spot_img
Homeຂ່າວພາຍ​ໃນຄົນທີ່ຕິດເຊື້ອໂຄວິດ-19 ແລ້ວເສຍຊີວິດ ມີສາເຫດສ່ວນໃຫຍ່ມາຈາກຫຍັງ?

ຄົນທີ່ຕິດເຊື້ອໂຄວິດ-19 ແລ້ວເສຍຊີວິດ ມີສາເຫດສ່ວນໃຫຍ່ມາຈາກຫຍັງ?

Published on

ຈາກການຖະແຫຼງຂ່າວທີ່ຜ່ານມາ ທ່ານ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ເວົ້າເຖິງສາເຫດສ່ວນໃຫຍ່ທີ່ເຮັດໃຫ້ຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດດັ່ງນີ້:

ສະພາບການລະບາດ ໃນສປປ ລາວ ຂອງພວກເຮົາ ຍັງຄົງໜ້າເປັນຫ່ວງ ໂດຍສະເພາະ ການລະບາດພາຍໃນ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງສືບຕໍ່ມີທ່າອ່ຽງເພິ່ມຂຶ້ນໃນແຕ່ລະວັນ ຢູ່ໃນຫຼາຍບ້ານ, ຫຼາຍເມືອງ ແລະ ຫຼາກຫຼາຍອາຊີບ ເຊິ່ງເຫັນໄດ້ຈາກ ມີລາຍງານຕົວເລກຜູ້ຕິດເຊື້ອຫຼາຍຮ້ອຍຄົນພາຍໃນມື້ດຽວ ຄຽງຄູ່ກັນນັ້ນການຕິດເຊື້ອພາຍໃນຊຸມຊົນທີ່ເພີ່ມຂື້ນໃນແຕ່ລະວັນ ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ກໍ່ເພີ່ມຂື້ນສູງແບບກ້າວກະໂດດ ເຊັ່ນດຽວກັນ ເຫັນໄດ້ຈາກ ໃນຕົ້ນເດືອນຕຸລາ ມີຈຳນວນຜູ້ເສຍຊີວິດສະສົມ ຈາກພະຍາດດັ່ງກ່າວ 20 ຄົນ ມາຮອດວັນທີ 28 ຕຸລາ ຈຳນວນຜູ້ເສຍຊີວິດສະສົມ ແມ່ນ 59 ຄົນ.

ສາເຫດທີ່ຄົນເຈັບຕິດເຊື້ອ ແລ້ວກ້າວສູ່ຂັ້ນວິກິດ ແລະ ເສຍຊີວິດ ສ່ວນໜື່ງ ກໍ່ແມ່ນມີພະຍາດປະຈໍາຕົວ, ເປັນກຸ່ມຜູ້ສູງອາຍຸ ທີ່ສ່ວນໃຫຍ່ບໍ່ໄດ້ຮັບການສັກວັກຊິນ ແລະ ບາງຄົນຕິດເຊື້ອມາໄດ້ໄລຍະໜື່ງແລ້ວ ຈຶ່ງເຂົ້າມາປິ່ນປົວ. ການມາປິ່ນປົວທີ່ໂຮງໝໍຊ້າ ສົ່ງຜົນໃຫ້ອາການຜູ້ກ່ຽວພັດທະນາສູ່ຂັ້ນວິກິດຢ່າງໄວວາຈົນເຖິງຂັ້ນເສຍຊີວິດໄດ້. ສະນັ້ນ ຖ້າມີຄົນຕິດເຊື້ອໃນຊຸມຊົນຫຼາຍ ແລະ ລາມເປັນວົງກວ້າງໃນຫຼາຍບ້ານ ຈະເປັນຄວາມສ່ຽງແກ່ຜູ້ທີ່ມີພະຍາດປະຈໍາຕົວ ແລະ ຜູ້ສູງອາຍຸທີ່ສຸດ. ດັ່ງນັ້ນ, ຫາກທ່ານນອນຢູ່ໃນກຸ່ມສ່ຽງ ຫຼື ມີອາການ ຄວນຮີບຮ້ອນພົບແພດ ເພື່ອເກັບຕົວຢ່າງກວດ ເພື່ອສະກັດກັ້ນບໍ່ໃຫ້ອາການເຂົ້າຂັ້ນວິກິດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...