Homeຂ່າວໂຄວິດ-19ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ວັນທີ 4 ຕຸລາ 2021

ປະຫວັດຜູ້ຕິດເຊື້ອໃນຊຸມຊົນ ວັນທີ 4 ຕຸລາ 2021

Published on

ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປລາວ
ໃນວັນທີ 3 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,951 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 307 ຄົນ (ຊຸມຊົນ 300 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານມີ 462 ຄົນ.

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ 307 ຄົນ ມີດັ່ງນີ້:
*ການຕິດເຊືື້ອໃນຊຸມຊົນມີຈໍານວນ 300 ຄົນ ຄື:

1. ນະຄອນຫຼວງ 163 ຄົນ:
– ເມືອງນາຊາທອງ ມີ 19 ບ້ານ (65 ກໍລະນີ)
– ເມືອງສີໂຄດຕະບອງ ມີ 10 ບ້ານ (21 ກໍລະນີ)
– ເມືອງໄຊທານີ ມີ 07 ບ້ານ (21 ກໍລະນີ)
– ເມືອງສີສັດຕະນາກມີ 10 ບ້ານ (19 ກໍລະນີ)
– ເມືອງຈັນທະບູລີ ມີ 08 ບ້ານ (16 ກໍລະນີ)
– ເມືອງໄຊເສດຖາ ມີ 05 ບ້ານ (12 ກໍລະນີ)
– ເມືອງຫາດຊາຍຟອງ ມີ 06 ບ້ານ (10 ກໍລະນີ)

2. ສະຫວັນນະເຂດ 32 ມີລາຍລະອຽດມີດັ່ງລຸ່ມນີ້:
– ເມືອງອຸທຸມພອນ 25 ຄົນ ໃນນັ້ນ 13 ຄົນແມ່ນກຸ່ມສໍາຜັດກັບທະຫານຄ້າຍ 644,
– ເມືອງໄກສອນ 6 ຄົນ ບ້ານໂພໄຊ, (ວັດບ້ານໂພໄຊ, ອາຊີບ: ນັກບວດ), ບ້ານສະພານໃຕ້ (ແມ່ເຮືອນ),
– ເມືອງຈຳພອນ 1 ຄົນ

3.​ຈໍາປາສັກ: 19 ຄົນ: ຊຸມຊົນທັງໝົດ
– ນະຄອນປາກເຊ 7 ຈາກ 2 ບ້ານ:​ ບ້ານຊົ້ງໃຫຍ່,​ ໂພນສະອາດ, ເມືອງ ບາຈຽງ 12 ຄົນ ຈາກບ້ານລົ່ມສັກໃຕ້ ໃນນັ້ນ 9 ຄົນ ແມ່ນກຳມະກອນນິຄົມສວນຢາງດັກລັກ ແລະ ອີກ 3 ຄົນ ແມ່ນຄອບຄົວເຂົາເຈົ້າ.

4.​ຄຳມ່ວນ: 06 ຄົນ (ຊຸມຊົນ)
ຈາກເມືອງທ່າແຂກທາງໝົດ (ປກສ ເມືອງທ່າແຂກ ມີ 2 ກໍລະນີ; ກໍາມະກອນ ຈາກໂຮງງານລາວຄາຍຢວນ ມີ 2 ຄົນ ແລະ ກໍາມະກອນ ບໍລິສັດ ຕັງຈະເລີນ ມີ 2 ກໍລະນີ (ບ້ານນາບວບ).

5.​ຫຼວງພະບາງ: 47 ຄົນ ຊຸມຊົນທັງໝົດ, ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ໄດ້ລາຍງານ ຜ່ານມາ:
*ເມືອງຈອມເພັດ ມີ 23 ກໍລະນີ (ບ້ານຫ້ວຍຖໍ້າ), ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ ແລະ ຊາວສວນ.
ເມືອງຊຽງເງີນ ມີ 12 ກໍລະນີ
– ​ບ້ານປາກຂັນ ມີ 10 ກໍລະນີ (ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ, ຊາວສວນ, ພະນັກງານທະຫານ ມີ 01 ກໍລະນີ, ພະນັກງານບໍລິສັດ ETL ມີ 01 ກໍລະນີ)
-​ ບ້ານຊຽງເງີນ ແລະ ບ້ານດອນໂມ ມີບ້ານລະ 01 ກໍລະນີ
ເມືອງງອຍ ມີ 07 ກໍລະນີ
-​ ບ້ານໜອງຂຽວ ມີ 04 ກໍລະນີ
-​ ບ້ານປາກບາກ ມີ 02 ກໍລະນີ
-​ ບ້ານປາກງາ ມີ 01 ກໍລະນີ
*ເມືອງນໍ້າບາກ ມີ 03 ຄົນ
– ​ບ້ານປາກຍາງ ມີ 02 ກໍລະນີ
– ​ບ້ານວຽງຄໍາ ມີ 01 ກໍລະນີ
*ເມືອງນານ ມີ 02 ຄົນ
– ​ບ້ານໂພນໄຊ 02 ກໍລະນີ (ອາຊີບ: ນັກຮຽນ ແລະ ແມ່ເຮືອນ)

6.​ແຂວງ ສາລະວັນ: ຊຸມຊົນ 03 ກໍລະນີ
ຊື່ງທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ແລະ ນໍາເຂົ້າ ມີ 01 ກໍລະນີ), ດັ່ງລຸ່ມນີ້:
– ບ້ານຄັນທະລາດ, ເມືອງສາລະວັນ ມີ 03 ກໍລະນີ (ຊຸມຊົນ)

7.​ແຂວງວຽງຈັນ: 04 ຄົນ (ຊຸມຊົນ); ມີດັ່ງລຸ່ມນີ້:
– ເມືອງໂພນໂຮງ ມີ 03 ກໍລະນີ ມີຄົນໃນຄອບຄົວຕິດເຊື້ອ ທີ່ຊື່ງໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ
ບ້ານໂພນໂຮງ ມີ 02 ກໍລະນີ, ​ບ້ານນາຊູ ມີ 01 ກໍລະນີ
ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານທ່າລາດ, ອາຊີບຂາຍເຄື່ອງຢູ່ຕະຫລາດທ່າລາດ)

8.​ບໍ່ແກ້ວ: 12 ຄົນ: (ຊຸມຊົນ)
ເມືອງຕົ້ນເຜີ້ງ ມີ ບ້ານ ພຽງງາມ 08 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ;
ເຂດເສດຖະກິດພິເສດ 3 ຫຼ່ຽມ ຄຳ 03 ຄົນ.

9.​ຊຽງຂວາງ 2 ຄົນ (ຊຸມຊົນ)
ຜູ້ສຳຜັດໄກ້ຊິດກັບກໍລະນີຕິດເຊື້ອ ທີ່ໄປງານເຮືອນດີບ້ານຫໍສິມ, ດັ່ງລຸ່ມນີ້:
– ບ້ານຫໍສີມ ມີ 01 ກໍລະນີ (ອາຊິບ: ພະນັກງານຄູ) ແລະ ບໍ່ໄດ້ໄປສອນນັກຮຽນ ຍ້ອນຊ່ວງໂຄວິດ-19 ມີການລະບາດ ແລະ ອີກ 01 ຄົນ ຈາກບ້ານສ່ອມມີ.

10.​ບໍລິຄໍາໄຊ: 12 (ຊຸມຊົນ) ລາຍລະອຽດດັ່ງລຸ່ມນີ:
– ເມືອງປາກຊັນ 01 ກໍລະນີ (ເປັນເພດຍີງ, ອາຍຸ 30 ປີ, ອາຊີບ: ພະນັກງານເພດດ່ານໜ້າ ໂຮງໝໍນ້ອຍຫົງໄຊ ບ້ານຢູ່ ຫາງຊີງສະຫວ່າງ.
– ເມືອງປາກກະດິງ 11 ກໍລະນີ; ຊື່ງ ມາຈາກບ້ານໂພນຈະເລີນ ມີ 10 ກໍລະນີ (ເປັນສັນຊາດລາວ ມີ 09 ກໍລະນີ ແລະ ສັນຊາດຈີນ 1 ກໍລະນີ (ທັງໜົດ ແມ່ນກຳມະກອນ ເຂື່ອນນໍ້າເທິີນ 1; ໃນນີ້ ມີແພດ 01 ຄົນ) ໄດ້ສຳພັດໃກ້ຊິດກັບກໍລະນີຕິດເຊື້ອ ທີໄດ້ລາຍງານໃນວັນທີ່ 27/09/20221, ແລະ 01 ຄົນ (ເດັກ), ບ້ານຊ້ອນພັນໄຊ ໄດ້ສໍາພັດໄກ້ສິດກັບຜູ້ຕິດເຊື້ອ ບ້ານຫ້ວຍໄຮ ແລະ ໄດ້ລາຍງານໃນວັນທີ່ 01/10/2021

*ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 06 ຄົນ ຄື: ສະຫວັນນະເຂດ 04 ຄົນ, ນະຄອນຫຼວງວຽງຈັນ 02 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງທັງໝົດນັ້ນ ແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນ ແລະ ເມື່ອຜົນກວດຕົວຢ່າງເປັນບວກ ພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
*ສັງລວມແລ້ວ ຈາກຕົວເລກການຕິດເຊື້ອດັ່ງກ່າວ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 25.524 ຄົນ, ເສຍຊີວິດສະສົມ 22 (0 ໃໝ່). ປິ່ນປົວດີ ແລະ ກັບບ້ານໃນວັນທີ 3 ຕຸລາ ມີ 462 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,390 ຄົນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...