ລາຍລະອຽດຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ ປະຈໍາວັນທີ 17 ຕຸລາ 2021

ໃນມື້ວານນີ້ ວັນທີ 16 ຕຸລາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດ ຊອກຫາເຊື້ອ COVID-19 ທັງຫມົດ 5,622 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 296 ຄົນ (ຕິດເຊື້ອພາຍໃນປະເທດ = 283 ຄົນ, ເດີນທາງຈາກຕ່າງປະເທດ 13 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 32,029 ຄົນ (ຕິດເຊື້ອໃນປະເທດທັງຫມົດ 18,141 ແລະ ເດີນທາງຈາກຕ່າງປະເທດ 13,888), ເສຍຊີວິດສະສົມ 40 (ໃຫມ່ 2). ປິ່ນປົວຫາຍດີໃນມື້ວານນີ້ 864, (ຮອດມື້ນີ້ຜູ້ຖືກປິ່ນປົວຫາຍດີ ຖ້າທຽບໃສ່ຈໍານວນຜູ້ຕິດເຊື້ອທັງຫມົດມີເຖິງ 77.46%)

ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວແມ່ນ 7,258 ເຊິງຈໍານວນດັ່ງກ່າວນີ້ ແມ່ນຫມາຍເຖິງ ຜູ້ຍັງຕິດເຊື້ອພະຍາດໂຄວິດ-19 ໃນປະຈຸບັນ ເຊິ່ງກວມ 0.09 % ຂອງ ຈໍານວນພົນລະເມືອງທັງຫມົດຂອງ ສປປ ລາວ

ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 296 ຄົນ ມີດັ່ງນີ້:

ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 13 ຄົນ ຄື: ນະຄອນຫຼວງ 7 ຄົນ, ສະຫວັນນະເຂດ 4 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ ນັ້ນແມ່ນ ໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຂອງແຕ່ລະແຂວງເລີ່ມແຕ່ມື້ເດີນທາງເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້

ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 283 ຄົນ ເຊິ່ງຈະລາຍງານຈາກແຂວງຕາມລໍາດັບທີ່ມີການຕິດເຊື້ອສູງຄືດັ່ງນີ້:

  1. ນະຄອນຫຼວງ 105 ຄົນ: ມາຈາກ 42 ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 03 ບ້ານ (04 ກໍລະນີ)

ເມືອງສີໂຄດຕະບອງ ມີ 10 ບ້ານ (16 ກໍລະນີ)

ເມືອງໄຊເສດຖາ ມີ 10 ບ້ານ (14 ກໍລະນີ)

ເມືອງສີສັດຕະນາກມີ 09 ບ້ານ (16 ກໍລະນີ)

ເມືອງນາຊາທອງ ມີ 01 ບ້ານ (26 ກໍລະນີ)

ເມືອງໄຊທານີ ມີ 04 ບ້ານ (18 ກໍລະນີ)

ເມືອງຫາດຊາຍຟອງ ມີ 04 ບ້ານ (05 ກໍລະນີ)

ເມືອງ ປາກງື່ມ ມີ 01 ບ້ານ (01 ກໍລະນີ)

ສືບຕໍ່ເອົາຂໍ້ມູນ 12 ກໍລະນີ

  1. ຫຼວງພະບາງ 49 ຄົນ

ນະຄອນຫຼວງພະບາງ ມີ 9 ບ້ານ (37 ກໍລະນີ): ບ້ານຜາສຸກ ມີ 12 ກໍລະນີ, ບ້ານຜາໂອ ມີ 12 ກໍລະນີ, ບ້ານນາສໍາພັນ ມີ 4 ກໍລະນີ, ບ້ານໂພສີ ມີ 3 ກໍລະນີ, ບ້ານໂພນສະອາດ ມີ 2 ກໍລະນີ, ບ້ານຂາມຢ່ອງ, ບ້ານຄົກວ່າ, ບ້ານນາຫຼວງ, ບ້ານປ່ອງຄໍາ ມີ ບ້ານລະ 1 ກໍລະນີ

ເມືອງຊຽງເງິນ ມີ 1 ບ້ານ (ບ້ານ ດອນໂມ ມີ 3 ກໍລະນີ)

ເມືອງງອຍ ມີ 3 ບ້ານ (3 ກໍລະນີ): ວັດສົບຮຸນ, ບ້ານຫນອງຂຽວ ແລະ ບ້ານພູຫຼວງ ມີບ້ານ ລະ 1 ກໍລະນີ

ເມືອງຈອມເພັດ ມີ 1 ບ້ານ (ຫນອງຈອງ) ມີ 3 ກໍລະນີ

ເມືອງນ້ໍາບາກ ມີ 1 ບ້ານ (ບ້ານໂພສະອາດ) ມີ 2 ກໍລະນີ

  1. ແຂວງວຽງຈັນ 47 ຄົນ

ເມືອງແກ້ວອຸດົມ, ມີ 35 ຄົນ, 13 ບ້ານ: ບ້ານແສງສະຫວ່າງ ມີ 10 ຄົນ, ບ້ານພູເຂົາຄໍາ ມີ 06 ຄົນ, ບ້ານໂພນຄໍາ ມີ 04 ຄົນ, ມີ 12 ຄົນຈາກບ້ານຖິ່ນແກ້ວ, ບ້ານທ່າຊັນ, ບ້ານນາປູນ, ບ້ານວຽງແກ້ວ, ບ້ານຫ້ວຍໂຂງ ແລະ ບ້ານຫາດທາ ມີບ້ານລະ 02 ຄົນ, ມີ 04 ຄົນ ຈາກບ້ານທ່າລາດ, ບ້ານນາແຊະ, ບ້ານໂພນມ່ວງ ແລະ ບ້ານໃຫມ່ ມີບ້ານລະ 1 ຄົນ

ເມືອງໂພນໂຮງ, ມີ 08 ຄົນ, 02 ບ້ານ: ມີ 06 ຄົນຈາກບ້ານນາໂພໃຕ້ ແລະ ບ້ານໂພນງາມ ມີບ້ານລະ 03 ຄົນ, ມີ 02 ຄົນ ຈາກບ້ານນາເລົ່າ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ

ເມືອງວຽງຄໍາ, ມີ 02 ຄົນ, 02 ບ້ານ: ຈາກບ້ານໂພນຫມີ ແລະ ບ້ານນາມິນ ມີບ້ານລະ 01 ຄົນ

ເມືອງທຸລະຄົມ, ບ້ານນາແພງ ມີ 02 ຄົນ

  1. ຈໍາປາສັກ 24 ຄົນ

ເມືອງໂພນທອງ ມີ 13 ຄົນ, 03 ບ້ານ: ບ້ານສະຫມໍລຽບ ມີ 08 ຄົນ, ບ້ານໂພໄຊ ມີ 04 ຄົນ, ບ້ານວັດຫໍພະແກ້ວ ມີ 01 ຄົນ

ນະຄອນປາກເຊ ມີ 06 ຄົນ, 03 ບ້ານ, ບ້ານປາກເຊ ມີ 03 ຄົນ, ບ້ານສະຫນາມໄຊ ມີ 02 ຄົນ, ບ້ານໂພນງາມ ມີ 01 ຄົນ

ເມືອງບາຈຽງຈະເລີນສຸກ: ບ້ານຫ້ວຍລືສີ ມີ 03 ຄົນ

ເມືອງຊະນະສົມບູນ, ບ້ານສະຜ່າຍກາງ ມີ 1 ຄົນ

ເມືອງປາກຊ່ອງ, ບ້ານຫຼັກ 48 ມີ 01 ຄົນ

  1. ບໍ່ແກ້ວ 20 ຄົນ

ເມືອງຕົ້ນເຜີ້ງ ມີ 15 ຄົນ: ເຂດພັດທະນາສາມລຽມຄໍາ ມີ 14 ຄົນ, ບ້ານຄ້ວານສາມຫຼ່ຽມຄໍາ ມີ 01 ຄົນ

ເມືອງຫ້ວຍຊາຍ: ບ້ານນໍ້າປ້ອງ ມີ 03 ຄົນ

ເມືອງຜາອຸດົມ: ບ້ານໂພນໄຊ ມີ 02 ຄົນ ມີປະຫວັດເດີນທາງມາແຕ່ນະຄອນຫລວງວຽງຈັນຄົນ

  1. ຄໍາມ່ວນ 15 ຄົນ

ເມືອງທ່າແຂກ ມີ 08 ຄົນ: ບ້ານສຸກສະຫວັນ ມີ 3 ຄົນ, ບ້ານຫນອງຜື ມີ 3 ຄົນ, ບໍລິສັດຕັງຈະເລີນ (ກວດຄັ້ງທີ່ 2) ມີ 2 ຄົນ

ເມືອງຄູນຄໍາ: ບ້ານຜາຊ້າງ ມີ 6 ຄົນ

ເມືອງຫນອງບົກ: ບ້ານຫນອງບົກ ມີ 1 ຄົນ

  1. ສາລະວັນ 12 ຄົນ

ເມືອງສາລະວັນ ມີ 12 ຄົນ, 04 ບ້ານ: ບ້ານນາກົກໂພ ມີ 05 ຄົນ, ບ້ານເຕົ້າປູນ 05 ຄົນ, ມີ 02 ຄົນ ຈາກບ້ານຫຼັກສອງ ແລະ ບ້ານໂພນແກ້ວ ມີບ້ານລະ 1 ຄົນ

  1. ສະຫວັນນະເຂດ 8 ຄົນ

ເມືອງອຸທຸມພອນ, ບ້ານໄຊຍະເພັດ ມີ 05 ຄົນ

ນະຄອນໄກສອນ ມີ 03 ຄົນ, ຈາກ 03 ບ້ານ ຄື: ບ້ານໂພນຊາຍ, ບ້ານສຸນັນທາ ແລະ ບ້ານຫນອງເດີ່ນ ມີບ້ານລະ 01 ຄົນ

  1. ບໍລິຄໍາໄຊ 2 ຄົນ

ເມືອງປາກກະດິງ ມີ 02 ຄົນ, 02 ບ້ານ: ບ້ານນ້ໍາສ້າງ ມີ 01 ຄົນ, ບ້ານທົ່ງນາມີ ມີ 01 ຄົນ

  1. ຫຼວງນໍ້າທາ 1 ຄົນ ບ້ານດອນຄູນ, ເມືອງນ້ໍາທາ, ແຂວງຫຼວງນໍ້າທາ ຊຶ່ງໄດ້ສໍາ

ຜັດໄກ້ຊິດກັບກໍລະນີຕິດເຊື້ອ ບ້ານຂອນ, ເມືອງນ້ໍາທາ, ແຂວງຫຼວງນໍ້າທາ ທີ່ໄດ້ເດີນທາງມາຈາກນະຄອນຫຼວງພະບາງ, ແຂວງຫລວງພະບາງ ເພື່ອກັບແຂວງ ຫຼວງນໍ້າທາ.

ສໍາລັບ ຄົນເຈັບເສຍຊີວິດ 2 ຄົນ, ລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 69 ປີ, ອາຊີບ: ນັກທຸລະກິດ, ບ້ານຈອມມະນີ, ເມືອງໄຊເສດຖາ,ນະຄອນຫລວງວຽງຈັນ, ຜ່ານມາ ຍັງບໍ່ໄດ້ຮັບວັກຊີນປ້ອງກັນເຊື້ອໂຄວິດ-19. ພະຍາດປະຈໍາຕົວ ມີ ພະຍາດຊັກບ້າຫມູ, ເບົາຫວານ ແລະ ຄວາມດັນເລືອດສູງ.

  • ຜູ້ກ່ຽວເປັນຄົນເຈັບນອນປິ່ນປົວຢູ່ພະແນກລະບົບປະສາດ ຂອງໂຮງຫມໍມິດຕະພາບ ແຕ່ວັນທີ 26/09/2021
  • ວັນທີ 29 ກັນຍາ 2021 ໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຍ້າຍ ເຂົ້ານອນປິ່ນປົວຢູ່ພະແນກຊືມເຊື້ອໂຮງຫມໍມິດຕະພາບ ໃນວັນທີ 02/10/2001. – ມາຮອດເວລາ 06:14 ນາທີ ຂອງວັນທີ 16/10/2001 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, 33 ປີ, ອາຊີບ: ຫວ່າງງານ, ສັນຊາດ ມຽນມາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.

  • ຜູ້ກ່ຽວ ມີພະຍາດປະຈໍາຕົວ ເບົາຫວານ, ຜ່ານມາຍັງບໍ່ໄດ້ສັກຢາວັກຊິນປ້ອງກັນໂຄວິດ- – ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 01 ອາທິດ ແຕ່ຜູ້ກ່ຽວຊື້ຢາກິນເອງ
  • ວັນທີ 25/09/2021: ໄດ້ເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19 – ວັນທີ 26/09/2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍສະຫນາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄລຍະເວລານອນປິ່ນປົວ ຢູ່ມໍລະສຸມຂອງໂຮງຫມໍດັ່ງກ່າວ (ຜູ້ກ່ຽວ ບໍ່ໄດ້ໃຫ້ການຮ່ວມມືໃນການປິ່ນປົວເທົ່າທີ່ຄວນ). ວັນທີ 15/10/2021 ເວລາ 2ໂມງ ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງຫມໍສະຫນາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ.