Homeຂ່າວພາຍ​ໃນມຊ ກຽມຈັດສອບເສັງອອນລາຍເພຶ່ອຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນ

ມຊ ກຽມຈັດສອບເສັງອອນລາຍເພຶ່ອຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນ

Published on

ມະຫາວິທະຍາໄລແຫ່ງຊາດ (ມຊ) ປະກາດຈັດຕັ້ງການສອບເສັງ ເພື່ອຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມຊ ໃນສົກສຶກສາ 2021-2022 ໂດຍຈະມີການດຳເນີນການສອບເສັງຜ່ານລະບົບອອນລາຍ.

ອີງຕາມແຈ້ງການມະຫາວິທະຍາໄລແຫ່ງຊາດ ເລກທີ 2992, ລົງວັນທີ 28 ຕຸລາ 2021, ທາງ ມຊ ໄດ້ເປີດໃຫ້ຜູ້ສະໝັກສອບເສັງທີ່ຍັງບໍ່ທັນໄດ້ຮັບບັດເຂົ້າຫ້ອງສອບ ແລະຈ່າຍເງິນຄ່າບໍລິການທາງອອນລາຍເລີ່ມແຕ່ວັນທີ 5-15 ພະຈິກ ພ້ອມກັນນັ້ນກໍກຳນົດວັນທີ 10 ພະຈິກ ເປັນມື້ຈັດການສອບເສັງທົດລອງກັບຜູ້ສະໝັກທຸກຄົນ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈກ່ຽວກັບວິທີການສອບເສັງແບບອອນລາຍ ກ່ອນຈະດຳເນີນການສອບເສັງຕົວຈິງໃນວັນທີ 17 ພະຈິກ ໂດຍແບ່ງກຸ່ມສອບເສັງອອກເປັນສອງສາຍຄື ສາຍ A ແລະ B.

ສຳລັບລາຍລະອຽດໃນການສະໝັກລົງທະບຽນ ແລະການສອບເສັງແບບອອນລາຍ ແມ່ນສາມາດເຂົາເບິ່ງໄດ້ທີ່ www.entrance.nuol.edu.la ຫຼື Facebook: ຂ່າວສານ ມຊ UnoL News

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...