Homeຂ່າວຕ່າງປະເທດລັດຖະບານເກົາຫຼີໃຕ້ກຽມອອກຂໍ້ຫ້າມບໍລິໂພກຊີ້ນໝາ

ລັດຖະບານເກົາຫຼີໃຕ້ກຽມອອກຂໍ້ຫ້າມບໍລິໂພກຊີ້ນໝາ

Published on

ສຳນັກຂ່າວ CNN ລາຍງານ: ລັດຖະບານເກົາຫຼີໃຕ້ກຳລັງພິຈາລະນາກ່ຽວກັບການອອກຄຳສັ່ງຫ້າມບໍລິໂພກ ລວມທັງຊື້-ຂາຍຊີ້ນໝາ ເນື່ອງຈາກ ໝາໄດ້ກາຍເປັນສັດລ້ຽງທີ່ກຳລັງໄດ້ຮັບຄວາມນິຍົມສູງໃນເກົາຫຼີໃຕ້ ຂະນະທີ່ລັດຖະບານກຳລັງພະຍາຍາມໃນການປັບປຸງການຈັດສັນສັດລ້ຽງທີ່ຖືກປະຖິ້ມ ພ້ອມກຽມຈັດລະບົບການຂຶ້ນທະບຽນໃນພາກບັງຄັບສຳລັບສັດລ້ຽງປະເພດໝາ.

ທ່ານ ມູນ ແຈອິນ, ປະທານາທິບໍດີເກົາຫຼີໃຕ້ ກ່າວວ່າ: ອາດມີຄວາມຈຳເປັນຕ້ອງໄດ້ມີການອອກຂໍ້ຫ້າມບໍລິໂພກຊີ້ນໝາໃນເກົາຫຼີໃຕ້ ທ່າມກາງການຖົກຖຽງກັນໃນພາກປະຕິບັດຕົວຈິງ ເນື່ອງຈາກຜູ້ສູງອາຍຸສ່ວນໃຫຍ່ໃນເກົາຫຼີໃຕ້ຍັງນິຍົມກັນບໍລິໂພກຊີ້ນໝາ ພ້ອມກັນນັ້ນກໍຍັງມີຮ້ານອາຫານບາງແຫ່ງໃຫ້ບໍລິການອາຫານທີ່ປຸງແຕ່ງຈາກຊີ້ນໝາ ພ້ອມທັງມີຈຳໜ່າຍຕາມທ້ອງຕະຫຼາດນຳອີກ ຂະນະທີ່ກຸ່ມສະໜັບສະໜູນສັດລ້ຽງກໍໄດ້ຮຽກຮ້ອງໃຫ້ລັດຖະບານສັ່ງປິດຮ້ານອາຫານ ແລະຕະຫຼາດທີ່ຂາຍຊີ້ນໝາທັງໝົດ.

ຖືເປັນຄັ້ງທຳອິດທີ່ປະທານາທິບໍດີເກົາຫຼີໃຕ້ໄດ້ເວົ້າເຖິງການພິຈາລະນາການອອກຄຳສັ່ງຫ້າມບໍລິໂພກຊີ້ນໝາຢູ່ພາຍໃນປະເທດ ທ່າມກາງການຖົກຖຽງກັນຂອງຫຼາຍຝ່າຍໃນເລື່ອງການຈັດຕັ້ງປະຕິບັດຕົວຈິງວ່າຈະສາມາດເຮັດໄດ້ຕາມຂໍ້ຫ້າມ ຫຼື ບໍ່.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...