Homeຂ່າວຕ່າງປະເທດແກ໊ງໂຈນອິນເດຍ ຂຸດອຸໂມງຍາວ 38 ແມັດ ເຂົ້າໄປລັກເງິນໃນທະນາຄານ ຈຳນວນມະຫາສານ!

ແກ໊ງໂຈນອິນເດຍ ຂຸດອຸໂມງຍາວ 38 ແມັດ ເຂົ້າໄປລັກເງິນໃນທະນາຄານ ຈຳນວນມະຫາສານ!

Published on

27snpghn05

 

ແກ໊ງໂຈນອິນເດຍສຸດແສບ ຂຸດອຸໂມງເຂົ້າກວາດຊັບສິນໃນທະນາຄານຢ່າງມະຫາສານ ດ້ານທະນາຄານບໍ່ມີກ້ອງວົງຈອນ

ປິດໃນຫ້ອງຈັກໜ່ວຍ ຍ້ອນເປັນຫ້ອງທີ່ຄຸ້ມກັນແໜ້ນໜາ.

 

ເມື່ອວັນທີ 28 ຕຸລາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ແກ໊ງໂຈນອິນເດຍສຸດແສບ ເຈາະອຸໂມງຍາວກ່ວາ

38 ແມັດ ເຂົ້າໄປໃນຫ້ອງເກັບເງິນຂອງທະນາຄານ ປັນຈາບ ເນຊັ່ນແນວ ໃນອິນເດຍ ລັກເອົາເງິນ ແລະ ຂອງມີຄ່າໄປຢ່າງມະ

ຫາສານ.

 

ລາຍງານຂ່າວໄດ້ລະບຸວ່າ ໂຈນແກ໊ງດັ່ງກ່າວນີ້ ຂຸດອຸໂມງກວ້າງ 2.5 ຟຸດ ຈາກບໍລິເວນຕຶກຮ້າງ ໃກ້ກັບທະນາຄານດັ່ງກ່າວ

ໃນເຂດໂກຮານາ ລັດຫະລະຢານາ ແລ້ວໄປໂຜ່ຂຶ້ນໃນຫ້ອງເກັບຊັບສິນຂອງລູກຄ້າ ທີ່ມີການຄຸ້ມກັນແໜ້ນໜາພາຍໃນທະ

ນາຄານ ກ່ອນທີ່ຈະລັກຂຶ້ນໄປຂົນເອົາເງິນ ແລະ ຂອງມີຄ່າຈາກຕູ້ເກັບມ້ຽນກ່ວາ 90 ຕູ້ ພາຍໃນຫ້ອງດັ່ງກ່າວ ໂດຍໃຊ້ອຸປະ

ກອນຫລັກຄື ຄີມຕັດເຫລັກ ແລະ ໃຊ້ເວລາປະຕິບັດການເຖິງ 2 ຄືນດ້ວຍກັນ.  ຈົນເຖິງໃນທີ່ສຸດ ເມື່ອວັນທີ 27 ຕຸລາຜ່ານ

ມາ ທາງຜູ້ຈັດການສາຂາຂອງທະນາຄານ ຈິ່ງເຂົ້າມາພົບວ່າ ມີໂຈນບຸກເຂົ້າມາລັກເອົາເງິນທາງອຸໂມງ, ແຕ່ກໍຍັງບໍ່ສາມາດ

ແກະຮອຍຄົນຮ້າຍໄດ້ ເນື່ອງຈາກຫ້ອງເກັບຊັບສິນດັ່ງກ່າວ ເປັນຫ້ອງທີ່ມີການຄຸ້ມກັນໜາແໜ້ນ ຈົນບໍ່ໜ້າຈະມີໃຜສາ

ມາດບຸກເຂົ້າໄປໄດ້ ທາງທະນາຄານຈິ່ງຕາຍໃຈ ບໍ່ມີການຕິດຕັ້ງກ້ອງວົງຈອນປິດແມ່ນແຕ່ໜ່ວຍດຽວ.

 

ຈາກການກວດສອບເບື້ອງຕົ້ນຄາດວ່າ ອຸໂມງດັ່ງກ່າວນີ້ ໜ້າຈະໃຊ້ເວລາຂຸດບໍ່ຕ່ຳກ່ວາ 1 ເດືອນ ແລະ ພວກເຂົາກໍໜ້າຈະ

ສັງເກດຕຳແໜ່ງທີ່ຕັ້ງຕ່າງໆພາຍໃນທະນາຄານ ກ່ອນທີ່ຈະລົງມືກໍ່ເຫດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...