spot_img
Homeຂ່າວຕ່າງປະເທດນາຍົກຂອງປະເທດໄທ ໄດ້ສະເໜີປະເດັນທີ່ອາຊຽນຄວນໃຫ້ຄວາມສໍາຄັນ 3 ປະການ

ນາຍົກຂອງປະເທດໄທ ໄດ້ສະເໜີປະເດັນທີ່ອາຊຽນຄວນໃຫ້ຄວາມສໍາຄັນ 3 ປະການ

Published on

ທ່ານ ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງປະເທດໄທໄດ້ເຂົ້າຮ່ວມ ແລະ ກ່າວຄໍາຖະແຫຼງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ທີ່ຜ່ານມາ ຜ່ານລະບົບທາງໄກ ພ້ອມກັບຜູ້ນໍາສະມາຊິກອາຊຽນ. ທ່ານ ປະຍຸດ ຈັນໂອຊາ ໄດ້ກ່າວບົດຖະແຫຼງໃນການປະຊຸມກ່ຽວກັບການຕໍ່ສູ້ກັບພະຍາດໂຄວິດ-19 ເພື່ອຮ່ວມມືກັນແກ້ໄຂການລະບາດ ແລະ ຜົນກະທົບຂອງໂຄວິດ-19 ແລະ ຄວນຖອດຖອນເອົາບົດຮຽນຈາກໂຄວິດ-19 ມານໍາໃຊ້ເພື່ອສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນ ພ້ອມກັບຮັບມືຄວາມທ້າທາຍໃໝ່ໆໃນອະນາຄົດ ເຊິ່ງທ່ານນາຍົກຂອງປະເທດໄທໄດ້ສະເໜີປະເດັນທີ່ອາຊຽນຄວນໃຫ້ຄວາມສໍາຄັນ 3 ປະການຄື:

  1. ຕ້ອງດໍາເນີນຕາມຂໍ້ກໍານົດໃນຂອບເຂດຂອງອາຊຽນເພື່ອແກ້ໄຂບັນຫາໂຄວິດ-19 ໃຫ້ມີປະສິດທິພາບ ແລະ ຮູ້ສຶກຍິນດີທີ່ມີກອງທຶນອາຊຽນໃນການຈັດຊື້ວັກຊີນໂຄວິດ-19 ແລະ ຫວັງວ່າປະເທດສະມາຊິກຈະໄດ້ຮັບວັກຊີນຢ່າງທົ່ວເຖິງ ແລະ ວ່ອງໄວ. ທັງນີ້, ປະເທດໄທເອງໄດ້ແຈ້ງລາຍການສິ່ງຂອງທີ່ບໍລິຈາກໃຫ້ແກ່ຄັງສໍາຮອງອຸປະກອນທາງການແພດໃຫ້ກັບປະເທດອາຊຽນ ແລະ ຫວັງວ່າຈະເປັນປະໂຫຍດໃນຕໍ່ໜ້າ
  2. ຄວນເປີດປະເທດ ແລະ ສົ່ງເສີມການເດີນທາງໄປມາຫາສູ່ກັນຢ່າງປອດໄພ ໃຊ້ປະໂຫຍດຈາກຂອບເຂດການຈັດຕັ້ງລະບຽບການເດີນທາງຂອງອາຊຽນ ແລະ ຄວນດໍາເນີນແນວທາງການຮອງຮັບວັກຊີນລະຫວ່າງກັນ ເພື່ອຄວາມສະດວກໃນການເດີນທາງ ເຊິ່ງທີ່ຜ່ານມາປະເທດໄທໄດ້ເປີດພື້ນທີ່ຕ້ອນຮັບນັກທ່ອງທ່ຽວມາແລ້ວ ແລະ ຈະເລີ່ມເປີດປະເທດຢ່າງເປັນຂັ້ນຕອນນັບຕັ້ງແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນໄປ 
  3. ໂຄວິດ-19 ຕະຫຼອດຮອດໄພທໍາມະຊາດຕ່າງໆ ບໍ່ວ່າຈະເປັນການປ່ຽນແປງທາງດ້ານພູມອາກາດ, ອຸທົກກະໄພ, ໄຟໄໝ້ປ່າ ແລະ ໝອກຄວັນຂ້າມເຂດແດນ ທີ່ສະທ້ອນໃຫ້ເຫັນຈຸດອ່ອນຂອງແນວທາງການພັດທະນາໃນປັດຈຸບັນທີ່ເນັ້ນສະເພາະຜົນປະໂຫຍດທາງດ້ານເສດຖະກິດເປັນຫຼັກ ໂດຍປ່ອຍປະລະເລີຍຜົນກະທົບຕໍ່ກັບສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ ອັນເປັນທີ່ມາຂອງວິກິດຕ່າງໆທີ່ຮຸນແຮງ. ດັ່ງນັ້ນ, ເຖິງເວລາທີ່ຈະຕ້ອງປັບປ່ຽນຂະບວນການໃນການໃຊ້ຊີວິດໃນທຸກດ້ານ ເພື່ອສ້າງຄວາມສົມດຸນ ເຮັດໃຫ້ການຟື້ນຟູ ແລະ ພັດທະນາອາຊຽນເປັນໄປຢ່າງຍືນຍົງ ເຊິ່ງສອດຄ່ອງກັບໂມເດລທຸລະກິດ BCG ທີ່ປະເທດໄທດໍາເນີນການຢູ່

ແຫຼ່ງຂ່າວ: bangkokbiznews

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...