spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 19 ຕຸລາ 2021

ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 19 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 18 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,911 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 657 ຄົນ (ຕິດເຊື້ອພາຍໃນ ມີ 656 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 656 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1. ນະຄອນຫຼວງ 239 ຄົນ: ມາຈາກ 80 ບ້ານ, ໃນ 7 ເມືອງ
• ເມືອງຈັນທະບູລີ, ມີ 19 ຄົນ, 10 ບ້ານ ຄື: ບ້ານສີສະຫວາດ, ດົງໝ້ຽງ, ທ່ັງສາງນາງ, ສະຫວ່າງ, ຫ້ວຍຫົງ, ໜອງປີງ, ຮ່ອງຄ້າ, ຮ່ອງໄກ່ແກ້ວ, ໂພນສະຫ່ວາງ ແລະ ໂພນຕ້ອງຈອມມະນີ.
• ເມືອງສີໂຄດຕະບອງ, ມີ 27 ຄົນ, 19 ບ້ານຄື: ບ້ານຂຸນຕາທົ່ງ, ສີບຸນເຮືອງທ່າ, ດ່ານຄຳ, ດົງນາໂຊກເໜືອ, ຕາດທອງ, ນາຄຳ, ຍາພະ, ທົ່ງປົ່ງ, ນາແຮ່, ປາກທ້າງ, ວັດໄຕທົ່ງ, ໜອງສະໂນຄຳ, ໜອງດ້ວງ, ໜອງບົວທອງເໜືອ, ອຸບມຸງ, ໂນນແກ້ວ, ໂພສີ, ໂພນສະຫວາດໃຕ້ ແລະ ໂພນສົມບູນ.
• ເມືອງໄຊເສດຖາ, ມີ 143 ຄົນ, 20 ບ້ານຄື: ບ້ານ ຄຳສະຫວາດ (ຄ້າຍຄຸມຂັງ), ຈອມມະນີ, ສະພານທອງເໜືອ, ສະພັງໝໍ້, ສີສັງວອນ, ສົມສະຫງ່າ, ຊຽງດາ, ນາສ້າງໄຜ່, ຝາຍ, ຫົວຂົວ, ຮ່ອງແກ, ເມືອງນ້ອຍ, ແສງສະຫວ່າງ, ໂຊກຄຳ, ໂຊກນ້ອຍ, ໂຊກໃຫ່ຍ, ໂນນສະຫວັນ, ໂນນຫວາຍ, ໂພນສະຫວ່າງ ແລະ ໂພນພະເນົາ.
• ເມືອງສີສັດຕະນາກມີ, ມີ 13 ຄົນ, 8 ບ້ານຄື: ບ້ານຈອມເພັດໃຕ້, ສີບຸນເຮືອງ, ທົ່ງພານທອງ, ພະໄຊ, ພັນໝັ້ນ, ໂພນສີນວນ, ໂພນປ່າເປົ້້າ ແລະ ໄຊສະຖານ.
• ເມືອງໄຊທານີ, ມີ 20 ຄົນ, 11ບ້ານຄື: ບ້ານດອນໜູນ, ດົງໝາກຄາຍ, ທ່ນາກ, ທ່າຈຳປາ, ທົ່ງມັ່ງ, ພະຂາວ, ໜອງພະຍາ, ອຸດົມຜົນ, ໂນນບໍ່ແກ້ວ, ໄຊ ແລະ ໄຊສະຫວ່າງ.
• ເມືອງຫາດຊາຍຟອງ, ມີ 15 ຄົນ, 11 ບ້ານຄື: ສົມສະໜຸກ, ດອນຂະຊາຍ, ດອນຝ້າຍ, ດົງໂພນເລົາ, ດົງໂພນແຮ່, ທ່ານາ, ນາໄຫ, ຫ້ອມ, ຫາດຊາຍຂາວ, ຫາດຊາຍຟອງ ແລະ ໂຄກຊາຍ .
• ເມືອງສັງທອງ, ມີ 1 ບ້ານ: ປາກຕອນ

2. ແຂວງວຽງຈັນ 155 ຄົນ
• ເມືອງກາສີ ມີ 09 ບ້ານ, 65 ຄົນ: ບ້ານວຽງແກ້ວ ມີ 34 ຄົນ,ບ້ານພູຄໍາ ມີ 16 ຄົນ, ບ້ານນາມົນ ມີ 11 ຄົນ , ​ບ້ານທາງແບ່ງ, ບ້ານນາແທ່ນ, ບ້ານບົວທອງ, ບ້ານຜາຊ້າງ, ບ້ານໜອງບົວທອງ ແລະ ບ້ານໂພນງາມ ບ້ານລະ01 ຄົນ
• ເມືອງ ຫີນເຫີບ, ມີ 02 ບ້ານ, 32 ຄົນ: ​ບ້ານມຸກ ມີ 29 ຄົນ ,​ບ້ານນາທອງ ມີ 03 ຄົນ
• ເມືອງໂພນໂຮງ, ມີ 11 ບ້ານ, 19 ຄົນ: ​ບ້ານນາທອງ ມີ 03 ຄົນ, ບ້ານໂພນໄຊ ມີ 02 ຄົນ, ​ບ້ານນໍ້າແຈ້ງ, ບ້ານໂພນຄໍາໃຕ້, ບ້ານໂພນສະຫວ່າງ, ບ້ານໂພນສູງ ແລະ ບ້ານໂພນໄຂ ມີບ້ານລະ 01 ຄົນ, ​ບ້ານຫຼັກ 52 ມີ 01 ຄົນ , ​ບ້ານໂພນງາມໃຕ້ ມີ 01 ຄົນ , ບ້ານນາເລົ່າ ມີ 02 ຄົນ , ບ້ານນາໂພໃຕ້ ມີ 05 ຄົນ
• ເມືອງແກ້ວອຸດົມ, ມີ 05 ບ້ານ, 11 ຄົນ: ບ້ານດານສະຫວັນ ມີ 01 ຄົນ , ບ້ານທ່າຊັບ ມີ 02 ຄົນ , ​ບ້ານນາປູນ ມີ 02 ຄົນ , ​ບ້ານແສງສະຫວ່າງ ມີ 02 ຄົນ, ບ້ານພູເຂົາຄໍາ ມີ 04 ຄົນ
• ເມືອງວຽງຄໍາ, ບ້ານໂພນຊ່ອງ ມີ 04 ຄົນ
• ເມືອງທຸລະຄົມ, ມີ 1 ບ້ານຄື ບ້ານໂພນແຮ່ ມີ 01 ຄົນ
• ເມືອງວັງວຽງ ມີ1 ບ້ານຄື ບ້ານວຽງແກ້ວ ມີ 01 ຄົນ

3. ແຂວງຄໍາມ່ວນ 126 ຄົນ
• ເມືອງທ່າແຂກ ມີ 106 ຄົນ ຄື:
-​ຈາກບໍລິສັດລາວຄາຍຢວນ ບໍ່ແຮ່ຈຳກັດ (ກວດຕົວຢ່າງຄັ້ງທີ່ 2) ມີ 63 ຄົນ (ຈີນ 59 ຄົນ); ປະຈຸບັນ ມີຜູ້ຕິດເຊື້ອສະສົມທັງໜົດມີ 671 ຄົນ; ໃນຈໍານວນພະນັກງານທັງໜົດ 1,102 ຄົນ (ຈີນມີທັງໝົດ 410 ຄົນ)

-​ບ້ານ ໜອງຜື ມີ 34 ຄົນ

-​ບໍລິສັດຕັງຈະເລີນ ມີ 1 ຄົນ

-​ບ້ານ ນາບົງ ມີ 1 ຄົນ

-​ບ້ານ ນາບວບ ມີ 1 ຄົນ

-​ບ້ານ ສົມສະອາດ 3 ຄົນ

-​ບ້ານ ຈອມແກ້ວ, ບ້ານ ສົມສະໜຸກ ແລະ ບ້ານທ່າແຄ ມີບ້ານລະ 1 ຄົນ

• ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 20 ຄົນ

4. ແຂວງຫຼວງພະບາງ 72 ຄົນ, ທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ.
• ນະຄອນຫຼວງພະບາງ, ມີ 41 ຄົນ, 17 ບ້ານ
– ບ້ານໂພນສະອາດ ມີ 5 ຄົນ
– ​ບ້ານໂພສີ ມີ 5 ຄົນ
– ບ້ານພູໝອກ ມີ 5 ຄົນ
– ບ້ານປາກປາ ມີ 4 ຄົນ
– ບ້ານໜອງຄຳ ມີ 3 ຄົນ
– ບ້ານຜາໂອ ມີ 3 ຄົນ (ວັດຜາໂອ)
– ​ບ້ານຜາສຸກ ມີ 3 ຄົນ
– ບ້ານປາກເຊືອງ ມີ 2 ຄົນ
– ບ້ານເມືອງງາ ມີ 2 ຄົນ
– ບ້ານໂຄມຂວາງ ມີ 2 ຄົນ
– ບ້ານກອກຫວານ, ບ້ານຄອຍ, ບ້ານຄົກວ່າ, ບ້ານຊ່າງຄ້ອງ, ບ້ານຊຽງແກ້ວ, ບ້ານປ່ອງຄຳ, ບ້ານຫາດຮ່ຽນ, ມີ ບ້ານລະ 1 ຄົນ
• ເມືອງປາກອູ, ມີ 22 ຄົນ, 3 ບ້ານ
– ບ້ານສ້ຽວ ມີ 20 ຄົນ
– ບ້ານວັງແລ ແລະ ບ້ານ ຫາດປາງ, ບ້ານລະ 1 ຄົນ
• ເມືອງງອຍ, ມີ 5 ຄົນ, ທັງໝົດຈາກ ບ້ານ ໜອງຂຽວ
– ເມືອງນໍ້າບາກ, ມີ 2 ຄົນ, ບ້ານແສນຫຼວງ ແລະ ບ້ານຫ້ວຍຢາງ ບ້ານລະ 1 ຄົນ
• ເມືອງວຽງຄໍາ, ມີ 2 ຄົນ, ທັງສອງຄົນແມ່ນພະນັກງານດ່ານໜ້າ

5. ແຂວງບໍລິຄໍາໄຊ 25 ຄົນ
• ເມືອງປາກຊັນ ມີ 9 ກໍລະນີ , ບ້ານມີໄຊ 6 ຄົນ, ບ້ານນາຈິກ 2 ຄົນ, ນໍ້າງຽບ 1 ຄົນ
• ​ເມືອງປາກກະກິງ, 3 ຄົນ
• ທົ່ງນາມີ 8 ຄົນ, ບ້ານຫ້ວຍໄຮ 3 ຄົນ, ບ້ານຫ້ວຍໄຮ ແລະ ຫ້ວຍເພັດ ບ້ານລະ 1 ຄົນ

6. ແຂວງໄຊສົມບູນ 16 ຄົນ:
• ເມືອງອະນຸວົງ, ບ້ານໂພນພະ ມີ 11 ຄົນ
• ເມືອງລ້ອງຊານ, ບ້ານສັນປາຕອງ ມີ 05 ຄົນ

7. ແຂວງສະຫວັນນະເຂດ 9 ຄົນ
• ນະຄອນໄກສອນ ມີ 08 ຄົນ, 05 ບ້ານຄື: ບ້ານດົງນາຄໍາ ມີ 02 ຄົນ ,ບ້ານທ່າແຮ່ ມີ 02 ຄົນ ,​ບ້ານໜອງຜື ມີ 02 ຄົນ, ບ້ານຊອກ ມີ 01 ຄົນ , ​ບ້ານໂພນສະຫວ່າງໃຕ້ ມີ 01 ຄົນ.
• ເມືອງຈໍາພອນ, ຫຼັກ 35 ມີ 01 ຄົນ

8. ແຂວງຈໍາປາສັກ 9 ຄົນ
• ນະຄອນປາກເຊ, ມີ 07 ບ້ານ (08 ຄົນ)
-​ບ້ານໂພນກຸງ ມີ 02 ຄົນ

-​ບ້ານກັນເກີງ ມີ 01 ຄົນ , ບ້ານຫ້ວຍຍາວຄໍາ ມີ 01 ຄົນ

-​ບ້ານແກ້ວສໍາພັນ 1 ຄົນ

-​ບ້ານໂພນສະຫວັນ ມີ 01 ຄົນ

-​ບ້ານສະໜາມໄຊ ມີ 01 ຄົນ

-​ບ້ານໂຊກອໍານວຍ ມີ 01 ຄົນ (

• ເມືອງໂພນທອງ, ບ້ານສະໝໍລຽບ ມີ 01 ຄົນ

9. ແຂວງສາລະວັນ 4 ຄົນ: (ກໍາລັງເກັບກໍາ)

10 . ແຂວງບໍ່ແກ້ວ 1 ຄົນ:
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ: ຈາກ ແຂວງະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 18 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 32,971 ຄົນ, ເສຍຊີວິດສະສົມ 45 ຄົນ (ໃໝ່ 5), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 268 ຄົນ, ກໍາລັງປິ່ນປົວ 7.167 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ມີດັ່ງນີ້:
• ຜູ້ທີ 1: ເພດຊາຍ, ອາຍຸ 35 ປີ, ອາຊີບ: ກໍາມະກອນ, ບ້ານທ່າດິນແດງເໜຶອ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
– ວັນທີ 24 ສິງຫາ 2021: ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ
– ໄດ້ສັກຢາວັກຊີນ J &J
– ມີພະຍາດປະຈຳຕົວ: ມີບັນຫາທາງພະຍາດລະບົບຫາຍໃຈ, ຊື່ງລັກສະນະຂອງຜູ້ກ່ຽວເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ
– ມີອາການປວດຕາມຕົນໂຕ ແລະ ເຈັບຫົວຕະຫລອດ
– ວັນທີ 12 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ
– ໄລຍະເວລາຕິດຕາມ ແລະ ປິ່ນປົນ ແຕ່ວັນທີ 12-17/10/2021 ເປັນເວລາ 07 ມື້.
– ມາຮອດເວລາ 14:00 ນາທີ ຂອງວັນທີ 17/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ .
• ຜູ້ທີ 2: ເພດຊາຍ, ອາຍຸ 65 ປີ, ອາຊີບ:ຊາວນາ, ບ້ານຫຼັກ 35, ເມືອງຈໍາພອນ, ແຂວງສະຫວັນນະເຂດ.
– ຍັງບໍ່ທັນໄດ້ຮັບການສັກຢາວັກຊິນເທື່ອ
– ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ
– ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021: ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນ ຂອງໂຮງໝໍແຂວງ ຍ້ອນມີອາການໄຂ້, ໄອ, ອິດເມື່ອຍ, ຫາຍໃຈຝືດ ເປັນມາໄດ້ 05 ວັນ.
– ໄດ້ເກັບຕົວຢ່າງກວດຫາເຊື້ອ COVID 19 ໃນເບື້ອງຕົ້ນດ້ວຍ rapid antigen test (-)
– ເວລາ 13:00 ໂມງ: ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ, ອິດເມື່ອຍ, ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວີດ-19ດ້ວຍ PCR
– ເວລາ 10:00 ໂມງຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວນອນປີ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ, ຄົນເຈັບມີອາການຫາຍໃຈຍາກ (ຫາຍໃຈປາ), ມີອາການກໍ່າແຫຼ້, ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ, ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ອາການຜູ້ກ່ຽວບໍ່ດີຂື້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19
• ຜູ້ທີ່3: ເພດຊາຍ, ອາຍຸ 16 ປີ, ອາຊີບ: ນັກຮຽນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ
– ຄົນເຈັບແຂງແຮງດີ, ບໍ່ມີພະຍາດປະຈໍາໂຕ, ຊ່ວງມີການລະບາດຂອງພະຍາດ ຄົນເຈັບຫລີ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ, ກີນດື່ມບໍ່ປົກະຕິ
– ວັນທີ 17 ຕຸລາ 2021: ໄຂ້,ໄອ ແລະ ຫາຍໃຈຫອບ
– ເວລາ 17 ໂມງ 00 ນາທີ ຂອງວັນທີ 18 ຕຸລາ 2021 : ຄົນເຈັບຫາຍໃຈຫອບຫຼາຍ, ແໜ້ນເອິກແຮງ ຈື່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ນໍາສົງເຂົ້າສູນປີ່ນປົວໂຄວິດໂພນໂຮງ ເວລາ 19 ໂມງ 30 ນາທີ
– ຄົນເຈັບ ງ້ວງຊຶມ ອ່ອນເພຍ, ຫາຍໃຈຫອບຕື້ນ , ຕົນໂຕລາຍ, ກໍ່າແຫຼ້ຕາມຮີມສົບ, ຕີນມືເຢັນ, ເຫືອຊຶມ ອາການຊີວິດບໍ່ດີ , ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 01 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2021
• ຜູ້ທີ່4: ເພດຍີງ ອາຍຸ 66 ປີ, ອາຊີບ: ຫວ່າງງານ. ບ້ານ ຫ້ວຍນ້ຳເຢັນ ເມືອງ ນາຊາຍທອງ ແຂວງ ນະຄອນຫລວງ
– ຜູ້ກ່ຽວ ຕິດເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ ໃນວັນທີ 12/10/2021.
– ພະຍາດປະຈຳຕົວ: ເບົາຫວານ,ຄວາມດັນເລືອດສູງ ແລະ ມີນ້ຳໃນທ້ອງ(ບໍ່ຮູ້ສາເຫດ).
– ບໍ່ໄດ້ສັກວັນຊີນມາກ່ອນ.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12/10/2021-18/10/2021, ໄລຍະເວລາປີ່ນປົວຜູ້ກ່ຽວກໍ່ມີອາການໜັກມາແຕ່ເບື້ອງຕົ້ນ, ແພດໝໍໄດ້ປີ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ, ຮອດເວລາ 13:00 ໂມງຂອງວັນທີ 18/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.
• ຜູ້ທີ່ 5: ເພດຍິງ, ອາຍຸ 51 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນໄຊ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
-​ໄດ້ຮັບການສັກຢາວັກຊີນຊີໂນຟາມຄົບ 02 ເຂັມ
-​ພະຍາດປະຈໍາຕົວ: ພະຍາດເບົາຫວານ, ໜາກໄຂ່ຫຼັງຊຸດໂຊມ
-​ວັນທີ 12 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມານອນປີ່ນປົວ ຢູ່ໂຮງໝໍແຂວງຫລວງພະບາງ ຍ້ອນອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19
-​ວັນທີ 13 ຕຸລາ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19
-​ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 09 ວັນແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູຜູ້ກ່ຽວ ຮອດ ເວລາ 17 ໂມງ 55 ນາທີ ຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວບໍ່ມີອາການຕອບສະໜອງແລະ ໄດ້ເສຍຊີວິດ.

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...