Homeຂ່າວຕ່າງປະເທດຊາຍເມົາເຫຼົ້າຊາວຕວັກກີ ຊອກຄົນຫາຍຊ່ວຍກູ້ໄພຫຼາຍຊົ່ວໂມງກ່ອນຈະຮູ້ວ່າຄົນຫາຍນັ້ນແມ່ນຕົນເອງ

ຊາຍເມົາເຫຼົ້າຊາວຕວັກກີ ຊອກຄົນຫາຍຊ່ວຍກູ້ໄພຫຼາຍຊົ່ວໂມງກ່ອນຈະຮູ້ວ່າຄົນຫາຍນັ້ນແມ່ນຕົນເອງ

Published on

ເວັບໄຊ Vice ລາຍງານ: ຊາຍເມົາເຫຼົ້າຊາວຕວັກກີ ໄວ 50 ປີ ໄດ້ເຂົ້າຮ່ວມທີມກັບກຸ່ມເຈົ້າໜ້າທີ່ກູ້ໄພ ເພື່ອຄົ້ນຫາຄົນຫາຍໃນປ່າແຫ່ງໜຶ່ງເຂດນອກເມືອງຂອງປະເທດຕວັກກີ ໂດຍໃຊ້ເວລາຫຼາຍຊົ່ວໂມງກວ່າຈະຮູ້ຄວາມຈິງວ່າ ຄົນຫາຍດັ່ງກ່າວແມ່ນຕົນເອງ.

ໃນອາທິດຜ່ານມາ, ຊາຍຄົນນີ້ໄດ້ອອກໄປດື່ມສັງສັນກັບເພື່ອນໃນຕອນຄໍ່າຈົນມີອາການມຶນເມົາແລ້ວຫາຍເຂົ້າໄປໃນປ່າແຫ່ງໜຶ່ງ ຂະນະທີ່ໝູ່ເພື່ອນກໍເປັນຫ່ວງເລື່ອງຄວາມປອດໄພ ເພາະບໍ່ເຫັນເຂົາອອກມາຈາກປ່າ ແລະກໍເປັນເວລາຄໍ່າຄືນ ຈິ່ງໄດ້ແຈ້ງເຈົ້າໜ້າທີ່ກູ້ໄພອອກຄົ້ນຫາຜູ້ກ່ຽວ ພ້ອມຮ້ອງຮຽກຊື່ຄົນຫາຍຕະຫຼອດເວລາ ຂະນະທີ່ພາລະກິດການຄົ້ນຫາໄດ້ເພີ່ມຈຳນວນພົນຫຼາຍຂຶ້ນເນື່ອງຈາກໃຊ້ເວລາຫຼາຍຊົ່ວໂມງແຕ່ກໍຍັງບໍ່ພົບຜູ້ກ່ຽວ.

ເວລາຜ່ານໄປຫຼາຍຊົ່ວໂມງ ຊາຍຄົນດັ່ງກ່າວຈິ່ງຮູ້ສຶກຕົວວ່າ ຄົນຫາຍນັ້ນແມ່ນຕົນເອງ ຂະນະທີ່ໝູ່ເພື່ອນ ລວມທັງເຈົ້າໜ້າທີ່ຍັງບໍ່ຮູ້ເລີຍວ່າ ຜູ້ກ່ຽວເຂົ້າຮ່ວມພາລະກິດຄົ້ນຫາຄົນຫາຍເມື່ອໃດ. ຢ່າງໃດກໍຕາມ, ເຈົ້າໜ້າທີ່ໄດ້ນຳເຂົາກັບຄືນເຮືອນຢ່າງປອດໄພ ແລະບໍ່ໄດ້ດຳເນີນການປັບໄໝ ຫຼື ລົງໂທດຊາຍຄົນນັ້ນແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...