spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແລະ ຜູ້ເສຍຊີວິດ ວັນທີ 9 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແລະ ຜູ້ເສຍຊີວິດ ວັນທີ 9 ຕຸລາ 2021

Published on

ວັນທີ 8 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,081 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 425 ຄົນ (ຕິດເຊື້ອພາຍໃນ ມີ 419 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນ ໃໝ່ ທັງໝົດ 419 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

ນະຄອນຫຼວງ 273 ຄົນ: ມີ 7 ເມືອງ ແລະ 78 ບ້ານ
ເມືອງຈັນທະບູລີ ມີ 12 ຄົນ, 7 ບ້ານ
ເມືອງສີໂຄດຕະບອງ ມີ 70 ຄົນ, 29 ບ້ານ
ເມືອງໄຊເສດຖາ ມີ 62 ຄົນ, 12 ບ້ານ
ເມືອງສີສັດຕະນາກມີ 45 ຄົນ, 9 ບ້ານ
ເມືອງນາຊາຍທອງ ມີ 55 ຄົນ, 9 ບ້ານ
ເມືອງໄຊທານີ ມີ 17 ຄົນ, 5 ບ້ານ
ເມືອງຫາດຊາຍຟອງ ມີ 11 ຄົນ, 7 ບ້ານ

ຫຼວງພະບາງ 51 ຄົນ
ນະຄອນຫລວງພະບາງ ມີ 12 ບ້ານ (27 ຄົນ)
ເມືອງຊຽງເງີນ ມີ 02 ບ້ານ (09 ຄົນ)
ເມືອງງອຍ ມີ 03 ບ້ານ (06 ຄົນ)
ເມືອງຈອມເພັດ ມີ 02 ບ້ານ (04 ຄົນ)
ເມືອງນໍ້າບາກ ມີ 04 ບ້ານ (04 ຄົນ)
ບ້ານນໍ້າມີ້, ເມືອງວຽງຄໍາ ມີ 01 ຄົນ

ສະຫວັນນະເຂດ 20 ຄົນ
ເມືອງອຸທຸມພອນ ມີ 5 ບ້ານ (11 ຄົນ)
ນະຄອນໄກສອນ ມີ 07 ບ້ານ (09 ຄົນ)

ແຂວງວຽງຈັນ 19 ຄົນ
ເມືອງແກ້ວອຸດົມ ມີ 06 ບ້ານ (09 ຄົນ)
ເມືອງວັງວຽງ ມີ 04 ບ້ານ (07 ຄົນ)
ເມືອງຫີນເຫີບ ມີ 02 ບ້ານ (03 ຄົນ)

ບໍ່ແກ້ວ 18 ຄົນ
ເມືອງຕົ້ນເຜິ້ງ: ບ້ານພຽງງາມ 11 ຄົນ; ບ້ານດອນມູນ 02 ຄົນ; ແລະ ເຂດພິເສດ 01 ຄົນ.
ເມືອງຫ້ວຍຊາຍ: ບ້ານມົກກະຈອກ 02 ຄົນ; ບ້ານອຸດົມ  02 ຄົນ

ບໍລິຄຳໄຊ 13 ຄົນ
ເມືອງປາກກະດິງ ມີ 8 ຄົນ
ເມືອງປາກຊັນ ມີ 05 ຄົນ

ຫຼວງນໍ້າທາ 7 ຄົນ
ຄົນຈີນ ແມ່ນ ການລັກລອບເຂົ້າເມືອງ ໃນຊ່ວງປີ ຜ່ານມາເພື່ອມາເຮັດວຽກຢູ່ ສາມລ່ຽມຄໍາ
ສ່ວນຄົນລາວ 04 ຄົນນັ້ນ (03 ຄົນ ແມ່ນ ມີອາຊີບຂັບລົດບັນທຸກ ລົດພ່ວງຍາວ ຢູ່ ດ່ານ ບໍ່ເຕັນ ແລະ ອີກ01 ແມ່ນ ກໍາມະກອນ ເຂດພິເສດ ສາມລ່ຽມຄຳ).

ຈໍາປາສັກ 7 ຄົນ
ນະຄອນປາກເຊ ມີ 03 ບ້ານ (04 ຄົນ)
ເມືອງປະທຸມພອນ ມີ 02 ບ້ານ (02 ຄົນ)
ເມືອງບາຈຽງຈະເລີນສຸກ 01 ຄົນ

ຄຳມ່ວນ 6​ ຄົນ
ເມືອງທ່າແຂກ ມີ 05 ຄົນ
ສູນກັກກັນເມືອງຍົມມະລາດ ມີ 1 ຄົນ

ສາລະວັນ 3 ຄົນ
ບ້ານໂນດູ, ເມືອງເລົ່າງາມ ມີ 02 ຄົນ (ເປັນຄົນຫວຽດ)
ບ້ານຫຼັກສອງ, ເມືອງສາລະວັນ ມີ 01 ຄົນ (ເປັນຄົນລາວ)

ຊຽງຂວາງ 2 ຄົນ ບ້ານຫໍສິມ, ເມືອງຜາໄຊ ມີ 02 ຄົນ (ນັກຮຽນ ແລະ ປະຊາຊົນ ທັງສອງຄົນ ແມ່ນມີຄົນໃນຄອບຄົວຕິດເຊື້ອ)

ສໍາລັບຜູ້ຕິດເຊື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຄື: ນະຄອນຫຼວງວຽງຈັນ 5 ຄົນ ແລະ ສະຫວັນນະເຂດ 1 ຄົນ, ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ສຳລັບ ຄົນເຈັບເສຍຊີວີດ 2 ຄົນ,​ ລາຍລະອຽດ ດັ່ງນີ້:

ຜູ້ທີ1: ເພດຊາຍ, ອາຍຸ 80 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ,​ ມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ເປັນອຳມະພາດ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໄພ້ ຕິດເຊື້ອ). ວັນທີ 1 ຕຸລາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ, ວັນທີ 6 ຕຸລາ 2021​ ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອໃນວັນທີ 8 ຕຸລາ 2021 ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ.

ຜູ້ທີ2: ເພດຊາຍ, ອາຍຸ 58 ປີ, ອາຊີບ: ຂາຍດິນບ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ,​ ນະຄອນຫຼວງວຽງຈັນ,​ ມີພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ພັນລະຍາຕິດເຊື້ອ).ວັນທີ 8 ຕຸລາ 2021:
– ຜູ້ກ່ຽວໄດ້ໄປຟອກໄຂ່ຫຼັງໃນຕອນທ່ຽງ
– ພາຍຫຼັງຟອກແລ້ວ ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ້ວງຊືມ
– ເວລາ 18:00 ໂມງ ມາກວດຢູ່ໂຮງໝໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ)
– ເວລາ 19:00​ ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19
– ເວລາ 20:00 ໂມງ ຜູ້ກ່ຽວເສຍຊີວິດ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...