spot_img
Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ປະຈໍາວັນທີ 13 ຕຸລາ 2021

ປະຫວັດຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ປະຈໍາວັນທີ 13 ຕຸລາ 2021

Published on

ຕາມການລາຍງານຈາກຄະນະສະເພາະກິດ ໃນວັນທີ 13 ຕຸລາ 2021 ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 12 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,427 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 566 ຄົນ (ຕິດເຊື້ອພາຍໃນ ມີ 557 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ)

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 557 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1. ນະຄອນຫຼວງ 246 ຄົນ: ມາຈາກ 86 ບ້ານ, ໃນ 07 ເມືອງ
1) ເມືອງຈັນທະບູລີ ມີ 08 ບ້ານ (18 ຄົນ)
2) ເມືອງສີໂຄດຕະບອງ ມີ 26 ບ້ານ (48 ຄົນ)
3) ເມືອງໄຊເສດຖາ ມີ 13 ບ້ານ (105 ຄົນ)( ຄ້າຍຂຸມຂັງ ນາໄຫ 70ຄົນ)
4) ເມືອງສີສັດຕະນາກມີ 08 ບ້ານ (14 ຄົນ)
5) ເມືອງນາຊາທອງ ມີ 08 ບ້ານ (10 ຄົນ)
6) ເມືອງໄຊທານີ ມີ 16 ບ້ານ (35 ຄົນ)( ສູນຫຼັກ 27 ມີ 7 ຄົນ )
7) ເມືອງຫາດຊາຍຟອງ ມີ 07 ບ້ານ (15 ຄົນ)
ສືບຕໍ່ເອົາຂໍ້ມູນ 01 ຄົນ

2. ຫຼວງພະບາງ 186 ຄົນ:
1). ນະຄອນຫຼວງພະບາງ ມີ 16 ບ້ານ (129 ຄົນ)

• ບ້ານຜາໂອ ມີ 93 ຄົນ (ນັກໂທດ 84 ຄົນ, ນັກບວດວັດຜາໂອ: 9 ຄົນ)

• ບ້ານໂພສີ ມີ 8 ຄົນ

• ບ້ານຜາສຸກ ມີ 6 ຄົນ

• ບ້ານພູຊ້າງຄໍາ ມີ 3 ຄົນ

• ບ້ານໜອງຄໍາ ມີ 3 ຄົນ

• ບ້ານໝື່ນນາ ມີ 3 ຄົນ

• ບ້ານພູໝອກ ມີ 2 ຄົນ

• ບ້ານພູເຫຼັກມີ 2 ຄົນ

• ບ້ານນາຊ່າງເຫວີຍ ມີ 2 ຄົນ

• ບ້ານຂົ່ວທີ່1, ບ້ານຊຽງແກ້ວ, ບ້ານນາຫຼວງ, ບ້ານວຽງໄຊ, ບ້ານໜອງໂຕກ, ບ້ານເມືອງງາ, ບ້ານໂພນໄຊ ມີ ບ້ານລະ 1 ຄົນ.

2). ເມືອງນໍ້າບາກ ມີ 5 ບ້ານ (42 ຄົນ)

• ບ້ານໂພນສະອາດ ມີ 30 ຄົນ

• ບ້ານຟ້າ ມີ 4 ຄົນ

• ບ້ານໂພນໄຊ ມີ 3 ຄົນ

•ບ້ານນ້ຳລາ ມີ 3 ຄົນ

• ບ້ານບົມ ມີ 2 ຄົນ

3). ເມືອງງອຍ ມີ 3 ບ້ານ (16 ຄົນ)

• ບ້ານໜອງຂຽວ ມີ 14 ຄົນ

• ບ້ານງອຍເກົ່າ ແລະ ບ້ານສົບກອງ ມີ ບ້ານລະ 1 ຄົນ

3. ວຽງຈັນ 49 ຄົນ:
1). ເມືອງແກ້ວອຸດົມ ມີ 08 ບ້ານ (26 ຄົນ)

– ບ້ານພູເຂົາຄໍາ ມີ 07 ຄົນ (ພະນັກງານໄຟຟ້າ 01 ຄົນ)

– ບ້ານຖີ່ນແກ້ວ ມີ 06 ຄົນ (ຄ້າຂາຍ 03 ຄົນ, ນັກຮຽນ, ເດັກ ແລະ ປະຊາຊົນ)

– ບ້ານໂພນຄໍາ ມີ 03 ຄົນ

– ບ້ານໂພນແຍງ ມີ 02 ຄົນ (ພະນັກງານຄູ ແລະ ເດັກ)

– ບ້ານໂພຄໍາ ມີ 02 ຄົນ

– ບ້ານທ່າຊັນ ມີ 02 ຄົນ (ແມ່ເຮືອນ ແລະ ປະຊາຊົນ)

– ບ້ານແສງສະຫວ່າງ ມີ 02 ຄົນ (ພະນັກງານໄຟຟ້າ)

– ບ້ານສາມັກຄີໄຊ (ນັກໂທດ), ບ້ານນາປູນ (ນັກຮຽນ),

2). ເມືອງວັງວຽງ ມີ 03 ບ້ານ (12 ຄົນ)

– ບ້ານວຽງແກ້ວ ມີ 09 ຄົນ (ຊາວນາ ມີ 08 ຄົນ ແລະ ຊາວນາ ມີ 01 ຄົນ)

– ບ້ານຫ້ວຍແຍ ມີ 02 ຄົນ (ຊາວນາ)

– ບ້ານເມືອງຊອງ ມີ 01 ຄົນ (ພະນັກງານແພດ)

3). ເມືອງໂພນໂຮງ ມີ 04 ບ້ານ (06 ຄົນ)

– ບ້ານນາເລົ່າ ມີ 02 ຄົນ (ເດັກ ແລະ ປະຊາຊົນ)

– ບ້ານນາໂພໃຕ້ ມີ 02 ຄົນ (ນັກສຶກສາ ແລະ ປະຊາຊົນ)

– ບ້ານນາໂພເໜຶອ ມີ 01 ຄົນ (ພະນັກງານແພດ)

– ບ້ານໂພນສີເໜຶອ ມີ 01 ຄົນ (ພະນັກງານ)

4). ເມືອງວຽງຄໍາ ມີ 02 ບ້ານ (05 ຄົນ)

– ບ້ານດອນກວດ ມີ 04 ຄົນ (ເດັກ 02 ຄົນ ແລະ ຜູ້ເຖົ້າ)

– ບ້ານນາເຄຶອ ມີ 01 ຄົນ (ພະນັກງານ)

4. ສະຫວັນນະເຂດ 27 ຄົນ:
1). ເມືອງອຸທຸມພອນ ມີ 02 ຄົນ, 02 ບ້ານ

– ບ້ານຈະເລີນສຸກ ມີ 01 ຄົນ

– ບ້ານມະນີວົງໄຊ ມີ 01 ຄົນ

2). ນະຄອນໄກສອນ ມີ 25 ຄົນ, 03 ບ້ານ

– ບ້ານດົງນາຄໍາ ມີ 13 ຄົນ

– ບ້ານດົງດໍາດວນ; ບ້ານໜອງຜື ແລະ ບ້ານໂພນສະຫວ່າງໃຕ້ ມີ ບ້ານລະ 02 ຄົນ

– ບ້ານໂພນສະຫວັນ, ບ້ານນາແກ (ກໍາມະກອນ), ບ້ານສະພານ (ກໍາມະກອນ), ບ້ານສະຫນາມໄຊ (ພະນັກງານຄູ), ບ້ານສະພານເຫນຶອ (ພະນັກງານໂຮງແຮມທີ່ເອັດທີ) ແລະ ບ້ານໂນນສະຫວາດ (ຄ້າຂາຍ) ມີບ້ານລະ 01 ຄົນ.

5. ບໍ່ແກ້ວ 16 ຄົນ:
• ເມືອງ ຕົ້ນເຜີ້ງ ບ້ານດອນມູນ 01 ຄົນ
• ເຂດເສດຖາກິດພິເສດ 16 ຄົນ ຊື່ງແມ່ນ ກຳມະກອນກໍ່ສ້າງສະໜາມ ບິນ (ຄົນລາວ 07 ຄົນ, ພະມ້າ 07 ຄົນ, ຈີນ 03 ຄົນ)

6. ຈໍາປາສັກ 15 ຄົນ:

1). ບາຈຽງຈະເລີນສຸກ ມີ 09 ຄົນ, 04 ບ້ານ: ບ້ານຫ້ວຍລືສີ ມີ 06 ຄົນ ແລະ ບ້ານຫົວແຊ, ບ້ານລົ່ມສັກເໜຶອ ແລະ ບ້ານໜອງກອກ ບ້ານລະ 01 ຄົນ

2). ນະຄອນປາກເຊ ມີ 05 ຄົນ, 05 ບ້ານ ມີ 05 ຄົນຈາກບ້ານຫ້ວຍເລົາ ແລະ ບ້ານໂພນສະຫວັນ (ພະນັກງານແຟນຊິບ), ບ້ານກາງ (ຄ້າຂາຍ), ບ້ານສະໜາມໄຊ (ນັກຮຽນ) ແລະ ບ້ານພູຄູນ (ເດັກ 03 ປີ) ມີບ້ານລະ 01 ຄົນ.

3). ເມືອງຊະນະສົມບູນ ບ້ານເລົ່າ, ມີ 01 ຄົນ (ເພດຊາຍ, ອາຍຸ 49 ປີ, ເຂົ້າມາກວດດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI).

7. ຄໍາມ່ວນ 6 ຄົນ: ຈາກ ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ

8. ຫຼວງນໍ້າທາ 5 ຄົນ:
ມີ 04 ຄົນ ມີປະຫວັດເດີນທາງມາປີ່ນປົວຢູ່ໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ແລະ ອີກ 01 ຄົນ ຈາກບ້ານ ໂພນໄຊສະຫວ່າງ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ ເຊີງ ມາກວດຢູ່ແຂວງຫລວງນໍ້າທາ ແຕ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

9. ໄຊສົມບູນ 3 ຄົນ:
– ເມືອງລ້ອງຊານ ມີ 03 ຄົນ, 02 ບ້ານ
• ບ້ານສັນປາຕອງ ມີ 02 ຄົນ
• ບ້ານຖໍ້າດິນ ມີ 01 ຄົນ

10. ບໍລິຄໍາໄຊ 2 ຄົນ:
– ເມືອງປາກຊັນ 02 ຄົນ
• ບ້ານປາກຊັນ ມີ 01 ຄົນ (ນັກຮຽນ ມປ ປາກຊັນ ເກັບຕົວຢ່າງຄັ້ງ 2
• ບ້ານກ້ວຍອຸດົມ ມີ 01 ຄົນ (ເພດຊາຍ, ພະນັກງານ ດ່ານໜ້າ ສໍາພັດກັບຄົນ ຕິດເຊື້ອ)

11. ສາລະວັນ 2 ຄົນ: ຈາກ ເມືອງສາລະວັນ ບ້ານນາເຫຼັກມີ 02 ຄົນ
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 4 ຄົນຈາກ ແຂວງຄໍາມ່ວນ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 4 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
• ມາຮອດວັນທີ 12 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,964 ຄົນ, ເສຍຊີວິດສະສົມ 35 (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 324 ຄົນ, ກໍາລັງປິ່ນປົວ 6,926 ຄົນ.

➢ ລາຍລະອຽດຜູ້ເສຍຊິວິດ 02 ຄົນມີດັ່ງນີ້
1. ຜູ້ເສຍຊີວິດຄົນທີ 01, ຢູ່ໂຮງໝໍມິດຕະພາບ ເພດຍີງ ອາຍຸ 45 ປີ ອາຊີບ: ຫວ່າງງານ. ບ້ານ ໂນນສົມບູນ ເມືອງ ສີໂຄດ ແຂວງ ນະຄອນຫລວງ.
– ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍຕຳຫລວດ ພົບວ່າເລືອດຈາງທ່ານໝໍໄດ້ເເນະນຳໄປໃສ່ເລືອດຢູໂຮງໝໍສູນກາງ, ມາຮອດທີ່ 25/9/2021 ໄປກວດຢູ່ມະໂຫສົດແລ້ວໄດ້ກັກຢູ່ຫ້ອງແຍກປ່ຽວ,ຈົນມາຮອດທີ່ 28/9/2021 ໄດ້ຜົນກວດຢັ້ງຢືນເປັນ COVID-19 ແລ້ວ ຍ້າຍມາໂຮງໝໍມິດຕະພາບ.
– ພະຍາດປະຈຳຕົວ: ຫາກໍ່ຮູ້ວ່າເປັນໄຂ່ຫລັງຊຸດໂຊມ.
– ໄດ້ສັກຢາວັກຊິນ 1 ເຂັມ, Sinopharm.
– ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28/09/2021-12/10/2021.
– ຮອດເວລາ 12:20 ໂມງຂອງວັນທີ 12/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
2. ຜູ້ເສຍຊີວິດຄົນທີ 02, ເປັນເພດຊາຍ, ອາຍຸ 80 ປີ, ບ້ານປາກແຮດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ
– ບໍ່ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19
– ພະຍາດປະຈໍາຕົວ: ເສັ້ນເລືອດສະໜອງແຕກ ຜ່າຕັດມາໄດ້ 06 ປີແລ້ວ, ຄົນເຈັບມີຊັກ ແຕ່ບໍ່ກິນຢາປະຈໍາ ແລະ ຄວບຄຸມຊັກບໍ່ໄດ້
– ໃນເບື້ອງຕົ້ນ ຜູ້ກ່ຽວມີປະຫັວດສໍາຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອທັງໜົົດ ມີ 05 ຄົນ
– ວັນທີ 7 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າໂຮງໝໍພາກສະໜາມສູນຝຶກວິຊາຊີບຄົນພິການສີເກີດ ນໍາເມຍຂອງຜູ້ກ່ຽວ ຍ້ອນວ່າ ເມຍ, ລູກ ຕິດເຊື້ອ ແລະ ອີກຢ່າງໜື່ງຜູ້ກ່ຽວເປັນຄົນເຈັບທີ່ບໍ່ສາມາດຊ່ວຍເຫລຶອຕົນເອງໄດ້.
– ວັນທີ 8 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ
– ໄລຍະທີ່ນອນຢູ່ສູນດັ່ງກ່າວ ແມ່ນແຕ່ວັນທີ 07-13/10/2021 ເປັນເວລາ 07 ມື້
– ຮອດເວລາ 05:00 ໂມງເຊົ້າຂອງວັນທີ 13/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
– ສາຍເຫດຂອງການເສຍຊິວິດ ຍ້ອນ Uncontrolled Status Epilepticus

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...