spot_img
Homeຂ່າວພາຍ​ໃນປະຫວັດຂອງຜູ້ຕິດເຊື້ອພາຍໃນ ປະຈໍາວັນທີ 23 ຕຸລາ 2021

ປະຫວັດຂອງຜູ້ຕິດເຊື້ອພາຍໃນ ປະຈໍາວັນທີ 23 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ

ໃນມື້ວານນີ້ ວັນທີ 22 ຕຸລາ 2021 ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 5,717 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 467 ຄົນ (ຕິດເຊື້ອພາຍໃນປະເທດ = 452 ຄົນ, ເດີນທາງຈາກຕ່າງປະເທດ 15ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນແມ່ນ 34,985 ຄົນ, ເສຍຊີວິດສະສົມ 50 (ໃຫມ່ 1), ປິ່ນປົວຫາຍດີໃນມື້ວານນີ້ 306 ຄົນ.

ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວແມ່ນ 7,042 ເຊິ່ງຫມາຍຄວາມວ່າມາຮອດມື້ນີ້ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວມ 0.096 % ຂອງ ຈໍານວນພົນລະເມືອງທັງຫມົດຂອງ ສປປ ລາວ.

ຂໍ້ມູນໂດຍຫຍໍ້ກ່ຽວກັບຄົນຕິດເຊື້ອໃຫມ່ 487 ຄົນ ມີດັ່ງນີ້: ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຄື: ຈໍາປາສັກ 11 ຄົນ ແລະ ສະຫວັນນະເຂດ 4 ຄົນ ແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງແຕ່ມື້ເດີນທາງເຂົ້າມາ ສປປ ລາວ, ເມື່ອຜົນກວດເປັນບວກພວກຜູ້ກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ແຂວງກໍານົດໄວ້.

ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 452 ຄົນ ຄື:

  1. ນະຄອນຫຼວງ 232 ຄົນ ຈາກ 7 ເມືອງ ແລະ 66 ບ້ານ

ເມືອງຈັນທະບຸລີ ມີ 08 ບ້ານ (25 ຄົນ)

ເມືອງສີໂຄດຕະບອງ ມີ 12 ບ້ານ (40 ຄົນ)

ເມືອງໄຊເສດຖາ ມີ 16 ບ້ານ (31 ຄົນ ແລະ ສະຖານທີ່ຄຸມຂັງ 75 ຄົນ)

ເມືອງສີສັດຕະນາກມີ 08 ບ້ານ (20 ຄົນ )

ເມືອງ ນາຊາຍທອງ ມີ 03 ບ້ານ ( 06 ຄົນ)

ເມືອງໄຊທານີ ມີ 11 ບ້ານ (23 ຄົນ)

ເມືອງຫາດຊາຍຟອງ ມີ 07 ບ້ານ (11 ຄົນ)

ຍັງສືບຕໍ່ເອົາຂໍ້ມູນ 01 ຄົນ

  1. ຫຼວງພະບາງ 57 ຄົນ

ນະຄອນຫຼວງພະບາງ ມີ 10 ບ້ານ ແລະ 1 ສະຖານທີ່ຄຸມຂັງ (35 ຄົນ), ວັດຫາດຮຽນ ມີ 14 ຄົນ, ບ້ານທາດໂບສົດມີ 6 ຄົນ, ບ້ານປາກປາ ມີ 4 ຄົນ, ບ້ານຜາສຸກ ມີ 3 ຕົ້ນ, ບ້ານໂພສີ ມີ 2 ຄົນ, ບ້ານຄອຍ, ສະຖານທີ່ຄຸມຂັງຜາໂອ, ບ້ານພູຫມອກ, ບ້ານພູເຫຼັກ, ບ້ານມ້າ, ບ້ານວັງເງີນ, ມີ ບ້ານລະ 1 ຄົນ

ເມືອງນ້ໍາບາກ ມີ (14 ຄົນ): ບ້ານວັງຄໍາ ມີ 6 ຄົນ, ບ້ານນ້ໍາມອງ ມີ 5 ຄົນ, ບ້ານຫ້ວຍເຢັນ ມີ 2 ຄົນ, ບ້ານປາກມອງ ມີ 1 ຄົນ

ເມືອງປາກອູ ມີ 2 ບ້ານ (7 ຄົນ): ບ້ານຫາດຄໍ້ ມີ 4 ຄົນ, ບ້ານຖິ່ນຈະເລີນ ມີ 3 ຄົນ

ເມືອງງອຍ ມີ 1 ຄົນ ຈາກບ້ານສົບກອງ

  1. ບໍ່ແກ້ວ 3 ຄົນ

ເມືອງຫ້ວຍຊາຍ: ບ້ານມົກກະຈອກ ມີ 03 ຄົນ

  1. ແຂວງວຽງຈັນ 6 ຄົນ

ເມືອງໂພນໂຮງ, ມີ 03 ຄົນ ຈາກ 02 ບ້ານ, ບ້ານສະກ້າ ມີ 02 ຄົນ, ບ້ານຫຼັກ 52 ມີ 01 ຄົນ

ເມືອງແກ້ວອຸດົມ, ມີ 2 ຄົນ ຈາກ 2 ບ້ານ: ບ້ານທ່າລາດ ມີ 01 ຄົນ, ບ້ານແສງສະຫວ່າງ ມີ 01 ຄົນ

ເມືອງວຽງຄໍາ: ບ້ານໂພນຊອງ ມີ 01 ຄົນ

  1. ຫຼວງນໍ້າທາ 49 ຄົນ

ເມືອງນ້ໍາທາ, ມີ 10 ບ້ານ, 43 ຄົນ: ບ້ານຫຼັກຄໍາໃຫມ່ ມີ 31 ຄົນ, ບ້ານຫລວງ ມີ 02 ຄົນ, ບ້ານໂພນໄຊ ມີ 01 ຄົນ, ບ້ານນໍ້າກົງ ແລະ ບ້ານໄຊສົມບູນ ມີບ້ານລະ 02 ຄົນ, ບ້ານຂອນ, ບ້ານນາລີ, ບ້ານນ້ໍາແດງ, ບ້ານພຽງງາມ, ບ້ານຫນອງວຽງ ມີ ບ້ານລະ 01 ຄົນ

ເມືອງສີງ, ມີ 03 ບ້ານ, 05 ຄົນ: ບ້ານສີ່ງຈະເລີນ ມີ 03 ຄົນ, ບ້ານຊຽງແລ ມີ 01 ຄົນ, ບ້ານຊຽງຍືນ ມີ 1 ຄົນ

ເມືອງວຽງພູຄາ, ບ້ານທົ່ງແປງ ມີ 1 ຄົນ

  1. ບໍລິຄໍາໄຊ 15 ຄົນ

ເມືອງປາກຊັນ 1 ຄົນ: ບ້ານ ອານຸສອນໄຊ

ເມືອງ ປາກກະດິງ 13 ຄົນ: ບ້ານນໍ້າສາງ 8 ຄົນ, ບ້ານທົ່ງນາມີ 3 ຄົນ, ຫ້ວຍໄຮ 2 ຄົນ

ບ້ານ ນາຄູນນ້ອຍ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ 1 ຄົນ (ຂັບລົດ ຢູບໍລິສັດແຫ່ງຫນື່ງ)

  1. ຄໍາມວນ 27 ຄົນ

ເມືອງທ່າແຂກ ມີ 10 ບ້ານ, 22 ຄົນ: ບ້ານສົມສະອາດ ມີ 4 ຄົນ, ບ້ານ ສົມສະຫນຸກ ມີ 4 ຄົນ, ບ້ານດອນມະໄຫຼ ມີ 3 ຄົນ, ບ້ານນາຕາດ ມີ 2 ຄົນ, ບ້ານສຸກສະຫວັນ ມີ 2 ຄົນ, ບ້ານຈອມແກ້ວ ມີ 2 ຄົນ, ບ້ານນາປົ່ງ ມີ 2 ຄົນ, ບ້ານມ່ວງສຸມ, ບ້ານນາມມ່ວງ ແລະ ບ້ານກົກຕ້ອງ ມີບ້ານລະ 1 ຄົນ

ເມືອງຄູນຄໍາ: ບ້ານ ຜາຊ້າງ ມີ 03 ຄົນ

ສໍາລັບເມືອງເຊບັ້ງໄຟ: ບ້ານສັງ ແລະ ເມືອງຫິນບູນ, ບ້ານຫ້ວຍເຂົ້າໝິ້ນ ບ້ານລະ 1 ຄົນ

  1. ສາລະວັນ 25 ຄົນ

ເມືອງສະຫນ່ວຍ, ມີ 02 ບ້ານ, 13 ຄົນ: ບ້ານເທດສະບານ ມີ 11 ຄົນ, ບ້ານລະຮາງ ມີ 02 ຄົນ • ເມືອງສາລະວັນ, ມີ 03 ບ້ານ, 12 ຄົນ, ບໍາຄັນທະລາດ ມີ 06 ຄົນ, ບ້ານບືງຂາມ ມີ 04 ຄົນ, ບ້ານໂພນບົກ ມີ 02 ຄົນ

  1. ສະຫວັນນະເຂດ 17 ຄົນ

ນະຄອນໄກສອນ ມີ 07 ບ້ານ, 15 ຄົນ: ບ້ານດົງນາຄໍາ ມີ 06 ຄົນ, ບ້ານໂພນສະຫວ່າງໃຕ້ ມີ 04 ຄົນ , ບ້ານສະຫນາມໄຊ ມີ 01 ຄົນ, ບ້ານໂນນສະຫວາດ ມີ 01 ຄົນ, ບ້ານສຸນັນທາ ມີ 01 ຄົນ, ບ້ານຊອກ ມີ 01 ຄົນ, ບ້ານຫນອງຜື ມີ 01 ຄົນ • ເມືອງອຸທຸມທອນ, ມີ 02 ບ້ານ, 02 ຄົນ, ບ້ານຈະເລີນສຸກ ມີ 01 ຄົນ, ບ້ານໄຊຍະເພັດ ມີ 01 ຄົນ

  1. ຈໍາປາສັກ 18 ຄົນ

ນະຄອນປາກເຊ, ມີ 08 ບ້ານ, 13 ຄົນ: ບ້ານທົ່ງ ມີ 05 ຄົນ, ບ້ານແກ ນີ້ 01 ຄົນ, ບ້ານດົງກະໂລງ ມີ 01 ຄົນ, ບ້ານໂພນງາມ ມີ 01 ຄົນ, ບ້ານສາງນ້ໍາມັນ ມີ 01 ຄົນ, ບ້ານສະຫນາມໄຊ ມີ 01 ຄົນ, ບ້ານໂນນສະຫວ່າງ ມີ 01 ຄົນ, ບ້ານກາງ ມີ 01 ຄົນ

ເມືອງໂພນທອງ ມີ 03 ບ້ານ, 05 ຄົນ: ບ້ານທ່າຫລວງ ມີ 02 ຄົນ, ບ້ານຫ້ວຍເພັກ ມີ 02 ຄົນ, ບ້ານຫມໍສະລຽບ ມີ 01 ຄົນ

ສໍາລັບຄົນເຈັບເສຍຊີວິດ 1 ຄົນ, ລາຍລະອຽດດັ່ງນີ້:

ເພດຊາຍ ອາຍ 66 ປີ, ອາຊີບ: ພະນັກງານບໍານານ, ບ້ານ ຫນອງປີງ, ເມືອງຈັນທະບູລີ, ແຂວງນະຄອນຫລວງ.

  • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປິ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ 05/10/2021.
  • ພະຍາດປະຈໍາຕົວ: ພະຍາດຫມາກໄຂ່ຫຼັງ, ປະດົງຂໍ່, ເສັ້ນປະສາດແອວຖືກກົດທັບ, ບາດແຜຕິດເຊື້ອຊໍ້າເຮື້ອຢູ່ຂໍ່ຕີນເບື້ອງຂວາ
  • ໄດ້ສັກຢາວັກຊິນຄົບໂດສ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງຫມໍແມ່ນແຕ່ວັນທີ 05/10/2021-22/10/2021 – ເວລາ 13:30 ໂມງຂອງວັນທີ 22/10/2001 ຜູ້ກ່ຽວໄດ້ເສຍຊີວິດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...