Homeຂ່າວຕ່າງປະເທດການຕິດເຊື້ອພະຍາດໂຄວິດ-19 ໃນປະເທດສິງກະໂປ ແມ່ນຍັງເພີ່ມຂຶ້ນສູງ

ການຕິດເຊື້ອພະຍາດໂຄວິດ-19 ໃນປະເທດສິງກະໂປ ແມ່ນຍັງເພີ່ມຂຶ້ນສູງ

Published on

ເວັບໄຊ້ຂ່າວຂອງຕ່າງປະເທດໄດ້ລາຍງານວ່າສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດສິງກະໂປແມ່ນມີຈໍານວນຜູ້ຕິດເຊື້ອທີ່ສູງຂຶ້ນ ແລະ ຈໍານວນຜູ້ຕິດເຊື້ອທີ່ມີອາການໜັກກໍເພິ່ມຂຶ້ນເຊັ່ນກັນ ໂດຍໃນຂະນະນີ້ມີຕຽງທີ່ສາມາດຮອງຮັບຜູ້ຕິດເຊື້ອໃນຫ້ອງ ICU ເຫຼືອພຽງແຕ່ 60 ຕຽງເທົ່ານັ້ນ.

ກະຊວງສາທາລະນະສຸກຂອງປະເທດສິງກະໂປໄດ້ເປີດເຜີຍວ່າ ທີ່ຜ່ານມາອັດຕາການນໍາໃຊ້ຫ້ອງ ICU ໃນສິງກະໂປນັ້ນໂດຍລວມຢູ່ທີ່ປະມານ 83.6% ເຊິ່ງເພີ່ມຂຶ້ນ 2/3 ໃນໄລຍະເວລາບໍ່ຮອດ 1 ອາທິດ. ຕຽງທີ່ໃຊ້ເພື່ອຮອງຮັບຜູ້ປ່ວຍໃນຫ້ອງ ICU ມີ 306 ຕຽງ ແລະ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ຢູ່ໃນຂັ້ນຮຸນແຮງ 64 ຕຽງ ແລະ ຜູ້ທີ່ມີອາການບໍ່ຄົງທີ່ຕ້ອງໄດ້ມີການຕິດຕາມອາການຢູ່ຕະຫຼອດ 107 ຕຽງ ແລະ ສ່ວນທີ່ເຫຼືອອີກ 135 ຕຽງແມ່ນຕ້ອງໃຊ້ປິ່ນປົວຄົນອື່ນໆທີ່ບໍ່ແມ່ນການຕິດເຊື້ອພະຍາດໂຄວິດ-19.

ໂດຍທາງດ້ານທາງກະຊວງສາທາລະນະສຸກກໍໄດ້ມີການຕິດຕາມສະຖານະການຂອງໂຄວິດ-19 ຕະຫຼອດເວລາ. ທ່ານ ອອງ ເຍ ກຸງ ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດສິງກະໂປໄດ້ກ່າວວ່າ ໂຮງໝໍ ແລະ ບຸກຄະລາກອນທາງການແພດໃນສິງກະໂປກໍາລັງຕົກຢູ່ພາຍໃຕ້ແຮງກົດດັນຢ່າງມະຫາສານ ສາເຫດສ່ວນໜຶ່ງມາຈາກການປິ່ນປົວຜູ້ຕິດເຊື້ອໂຄວິດທີ່ຕ້ອງປິ່ນປົວໃນຫ້ອງ ICU ນັ້ນໃຊ້ເວລາດົນເຖິງ 15 ມື້ ຫຼື 1 ເດືອນ ແຕ່ວ່າທາງດ້ານກະຊວງສາທາລະນະສຸກເອງກໍຈະໄດ້ມີການເພີ່ມຕຽງໃນຫ້ອງ ICU ຂຶ້ນຕື່ມ ເຖິງແມ່ນວ່າຈະສົ່ງຜົນກະທົບຕໍ່ກັບການບໍລິການຂອງໂຮງໝໍກໍຕາມ.

ແຫຼ່ງຂ່າວ: Posttoday

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...