Homeຂ່າວຕ່າງປະເທດປະເທດຫວຽດນາມ ອະນຸມັດໃຫ້ 72 ປະເທດ ເດີນທາງເຂົ້າປະເທດໄດ້

ປະເທດຫວຽດນາມ ອະນຸມັດໃຫ້ 72 ປະເທດ ເດີນທາງເຂົ້າປະເທດໄດ້

Published on

ກະຊວງການຕ່າງປະເທດຂອງຫວຽດນາມໄດ້ມີການຕົກລົງຍອມຮັບໜັງສືເດີນທາງວັກຊີນໂຄວິດ-19 ຈາກ 72 ປະເທດ ແລະ ເຂດປົກຄອງພິເສດ ແລະ ກໍາລັງປຶກສາຫາລືກັບອີກ 80 ປະເທດ.

ທ່ານ ເລ ທິ ທູ ຫັງ ໂຄສົກຂອງກະຊວງການຕ່າງປະເທດຂອງຫວຽດນາມກ່າວໃນການຖະແຫຼງຂ່າວເພື່ອຕອບຄໍາຖາມກ່ຽວກັບນະໂຍບາຍຂອງຫວຽດນາມໃນການໃຫ້ຊາວຕ່າງປະເທດທີ່ໄດ້ຮັບວັກຊີນຄົບຖ້ວນເຂົ້າປະເທດວ່າ: “ປັດຈຸບັນຫວຽດນາມຍອມຮັບໃບຮັບຮອງການສັກວັກຊີນຊົ່ວຄາວ ຫຼື ທີ່ເອີ້ນວ່າ ໜັງສືເດີນທາງວັກຊີນຈາກ 72 ປະເທດ ແລະ ເຂດປົກຄອງພິເສດຕາມທີ່ກະຊວງການຕ່າງປະເທດໄດ້ຮັບການສະເໜີຈາກສໍານັກງານຜູ້ແທນ” 

ນອກຈາກນັ້ນ, ທ່ານຍັງໄດ້ກ່າວຕໍ່ອີກວ່າ: “ກະຊວງກໍາລັງມີການປຶກສາຫາລືກັບບັນດາພັນທະມິດອີກປະມານ 80 ປະເທດ ກ່ຽວກັບການຍອມຮັບໜັງສືເດີນທາງວັກຊີນຂອງກັນ ແລະ ກັນ, ໃບຮັບຮອງການສັກວັກຊີນຂອງຫວຽດນາມຍັງໄດ້ຮັບການຍອມຮັບຈາກບາງປະເທດ ແລະ ສາມາດໃຊ້ເພື່ອເຂົ້າສູ່ປະເທດເຫຼົ່ານັ້ນໄດ້”

ໃນເດືອນກັນຍາທີ່ຜ່ານມາ, ສະໜາມບິນ ວານ ດອນ ຂອງແຂວງ ກວາງນິນ ໄດ້ຕ້ອນຮັບຖ້ຽວບິນຫຼາຍຖ້ຽວບິນທີ່ມີຜູ້ຖືໜັງສືເດີນທາງວັກຊີນໃນຊ່ວງທົດລອງ ເຊິ່ງຊ່ວຍເຮັດໃຫ້ປະຊາຊົນຫວຽດນາມທີ່ຢູ່ອາເມລິກາ, ຝຣັ່ງ ແລະ ຍີ່ປຸ່ນເດີນທາງກັບປະເທດໄດ້ ໂດຍຜູ້ໂດຍສາຍທຸກຄົນແມ່ນໄດ້ຮັບວັກຊີນຄົບ, ມີສຸຂະພາບດີ ແລະ ມີຜົນກວດໂຄວິດ-19 ເປັນລົບ ຈາກການກວດຫາເຊື້ອພາຍໃນ 72 ຊົ່ວໂມງກ່ອນທີ່ຈະກັບປະເທດ ແລະ ຜູ້ທີ່ມີໜັງສືເດີນທາງວັກຊີນກໍຍັງໄດ້ກັກໂຕໃນສູນກັກບໍລິເວນເປັນເວລາ 7 ມື້. 

ແຫຼ່ງຂ່າວ: thaipublica

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...