Homeຂ່າວຕ່າງປະເທດຈີນຜ່ານກົດໝາຍການສຶກສາ ຫຼຸດຜ່ອນວຽກບ້ານໃຫ້ກັບນັກຮຽນ ເພື່ອຫຼຸດຜ່ອນຄວາມກົດດັນສໍາລັບເດັກນ້ອຍ

ຈີນຜ່ານກົດໝາຍການສຶກສາ ຫຼຸດຜ່ອນວຽກບ້ານໃຫ້ກັບນັກຮຽນ ເພື່ອຫຼຸດຜ່ອນຄວາມກົດດັນສໍາລັບເດັກນ້ອຍ

Published on

ວັນທີ 24 ສິງຫາ 2021 ສໍານັກຂ່າວ BBC ລາຍງານວ່າ ສະພາປະຊາຊົນຈີນຜ່ານກົດໝາຍວ່າດ້ວຍການສຶກສາ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ເດັກນ້ອຍ ທັງຈາກວຽກບ້ານຢູ່ໂຮງຮຽນ ແລະ ສະຖາບັນຄູ ພ້ອມທັງຂໍຄວາມຮ່ວມມືຈາກພໍ່ແມ່ປະຊາຊົນຈັດສັນເວລາໃຫ້ລູກຫຼານ ໄດ້ເຮັດກິດຈະກໍາອື່ນໆ ໂດຍສະເພາະແມ່ນການພັກຜ່ອນ ແລະ ອອກກໍາລັງກາຍ ເພື່ອຫຼຸດຜ່ອນຄວາມກົດດັນຂອງການສຶກສາ ແລະ ຫຼຸດຜ່ອນການໃຊ້ສື່ອອນລາຍຫຼາຍເກີນໄປ.

ກ່ອນໜ້ານີ້ໃນເດືອນສິງຫາທີ່ຜ່ານມານີ້, ຈີນໄດ້ຫ້າມການສອບເສັງພາກອັດຕາໄນ ຫຼື ການສອບເສັງຂຽນສໍາລັບເດັກນ້ອຍອາຍຸ 6-7 ປີ ຍ້ອນວ່າພວກເຂົາບໍ່ຕ້ອງການໃຫ້ເດັກນ້ອຍ ໄດ້ຢູ່ພາຍໃຕ້ຄວາມກົດດັນທາງດ້ານຮ່າງກາຍ ແລະ ຈິດໃຈຈາກການສອບເສັງ. ພ້ອມກັນນັ້ນ, ຍັງມີມາດຕະການຫຼາຍຢ່າງ ເພື່ອປ້ອງກັນບໍ່ໃຫ້ເດັກນ້ອຍຕິດເກມ ຫຼື ໂລກອອນລາຍຫຼາຍເກີນໄປ ເຊັ່ນ: ການຈຳກັດຊົ່ວໂມງການຫຼິ້ນເກມຂອງໄວໜຸ່ມ ໂດຍອະນຸຍາດໃຫ້ຫຼິ້ນເກມອອນລາຍພຽງແຕ່ 1 ຊົ່ວໂມງ ສະເພາະ ວັນສຸກ, ວັນເສົາ ແລະ ວັນອາທິດ.
ເຖິງຢ່າງໃດກໍຕາມ, ລາຍລະອຽດຂອງກົດໝາຍວ່າດ້ວຍການສຶກສາສະບັບໃໝ່ ຍັງບໍ່ທັນໄດ້ຮັບການເຜີຍແຜ່ ແຕ່ສື່ມວນຊົນຈີນລາຍງານວ່າ ພໍ່ແມ່ຄວນມີຄວາມຮ່ວມມືໃນການຊ່ວຍເຫຼືອການພັດທະນາທາງປັນຍາ ລວມທັງການຝຶກອົບຮົມພຶດຕິກຳທາງສັງຄົມໃຫ້ເດັກນ້ອຍຫຼາຍຂຶ້ນ, ໂດຍທີ່ລັດຖະບານທ້ອງຖິ່ນຈະຮັບຜິດຊອບຕໍ່ກັບງົບປະມານສໍາລັບຄ່າໃຊ້ຈ່າຍສໍາລັບກິດຈະກໍາພິເສດຕ່າງໆໃຫ້.

ຢ່າງໃດກໍຕາມ, ຫຼັງຈາກກົດໝາຍດັ່ງກ່າວໄດ້ຮັບການອະນຸມັດ ກໍມີຄວາມຄິດເຫັນທີ່ຫຼາກຫຼາຍໃນໂລກສັງຄົມອອນລາຍ, ບາງຄົນໄດ້ຍ້ອງຍໍການເຄື່ອນໄຫວຂອງລັດຖະບານ, ໃນຂະນະທີ່ບາງຄົນເວົ້າວ່າ ນີ້ຈະເພີ່ມພາລະໃຫ້ທັງລັດຖະບານທ້ອງຖິ່ນ ແລະ ພໍ່ແມ່ຜູ້ປົກຄອງຕື່ມອີກ.
ການຮັບຮອງເອົາກົດໝາຍສະບັບນີ້ ເປັນການພະຍາຍາມອີກຄັ້ງໜຶ່ງຂອງລັດຖະບານຈີນ ທີ່ຢາກແກ້ໄຂບັນຫາຕ່າງໆ ຢູ່ໃນສັງຄົມໃຫ້ຫຼາຍຂຶ້ນ. ນັບຕັ້ງແຕ່ບັນຫາຂອງການເສບຕິດເກມອອນລາຍຂອງເດັກນ້ອຍ ໄປຈົນເຖິງການຮັບມືກັບພຶດຕິກຳທີ່ຫຼົງໄຫຼຄົນດັງ ແລະ ໂລກບັນເທິງຈົນເກີນພໍດີ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...