Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອພາຍໃນ ແລະ ຜູ້ເສຍຊີວິດ ວັນທີ 20 ຕຸລາ 2021

ປະຫວັດຜູ້ຕິດເຊື້ອພາຍໃນ ແລະ ຜູ້ເສຍຊີວິດ ວັນທີ 20 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 19 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,710 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 635 ຄົນ (ຕິດເຊື້ອພາຍໃນ ມີ 628 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 628 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ນະຄອນຫຼວງ 439 ຄົນ: ມາຈາກ 82 ບ້ານ, ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 07 ບ້ານ (22 ຄົນ)
• ເມືອງສີໂຄດຕະບອງ ມີ 13 ບ້ານ (32 ຄົນ)
• ເມືອງໄຊເສດຖາ ມີ 16 ບ້ານ (35 ຄົນ , ສະຖານທີ່ຄຸມຂັງ 96 ຄົນ)
• ເມືອງສີສັດຕະນາກມີ 09 ບ້ານ (21 ຄົນ, ວິທະຍາຄານໄກສອນ 128 ຄົນ)
• ເມືອງ ນາຊາຍທອງ ມີ 02 ບ້ານ ( 02 ຄົນ)
• ເມືອງໄຊທານີ ມີ 24 ບ້ານ (77 ຄົນ)
• ເມືອງຫາດຊາຍຟອງ ມີ 08 ບ້ານ (13 ຄົນ)
• ເມືອງ ສັງທອງ ມີ 2 ບ້ານ (03 ຄົນ)
• ເມືອງ ປາກງື່ມມີ 01 ບ້ານ ( 4 ຄົນ)
• ຍັງເອົາຂໍ້ມູນ 06 ຄົນ
2. ຫຼວງພະບາງ 72 ຄົນ
• ນະຄອນຫຼວງພະບາງ ມີ 14 ບ້ານ (48 ຄົນ)
– ບ້ານປາກປາ ມີ 13 ຄົນ
– ບ້ານຫາດຮ່ຽນ ມີ 10 ຄົນ
– ຜາສຸກ ມີ 9 ຄົນ
– ບ້ານຄອຍ ມີ 3 ຄົນ
– ບ້ານໜອງໂຕກ ມີ 2 ຄົນ
– ບ້ານພູໝອກ ມີ 2 ຄົນ
– ບ້ານຂົວທີ່1 ມີ 2 ຄົນ
– ບ້ານທາດຫຼວງ, ບ້ານບ້ານວັງເງິນ, ບ້ານປົ່ງຫວ້ານ, ບ້ານຜາໂອ, ບ້ານພອນໄຊ, ວັດໝື່ນນາ, ບ້ານຫ້ວຍພາຍ, ມີ ບ້ານລະ 1 ຄົນ
• ເມືອງປານອູ ມີ 3 ບ້ານ (10 ຄົນ)
– ບ້ານສ້ຽວ ມີ 8 ຄົນ
– ບ້ານຫ້ວຍໂລແລະ ບ້ານ ຫາດຄໍ້ ມີ ບ້ານລະ 1 ຄົນ
• ເມືອງນານ ມີ 4 ບ້ານ (6 ຄົນ)
– ບ້ານໂພນຫີນ ມີ 3 ຄົນ
– ບ້ານຫ້ວຍຜັກເນົ່າ, ບ້ານຜາຕ້ອງລົມ ແລະ ສູນ ມ ສ ມີ ບ້ານລະ 1 ຄົນ
• ເມືອງນ້ຳບາກ ມີ 2 ບ້ານ (2 ຄົນ)
– ບ້ານປາກມອງ ແລະ ບ້ານປາກມອງ ມີ ບ້ານລະ 1 ຄົນ
• ເມືອງຈອມເພັດ ມີ 2 ບ້ານ: 2 ຄົນ
– ບ້ານໂຄກສະຫວ່າງ ແລະ ບ້ານນາຄຳ ມີ ບ້ານລະ 1 ຄົນ
• ເມືອງພູຄູນ ມີ 2 ບ້ານ: 3 ຄົນ
– ບ້ານຈີມ ມີ 2 ຄົນ
– ຜາແກ້ວ ມີ 1 ຄົນ
• ເມືອງໂພນໄຊ ມີ 1 ຄົນ ຈາກບ້ານຫາດຈອງ
3. ວຽງຈັນ 39 ຄົນ
• ເມືອງໂພນໂຮງ, ມີ 11 ບ້ານ, 22 ຄົນ
-​ບ້ານຫຼັກ 52 ມີ 07 ຄົນ

-​ບ້ານນາເລົ່າ ມີ 03 ຄົນ

-​ບ້ານໂພນຫໍ ມີ 02 ຄົນ

-​ບ້ານໂພນໄຊ ມີ 01 ຄົນ

-​ບ້ານໂພນງາມ ມີ 01 ຄົນ

-​ບ້ານໂພນງາມໃຕ້ ມີ 01 ຄົນ

-​ບ້ານໂພນສູງ ມີ 02 ຄົນ

-​ບ້ານເຕົາຖ່ານ, ບ້ານແຈ້ງສະຫວ່າງ, ບ້ານໂພນສິມ ແລະ ບ້ານໂພນທັນ ມີບ້ານລະ 01 ຄົນ

• ເມືອງແກ້ວອຸດົມ, ມີ 03 ບ້ານ, 09 ຄົນ
-​ບ້ານທ່າຊັບ ມີ 04 ຄົນ

-​ບ້ານທ່າລາດ ມີ 03 ຄົນ

-​ບ້ານແສງສະຫວ່າງ ມີ 02 ຄົນ

• ເມືອງວັງວຽງ, ມີ 04 ບ້ານ, 05 ຄົນ
-​ບ້ານກອງພົນທີ່ 01 ມີ 02 ຄົນ

-​ບ້ານຫ້ວຍສະເຫງົ້າ, ບ້ານນໍາແປະ ແລະ ບ້ານໂພນສະຫວ່າງ ມີບ້ານລະ 01 ຄົນ

• ເມືອງວຽງຄໍາ, ມີ 02 ບ້ານ, 02 ຄົນ
-​ບ້ານໂພນໝີ ມີ 01 ຄົນ

-​ບ້ານໂພນຊ່ອງ ມີ 01 ຄົນ

• ເມືອງຫີນເຫີບ, ບ້ານນໍ້າແພດ ມີ 01 ຄົນ
4. ຄໍາມ່ວນ 19 ຄົນ
• ເມືອງທ່າແຂກ ມີ 09 ຄົນ
-​ບ້ານນາໂບ ມີ 06 ຄົນ

-​ບ້ານສຸກສະຫວັນ ມີ 2 ຄົນ

-​ບ້ານ ນາບົງ ມີ 1 ຄົນ

• ເມືອງຄູນຄໍາ, ບ້ານຜາຊ້າງ ມີ 10 ຄົນ
5. ຈໍາປາສັກ 18 ຄົນ
• ເມືອງຈໍາປາສັກ ມີ 02 ບ້ານ, 06 ຄົນ
-​ບ້ານພົງໂພດ ແລະ ບ້ານຫົວນາ ມີບ້ານລະ 03 ຄົນ

• ນະຄອນປາກເຊ, ມີ 03 ບ້ານ, 04 ຄົນ
-​ບ້ານນາແກ ມີ 02 ຄົນ

-​ບ້ານນ້າແຫກ ແລະ ບ້ານໂນນດູ່ ມີບ້ານລະ 01 ຄົນ

• ເມືອງບາຈຽງຈະເລີນສຸກ, ບ້ານລົ່ມສັກເໜືອ ມີ 03 ຄົນ
• ເມືອງປະທຸມພອນ ມີ 03 ບ້ານ, 03 ຄົນ
-​ບ້ານມ່ວງ, ບ້ານຫຼັກ 40 ແລະ ບ້ານຫຼັກ 41 ມີບ້ານລະ 01 ຄົນ

• ເມືອງໂພນທອງ ມີ 02 ບ້ານ, 02 ຄົນ
-​ບ້ານສະໝໍລຽບ ມີ 01 ຄົນ

-​ບ້ານໂພໄຊ ມີ 01 ຄົນ

6. ສາລະວັນ 15 ຄົນ
• ເມືອງສະໜ້ວຍ, ບ້ານເທດສະບານ 11 ຄົນ
• ເມືອງສາລະວັນ ມີ 02 ບ້ານ, 04 ຄົນ
-​ບ້ານບືງຂາມ ມີ 03 ຄົນ

-​ບ້ນນາກົກໂພ ມີ 01 ຄົນ

7. ສະຫວັນນະເຂດ 13 ຄົນ
• ນະຄອນໄກສອນ ມີ 04 ບ້ານ, 07 ຄົນ
– ບ້ານສົ້ງ ມີ 01 ຄົນ

– ບ້ານດົງດໍາດວນ ມີ 01 ຄົນ

– ບ້ານທ່າແຮ່ ມີ 01 ຄົນ

– ບ້ານຫົວເມືອງໃຕ້ ມີ 02 ຄົນ

• ເມືອງຈໍາພອນ, ຫຼັກ 35 ມີ 02 ຄົນ
• ເມືອງອຸທຸມພອນ, ບ້ານນາຈານ ມີ 02 ຄົນ
• ເມືອງພະລານໄຊ, ບ້ານໂນນມິໄຊ ມີ 01 ຄົນ
• ເມືອງເຊໂປນ, ບ້ານໂພໄຊ ມີ 01 ຄົນ
8. ອຸດົມໄຊ 6 ຄົນ
• ເມືອງປາກແບງ ມີ 02 ບ້ານ, 04 ຄົນ
-​ບ້ານຈອມແລງ ມີ 03 ຄົນ

-​ບ້ານໄຊຊະນະ ມີ 01 ຄົນ

• ເມືອງໄຊ ມີ 02 ບ້ານ, 02 ຄົນ
-​ບ້ານລ້ອງກໍເດື່ອ ມີ 01 ຄົນ

-​ບ້ານແຟນ ມີ 01 ຄົນ

9. ຫຼວງນໍ້ທາ 3 ຄົນ
• ເມືອງນໍ້າທາ, ບ້ານຫຼັກຄໍາໃໝ່ ມີ 01 ຄົນ
• ອີກ 02 ຄົນ ແມ່ນເປັນຄົນຈີນ
10. ບໍ່ແກ້ວ 2 ຄົນ ຈາກ ບ້ານ ໂພນໄຊ ເມືອງ ຜາອຸດົມ 01 ຄົນ ແລະ ບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ 01 ຄົນ.
11. ບໍລິຄໍາໄຊ 1 ຄົນ ​ເມືອງປາກກະດິງ, ບ້ານທົ່ງນາມີ ມີ 01 ຄົນ
12. ເຊກອງ 1 ຄົນ ເມືອງທ່າແຕງ, ບ້ານທ່າແຕງ ມີ 01 ຄົນ ຊື່ງເປັນກຸ່ມສ່ຽງ ທີ່ມີໝູ່ເດີນທາງມາຈາກນະຄອນປາກເຊ, ແຂວງຈໍາປາສັກ ແລະ ໄດ້ກິນເຂົ້າຮ່ວມກັນ.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 7 ຄົນ: 5 ຄົນ ຈາກ ແຂວງະຫວັນນະເຂດ ແລະ 2 ຄົນ ຈາກ ຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 19 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 33,606 ຄົນ,
ເສຍຊີວິດສະສົມ 47 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 601 ຄົນ, ກໍາລັງປິ່ນປົວ 7,093 ຄົນ.
❖ ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ລາຍລະອຽດ ດັ່ງນີ້ :
1.​ເພດຍິງ, ອາຍຸ 83 ປີ, ບ້ານ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ.
-​ພະຍາດປະຈຳຕົວມີ ຄວາມດັນເລືອດສູງ, ຫົວໃຈເຕັ້ນນອກລະບົບ.
– ຜ່ານມາ ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ
– ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອ ເບື້ອງຕົ້ນໄດ້ເຂົ້ານອນປີ່ນປົວຢູ່ສູນດາວເຮືອງໃນວັນທີ 03/10/2021.
– ຫລັງຈາກນັ້ນໃນວັນທີ 04/10/2021ໄດ້ຍ້າຍເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 04/10/2021-19/10/2021
– ຮອດເວລາ 15:45 ໂມງຂອງວັນທີ 19/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

2. ເພດຊາຍ, ອາຍຸ 63 ປີ, ບ້ານປາກຕອນ, ເມືອງສັງທອງ, ນະຄອນຫຼວງວຽງຈັນ
– ພະຍາດປະຈຳຕົວ ມີ ເບົາຫວານ ແລະ ຄວາມດັນເລືອດສູງ
– ຜ່ານມາໄດ້ສັກຢາວັກຊີນກັນໂຄວິດຄົບ
– ຜູ້ກ່ຽວມີອາການລ່ອຍມາຈາກເສັ້ນເລືອດສະໝອງຕີບໄດ້ໜຶ່ງອາທິດ ໄປປິ່ນປົວຢູ່ໂຮງໝໍ ແລະ ສືບຕໍ່ກິນຢາຢູ່ເຮືອນ
– ກ່ອນໜ້າມາໂຮງໝໍອາການໜັກຂື້ນ ຈຶ່ງມາກວດຢູ່ໂຮງໝໍ 103 ແລະ ເກັບຕົວຢ່າງກວດ ຜົນພົບເຊື້ອໂຄວິດ-19 ຈຶ່ງໄດ້ເຂົ້າ
ປິ່ນປົວ ໃນວັນທີ 17/10/21
– ວັນທີ 18/10/21: ບໍ່ຮູ້ສະຕິ, ຖາມຕອບບໍ່ໄດ້, ອິດເມື່ອຍ ທ່ານໝໍໄດ້ຕິດຕາມຢ່າງໄກ້ຊິດ ແລະ ເຊີດຊູຢ່າງເຕັມສຸດຄວາມ
ສາມາດ ແຕ່ຄົນເຈັບອາການບໍ່ດີຂື້ນ ມາຮອດເວລາ 10:30 ໂມງ ຂອງວັນທີ 19/10/21 ຄົນເຈັບໄດ້ເສຍຊີວິດ.

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...