spot_img
Homeຂ່າວພາຍ​ໃນຂໍ້ມູນຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ວັນທີ 25 ຕຸລາ 2021

ຂໍ້ມູນຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ວັນທີ 25 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 24 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,741 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 615 ຄົນ (ຕິດເຊື້ອພາຍໃນ ມີ 612 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 612 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ຫຼວງພະບາງ 229 ຄົນ
• ນະຄອນຫຼວງພະບາງ ມີ 12 ບ້ານ , 207 ຄົນ, (ບ້ານຜາໂອ ,​ບ້ານໂພສີ , ບ້ານວັງເງີນ ,ບ້ານຄົກມັນ , ບ້ານມ້າ , ບ້ານພອນໄຊ , ບ້ານຄອຍ, ບ້ານປ່ອງຄຳ, ບ້ານປາກປາ, ບ້ານຜານົມ, ບ້ານໂພນສະອາດ )
• ເມືອງນ້ຳບາກ ມີ 5 ບ້ານ , 10 ຄົນ ( ບ້ານຫ້ວຍເຢັນ , ບ້ານຫົວນາ , ບ້ານຄົກນາງ, ບ້ານບົມ, ບ້ານແສນຫຼວງ)
• ເມືອງປາກອູ ມີ 2 ບ້ານ 9 ຄົນ( ບ້ານຖິ່ນຈະເລີນ , ບ້ານຫາດຄໍ້ )
• ເມືອງງອຍມີ 2 ບ້ານ 3 ຄົນ (ບ້ານສົບກອງ ,ບ້ານພູຫຼວງ)
2. ນະຄອນຫຼວງ 114 ຄົນ: ມາຈາກ 56 ບ້ານ, ໃນ 6 ເມືອງ
• ເມືອງຈັນທະບູລີ ມີ 08 ບ້ານ ,16 ຄົນ ( ບ້ານ ໜອງປີງ, ໜອງທາເໜືອ, ສີດຳດວນ, ສາຍລົມ, ທົ່ງຕູ່ມ, ຮ່ອງຄ້າ, ສີສະຫວາດ, ດົງປ່າແຫຼບ)
• ເມືອງສີໂຄດຕະບອງ ມີ 17 ບ້ານ 30 ຄົນ (ບ້ານ ສີໄຄທົ່ງ, ນາແຮ່, ຕາດທອງ, ດ່ານຄຳ, ໂພສີ, ຈຳປາ, ໂນນຂີ້ເຫຼັກ, ໜອງປາໃນ, ໜອງດ້ວງເໜືອ, ໂພນສົມບູນ, ໜອງແຕ່ງ, ດົງນາໂຊກ, ຫລັກຫີນ, ບ້ານໃໜ່, ວຽງຄຳ, ຫນອງຫນ້ຽວ ແລະ ປົກຄອງ ມ. ສີໂຄດ)
• ​ເມືອງໄຊເສດຖາ ມີ 13 ບ້ານ , 21 ຄົນ , (ບ້ານຈອມມະນີ, ນາໄຊ, ຫົວຂົວ, ເມືອງນ້ອຍ, ໂພນເຄັງ, ໂນນຫວາຍ, ໂນນສະຫວັນ, ໂພນໄຊ, ໂພນສະອາດ, ວັງຊາຍ, ສະພັງຫມໍ້, ໂນນສະຫວ່າງ, ແສງສະຫວ່າງ)
• ​ເມືອງສີສັດຕະນາກມີ 08 ບ້ານ , 27 ຄົນ, (ບ້ານໂພນສີນວນ, ທົ່ງກາງ, ໂພນສະຫວ່າງ, ໂພນປ່າເປົ້າ, ຈອມເພັດເຫນືອ, ທ່າພະລານໄຊ, ສະພານທອງເໜືອ, ພະໂພ)
• ​ເມືອງໄຊທານີ ມີ 09 ບ້ານ, 15 ຄົນ , (ບ້ານໄຊສະຫວ່າງ, ອຸດົມຝົນ, ຊ້າງຄູ້, ຕານມີໄຊ, ສີວິໄລ, ຄຳຮຸ່ງ, ສະພັງຄະນົງ, ນາແຄ, ພະຂາວ)
• ເມືອງຫາດຊາຍຟອງ ມີ 01 ບ້ານ (01 ຄົນ) ບ້ານບໍ່ໂອ.
• ຍັງສືບຕໍ່ເອົາຂໍ້ມູນ 04 ຄົນ
3. ວຽງຈັນ 98 ຄົນ ຈາກ 5 ເມືອງ.
• ເມືອງກາສີ, ມີ 09 ບ້ານ, 33 ຄົນ ( ບ້ານວຽງແກ້ວ, ບ້ານພູຄໍາ , ບ້ານນາມົນ , ບ້ານນາແທ່ນ, ​ບ້ານນາຊູ ,​ບ້ານຜາຕໍ່, ບ້ານໂພນສີດາ, ບ້ານໂພນທ່ຽງ ແລະ ບ້ານໜອງບົວວຽງ )
• ເມືອງແກ້ວອຸດົມ, ມີ 05 ບ້ານ, 23 ຄົນ (​ບ້ານທ່າຊັນ ,ບ້ານພູເຂົາຄໍາ , ບ້ານທ່າລາດ , ບ້ານໂພນຄໍາ , ບ້ານກົກກ້ຽງ.
• ເມືອງທຸລະຄົມ, ມີ 02 ບ້ານ, 16 ຄົນ ( ບ້ານນາແພງ , ​ບ້ານຫາດສວນ)
• ເມືອງວຽງຄໍາ, ມີ 03 ບ້ານ, 12 ຄົນ (​ບ້ານເມືອງເກົ່າ , ບ້ານໂພນໝີ , ບ້ານໂພນຊ່ອງ )
• ເມືອງໂພນໂຮງ, ມີ 03 ບ້ານ, 03 ຄົນ ( ບ້ານແຈ້ງງສະຫວ່າງ , ບ້ານໂພນໄຊ , ບ້ານພູສັນ)
• ມາຈາກຕ່າງແຂວງ (ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມີ 03 ຄົນ) ຊື່ງ ເປັນຄອບຄົວດຽວກັນ.
4. ຄໍາມ່ວນ 48 ຄົນ
• ເມືອງທ່າແຂກ, ມີ 09 ບ້ານ, 47 ຄົນ ( ບ້ານດອນມະໄຫຼ , ບ້ານນາຕາດ , ​ບ້ານສຸກສະຫວັນ , ​ບ້ານສົມສະໜຸກ , ບ້ານໜອງຜື ,​ບ້ານນາໜອງແກ້ວ , ບ້ານນາມ່ວງ , ບ້ານມ່ວງສຸມ , ​ບ້ານໂພນສີທ່າ )
• ​ເມືອງຫີນບູນ, ບ້ານໄຊສົມບູນ ມີ 01 ຄົນ.
5. ບໍ່ແກ້ວ 48 ຄົນ
• ຈາກເມືອງຫ້ວຍຊາຍ, ມີ 13 ບ້ານ, 48 ຄົນ, ( ບ້ານຫ້ວຍຊາຍໃຕ້ , ​ບ້ານປ່າອ້ອຍ , ​ບ້ານ ຫ້ວຍຊາຍເໜຶອ , ​ບ້ານ ປາກຮາວເໜຶອ , ບ້ານ ມົກກະຈົກ , ບ້ານ ອຸດົມ , ບ້ານ ພິບຸນທອງ , ບ້ານຫ້ວຍມອນ , ​ບ້ານວຽງໃໝ່ ,​ບ້ານໂພນໄຊ ,​ບ້ານດອນພ້າວ , ບ້ານນໍ້າມ້າ , ​ບ້ານໂພນທອງ.
6. ຫຼວງນໍ້ທາ 26 ຄົນ
• ເມືອງນໍ້າທາ, ມີ 19 ບ້ານ, 26 ຄົນ ( ບ້ານໄຊສົມບູນ , ບ້ານຂອນ , ​ບ້ານໂພນໄຊ , ​ບ້ານຫລວງ , ​ບ້ານພຽງງາມ , ບ້ານໂພນໄຊສະຫວ່າງ , ບ້ານວຽງຄໍາ , ບ້ານດອນສໍາພັນ, ບ້ານທົ່ງໄຈ້ເໜຶອ , ​ບ້ານດອນໄຊ, ບ້ານນໍ້າທຸງ, ບ້ານນາຫ້ອມ, ບ້ານບໍ່ແຕນ, ບ້ານປ່າສັກ, ບ້ານວຽງເງິນ, ບ້ານວຽງໃຕ້, ບ້ານໜອງບົວວຽງ )

7. ໄຊສົມບູນ 18 ຄົນ
• ເມືອງອະນຸວົງ, ບ້ານພູຫົວຊ້າງ ມີ 16 ຄົນ
• . ເມືອງທ່າໂທມ, ບ້ານໂພນໂຮມ ມີ 01 ຄົນ
• ເມືອງລ້ອງຊານ, ບ້ານນໍ້າຄຸຍ ມີ 01 ຄົນ
8. ບໍລິຄໍາໄຊ 14 ຄົນ
• ​ເມືອງປາກກະດີງ, ມີ 04 ບ້ານ, 09 ຄົນ ( ​ບ້ານທົ່ງນາມີ , ​ບ້ານນໍ້າສ້າງ , ບ້ານຫ້ວຍໄຮ , ບ້ານໂພນຈະເລີນ.
• ເມືອງປາກຊັນ, ມີ 02 ບ້ານ, 02 ຄົນ ( ບ້ານຫົງໄຊ , ບ້ານສອງຄອນ)
9. ຈໍາປາສັກ 12 ຄົນ
• ນະຄອນປາກເຊ, ມີ 05 ບ້ານ, 07 ຄົນ
• ເມືອງໂພນທອງ ມີ 02 ບ້ານ, 03 ຄົນ
• ເມືອງບາຈຽງຈະເລີນສຸກ, ບ້ານໄຊສະຫວ່າງ ມີ 02 ຄົນ
10. ສະຫວັນນະເຂດ 3 ຄົນ
• ນະຄອນໄກສອນ ມີ 02 ບ້ານ, 03 ຄົນ
11. ສາລະວັນ 2 ຄົນ
• ເມືອງສະໜ້ວຍ, ບ້ານເທດສະບານ ມີ 01 ຄົນ
• ເມືອງສາລະວັນ, ບ້ານບືງຂາມ ມີ 01 ຄົນ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 3 ຄົນ: ທັງ 3 ຈາກ ແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 24 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 36,248 ຄົນ, ເສຍຊີວິດສະສົມ 53 ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 381 ຄົນ, ກໍາລັງປິ່ນປົວ 7,088 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 1 ຄົນ ມີດັ່ງນີ້:
ເປັນເພດຍິງ, ອາຍຸ 75 ປີ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ຜູ້ກ່ຽວຍັງບໍ່ທັນໄດ້ຮັບການສັກວັກຊີນ
– ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນ ແລະ ກີນຢາມາຫຼາຍປີ, ນອນກັບທີ່ມາຫຼາຍເດືອນ
– ຜູ້ກ່ຽວເປັນຜູ້ສໍາຜັດໃກ້ຊິດກັບລູກສາວທີ່ກວດພົບເຊື້ອມາກ່ອນ
– ວັນທີ 10 ຕຸລາ 2021: ຜູ້ກ່ຽວມີອາການໄຂ້, ໄອ, ອີດເມື່ອຍ ແລະ ກິນດື່ມບໍ່ໄດ້,
– ວັນທີ 13 ຕຸລາ 2021: ໄດ້ໄປເກັບຕົວຢ່າງມາກວດຊອກຫາພະຍາດໂຄວີດ-19 ຢູ່ໂຮງໝໍເມືອງແກ້ວອຸດົມ
-​ວັນທີ 14 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄ
ວິດ-19 ທີ່ໂພນໂຮງ ແຂວງວຽງຈັນ
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 13-23 ຕຸລາ 2021 ເປັນເວລາ 12 ວັນ
-​ວັນທີ 24 ຕຸລາ 2021: ຄົນເຈັບບໍ່ໄດ້ສະຕິ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ແພດໝໍໄດ້ສຸມທຸກກຳລັງເຊິດຊູຄົນເຈັບ ແຕ່ ບໍ່ຕອບສະຫນອງຕໍ່ການກະຕຸ້ນ ເເລະ ເສຍຊີວິດເວລາຕໍ່ມາ .

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...