປີດເຜີຍ​ໃຫ້​ຮູ້​ກ່ຽວ​ກັບ​ບົດ​ລາຍງານ​ສະບັບ​ໃໝ່

ຂອງ​ກຸ່ມ​ທະ​ນາຄານ​ໂລກ ໂດຍ​ໄດ້​ຊີ້​ໃຫ້​ເຫັນ​ເຖິງສະພາບ​ແວດ​ລ້ອມ​ການ​ດຳເນີນທຸລະ​ກິດໃນ ​ສປປ ລາວ

ໄດ້​ຖືກປັບປຸງ​ໃຫ້​ດີ​ຂຶ້ນ​ກວ່າ​ໃນ​ປີຜ່ານມາ ໂດຍ​ໄດ້​ກ້າວ​ຂຶ້ນ​ມາ 7 ລຳດັບ ໃນ​ການ​ຈັດ​ລຳດັບ​ຄວາມ​ສະດວກ

​ໃນ​ການ​ດຳເນີນ​ທຸລະ​ກິດ​ໃນທົ່ວ​ໂລກ.

 

ອີງໃສ່​ບົດ​ລາຍ​ງານ​ການ​ດຳເນີນ​ທຸລະ​ກິດ ປີ 2015 ທີ່​ໄດ້​ເປີດເຜີຍ​ໃນ​ປັດຈຸບັນ ໄດ້​ສະແດງ​ໃຫ້ເຫັນ​ວ່າ ລຳ

ດັບ​ຄວາມ​ສະດວກໃຫ້ການ​ດຳເນີນ​ທຸລະ​ກິດ​ໃນ ​ສປປ ລາວ ໄດ້​ຫຍັບ​ຂຶ້ນ​ຈາກ​ລຳດັບ​ທີ 155 ໃນ 189 ເສດ

ຖະກິດໃນ​ທົ່ວ​ໂລກ ໃນ​ບົດ​ລາຍ​ງານ​ປີຜ່ານ​ມາ ຂຶ້ນ​ມາ​ເປັນ​ລຳດັບ​ທີ 148 ໃນ​ປີ​ນີ້ ເຊິ່ງ​ລຳດັບ​ທີ່​ສູງ​ຂຶ້ນມາ​ນີ້

ໄດ້​ສະທ້ອນ​ເຖິງ​ບັນດາ​ມາດຕະການ​ ໃນ​ການ​ເສີມ​ສ້າງ​ຄວາມເຂັ້ມແຂງ​ຂອງ​ກົດໝາຍ​ຂອງ​ຜູ້ກູ້​ຢືມ ແລະ

ຜູ້​ໃຫ້​ຢືມ ໂດຍ​ການສ້າງຕັ້ງ​ລະບົບ​ການ​ຂຶ້ນ​ທະບຽນຫຼັກ​ຊັບ​ຄ້ຳປະກັນ ແລະ ເສີມ​ສ້າງຄວາມ​ເຂັ້ມແຂງ​ໃນ​

ການ​ປົກ​ປ້ອງນັກ​ລົງທຶນ ຜູ້​ຖື​ຮຸ້ນ​ລາຍ​ຍ່ອຍ ແລະ ການ​ປັບປຸງ​ມາດຕະຖານການ ​ເຜີຍແຜ່​ຂໍ້​ມູນຂອງ​ບັນ

ດາ​ຜູ້ອຳນວຍ​ການ​ບໍລິສັດ​ຕ່າງໆ ທີ່​ໄດ້ຖືກ​ຈົດ​ທະບຽນ​ໄວ້​ໃນ​ຕະຫຼາດຫຼັກ​ຊັບ​ລາວ ເຖິງ​ຢ່າງໃດ​ກໍ່​ຕາມ

ຄວາມ​ສະດວກ​ໃນ​ການ​ດຳເນີນ​ທຸລະ​ກິດ​ໃນ ​ສປປ ລາວ ກໍ່​ຍັງ​ຄົງຫ່າງ​ໄກ ເມື່ອ​ທຽບໃສ່ມາ​ເລ​ເຊຍ ທີ່ຢູ່​ໃນ​

ລຳດັບ 18 ແລະ ໄທ ທີ່ຢູ່ໃນ​ລຳດັບ 26 ແລະ ບົດ​ລາຍງານ​ດັ່ງກ່າວ ​ໄດ້​ຈັດ​ລຳດັບ​ໃຫ້​ປະເທດ​ສິງ​ກາ​ໂປ ຢູ່​ໃນ

​ລະດັບ​ສູງ​ສຸດ ຂອງ​ການ​ຈັດ​ລຳດັບ​ຄວາມ​ສະດວກ​ ໃນ​ການ​ດຳເນີນ​ທຸລະ​ກິດ​ໃນທົ່ວ​ໂລກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...