spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ວັນທີ 14 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດ ວັນທີ 14 ຕຸລາ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 13 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,855 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 651 ຄົນ (ຕິດເຊື້ອພາຍໃນ ມີ 644 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ)

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 644 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
1. ຫຼວງພະບາງ 215 ຄົນ:
❖ ນະຄອນຫຼວງພະບາງ ມີ 13 ບ້ານ (135 ຄົນ)
• ບ້ານຜາໂອ ມີ 112 ຄົນ (ຢູ່ໃນສະຖານທີ່ຄຸມຂັງ)

•​ບ້ານໂພສີ ມີ 5 ຄົນ

•​ບ້ານຜາສຸກ ມີ 6 ຄົນ

•​ບ້ານພູຊ້າງຄໍາ ມີ 2 ຄົນ

•​ບ້ານໂພນສະອາດ ມີ 2 ຄົນ

•​ບ້ານຄົກວາ, ບ້ານດອນໃໝ່, ບ້ານນາຊ່າງເຫວີຍ, ບ້ານນາຫຼວງ, ບ້ານປ່ອງຄໍາ (ພະນັກງານສາທາ), ບ້ານປົ່ງຫວ້ານ, ບ້ານພູໝອກ, ບ້ານຫາດຮ່ຽນ ມີ ບ້ານລະ 1 ຄົນ

❖ ເມືອງນໍ້າບາກ ມີ 4 ບ້ານ (15 ຄົນ)
• ​ບ້ານໂພນສະອາດ ມີ 8 ຄົນ

•​ບ້ານນໍ້າລາ ມີ 5 ຄົນ

•​ບ້ານຟ້າ ແລະ ບ້ານດອນຄ່ຳ ມີບ້ານ ລະ 1 ຄົນ

❖ ເມືອງຊຽງເງິນ ມີ 2 ບ້ານ (3 ຄົນ)
•​ບ້ານຊຽງເງິນ ມີ 2 ຄົນ

•​ບ້ານມູດ ມີ 1 ຄົນ

❖ ເມືອງງອຍ ມີ 1 ບ້ານ (61 ຄົນ)
•​ບ້ານສົບຮຸນ ມີ 6 ຄົນ

•​ອີກ 55 ຄົນ ກຳລັງເກັບກຳຂໍ້ມູນ

❖ ເມືອງຈອມເພັດ ມີ 1 ຄົນ ຈາກ​ບ້ານ ຊຽງແມນ

2. ນະຄອນຫຼວງ 185 ຄົນ: ມາຈາກ 73 ບ້ານ, ໃນ 7 ເມືອງ
1) ເມືອງຈັນທະບູລີ ມີ 10 ບ້ານ (20 ຄົນ)
2) ເມືອງສີໂຄດຕະບອງ ມີ 12 ບ້ານ (31 ຄົນ)
3) ເມືອງໄຊເສດຖາ ມີ 10 ບ້ານ (23 ຄົນ)
4) ເມືອງສີສັດຕະນາກມີ 12 ບ້ານ (26 ຄົນ)
5) ເມືອງນາຊາຍທອງ ມີ 10 ບ້ານ (53 ຄົນ)
6) ເມືອງໄຊທານີ ມີ 13 ບ້ານ (35 ຄົນ)
7) ເມືອງຫາດຊາຍຟອງ ມີ 6 ບ້ານ (8 ຄົນ)
ສືບຕໍ່ເອົາຂໍ້ມູນ 5 ຄົນ

3. ຄໍາມ່ວນ 148 ຄົນ:
❖ ເມືອງທ່າແຂກ ມີ 145 ຄົນ
-​ຢູ່ໃນສະຖານທີ່ຄຸມຂັງ 92 ຄົນ

-​ກໍາມະກອນຢູ່ໂຮງງານລາວຄາຍຢວນ ກັກກັນຢູ່ສູນພະນົມພອນ (ກວດຕົວຢ່າງຄັ້ງທີ່ 2) ມີ 44 ຄົນ

-​ກໍາມະກອນຢູ່ ໂຮງງານນໍ້າດື່ມກາກະຕ່າຍທອງ ມີ 4 ຄົນ

-​ບ້ານສຸກສະຫວັນ ມີ 2 ຄົນ

-​ກໍາມະກອນຢູ່ ສວນນົກກະຈອກເທບ ມີ 2 ຄົນ

-​ບ້ານດົງມ່ວງໄຂ່ ມີ 1 ຄົນ

❖ ເມືອງຫີນບູນ ມີ 01 ຄົນ ບ້ານຄໍາແກ້ວ
❖ ເມືອງຄູນຄໍາ ມີ 01 ຄົນ ບ້ານຜາແຫ້ງ
4). ບ້ານໂພນໝາດ, ເມືອງຍົມມະລາດ ມີ 01 ຄົນ

4. ສະຫວັນນະເຂດ 35 ຄົນ:
❖ ເມືອງອຸທຸມພອນ ມີ 24 ຄົນ, 04 ບ້ານ
-​ບ້ານໄຊຍະເພັດ ມີ 20 ຄົນ

-​ບ້ານຈະເລີນສຸກ ມີ 02 ຄົນ ແລະ ບ້ານຈອມເພັດ ມີ 01 ຄົນ

-​ບ້ານສີບຸນເຮືອງ ມີ 01 ຄົນ

❖ ນະຄອນໄກສອນ ມີ 11 ຄົນ, 07 ບ້ານ
-​ບ້ານຫົວເມືອງເໜຶອ ມີ 03 ຄົນ

-​ບ້ານຊອກ ມີ 02 ຄົນ

-​ບ້ານໄຊຍະພູມ ມີ 02 ຄົນ

-​ ມີ 04 ຄົນ ຈາກບ້ານສະພານເໜຶອ, ບ້ານສຸນັກທາ, ບ້ານອຸດົມວິໄລ ແລະ ບ້ານໂພໄຊ ມີ ບ້ານລະ

01 ຄົນ

5. ບໍ່ແກ້ວ 25 ຄົນ:
– ເມືອງ ຫ້ວຍຊາຍ 02 ກໍລະນີ ( ຈາກບ້ານພັກ ຫົວລູຍ ບ້ານອຸດົມ ແລະ ບ້ານນໍ້າປຸກ)

– ເມືອງ ຕົ້ນເຜີ້ງ 10 ກໍລະນີ; (ບ້ານ ຄວ້ານ 05; ດອນມູນ 02, ໂພນໂຮມ 02 ແລະ ພຽງງາມ 01)

– ເຂດເສດຖະກິດພິເສດ 14 ກໍລະນີ (ກຳມະກອນ ຄົນພະມ້າ 12 ຄົນ; ຈີນ 01 ແລະ ຄົນລາວ 01)

6. ວຽງຈັນ 22 ຄົນ:
❖ ເມືອງແກ້ວອຸດົມ ມີ 10 ຄົນ, 03 ບ້ານ
-​ບ້ານແສງສະຫວ່າງ ມີ 05 ຄົນ

-​ບ້ານພູເຂົາຄໍາ ມີ 04 ຄົນ

-​ບ້ານທ່າຊັນ ມີ 01 ຄົນ

❖ ເມືອງທຸລະຄົມ ມີ 02 ຄົນ, 02 ບ້ານ
-​ມີ 02 ຄົນ ຈາກບ້ານນາແພງ ແລະ ບ້ານນາຫລ້າ

❖ ເມືອງໜື່ນ ບ້ານນາສ້າງໃຜ່, ມີ 01 ຄົນ
❖ ຄົນຕ່າງແຂວງ ມີ 09 ຄົນ ກໍາມະກອນກໍ່ສ້າງ ໄຟຟ້າໂຄງການຈັກເບີ ມີ 09 ຄົນ
-​ ມີ 06 ຄົນ ຈາກບ້ານດົງຄໍາຊ້າງ, ມີ 04 ຄົນ ແລະ ບ້ານຊຽງດາ ມີ 02 ຄົນ, ເມືອງໄຊເສດຖາ,

ນະຄອນຫລວງວຽງຈັນ

-​ບ້ານຫ້ວຍເລກ, ເມືອງສຸຂຸມາ, ແຂວງຈໍາປາສັກ ມີ 01 ຄົນ

7. ຈໍາປາສັກ 11 ຄົນ:
❖ ນະຄອນປາກເຊ ມີ 05 ຄົນ, 03 ບ້ານ
-​ບ້ານນາແກ ມີ 02 ຄົນ

-​ບ້ານໂນນສະຫວ່າງ ມີ 02 ຄົນ

-​ບ້ານຈັດສັນ ມີ 01 ຄົນ

❖ ໂພນທອງ ມີ 04 ຄົນ, 04 ບ້ານ
-​ພະນັກງານແຟນຊິບຊຸບເປີມາກ ມີ 02 ຄົນ (ບ້ານຫໍພະແກ້ວ ແລະ ບ້ານໂພໄຊ ມີບ້ານລະ 01 ຄົນ)

-​ບ້ານສະໝໍລຽບ ມີ 01 ຄົນ

-​ບ້ານຄັນແຍງ ມີ 01 ຄົນ (ຄ້າຂາຍ, ເພດຍິງ, ອາຍຸ 40 ປີ ເຂົ້າມາກວດຢູ່ໂຮງໝໍແຂວງ ດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI)

❖ ເມືອງບາຈຽງຈະເລີນສຸກ ບ້ານລົ່ມສັກເໜຶອ, ມີ 01 ຄົນ
❖ ເມືອງປາກຊ່ອງ ບ້ານຫຼັກ, ມີ 01 ຄົນ

8. ຫຼວງນໍ້າທາ 2 ຄົນ (ສັນຊາດຈີນທັງ 2 ຄົນ)

9. ບໍລິຄໍາໄຊ 1 ຄົນ:
– ບ້ານ ທົ່ງນາມີ ເມືອງ ປາກກະດີງ ( ເດັກຊາຍ, ອາຍຸ 2 ປີ)

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 7 ຄົນ: 5 ຄົນຈາກແຂວງສະຫວັນນະເຂດ ແລະ 2 ຄົນ ຈາກແຂວງສາລະວັນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 13 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 30,615 ຄົນ, ເສຍຊີວິດສະສົມ 36 (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 315 ຄົນ, ກໍາລັງປິ່ນປົວ 7,102 ຄົນ.

➢ ລາຍລະອຽດຜູ້ເສຍຊິວິດ 1 ຄົນ ລາຍລະອຽດ ດັ່ງນີ້:
– ເພດຊາຍ, ອາຍຸ 60 ປີ, ບ້ານ ນາຫຼວງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ຜູ້ກ່ຽວມີພະຍາດປະຈໍາຕົວ ຄື ເປັນອໍາມະພາດ ແລະ ໄຂ່ຫຼັງຊຸດໂຊມ. ຜ່ານມາ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19. ຜູ້ກ່ຽວ ມາໂຮງໝໍໃນວັນທີ 9 ຕຸລາ 2021 ຍ້ອນຫາຍໃຈຝຶດ ແລະ ແໜ້ນໜ້າເອິກ. ວັນທີ 10 ຕຸລາ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 11 ຕຸລາ 2021. ມາຮອດວັນທີ 13 ຕຸລາ 2021 ຜູ້ກ່ຽວເສຍຊີວິດລົງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...